spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄຊ​ເຊດ​ຖາ ບຸກ​ທຳ­ລາຍ​ແກ້ງ​ຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່

ໄຊ​ເຊດ​ຖາ ບຸກ​ທຳ­ລາຍ​ແກ້ງ​ຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່

Published on

ເຈົ້າ​ໜ້າ­ທີ່​ຊຸດ​ປາບ​ປາມ​ຢາ​ເສບຕິດ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງຈັນ ໄດ້​ບຸກ​ເຂົ້າ​ທຳ­ລາຍ​ແກ້ງ​ຄ້າ­ຂາຍ​ຢາເສບ​ຕິດ​ລາຍ​ໃຫຍ່​ເຂດ​ບ້ານ ໜອງ​ບົວ ທອງ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນຫຼວງ​ວຽງ​ຈັນ ສາ­ມາດ​ຈັບ​ຕົວ​ຜູ້​ຕ້ອງ​ຫາໄດ້ 4 ຄົນ, ຍິງ 1 ຄົນ​ພ້ອມ​ຂອງ​ກາງ ຢາ​ບ້າ​ກວ່າ27 ພັນ​ເມັດ, ຢາ​ໄອ 2 ຖົງ, ເງິນ­ສົດ ແລະ​ອາ­ວຸດ​ປືນ 4 ກະ­ບອກ.

ທ່ານ ພັນ​ໂທ ຄຳ​ເກິ່ງ ຈັນ​ສຸ​ລິ​ມາດ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງໄຊ​ເຊດ​ຖາ ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ​ເດືອນກຸມ­ພາ ຜ່ານ​ໄດ້​ມີ​ພົນ­ລະ­ເມືອງ​ດີ​ເຂົ້າ​ມາລາຍ​ງານ​ມີ​ກຸ່ມ​ແກ້ງ​ຊື້Œຂາຍ​ຢາ​ເສບ​ຕິດ (ຢາ​ບ້າ) ຢູ່​ເຂດ​ບ້ານ​ໜອງ​ບົວ­ທອງ, ຕົກມາ​ຮອດ​ວັນ​ທີ 2 ມີ­ນາ ເວ­ລາ​ປະ­ມານ 13 ໂມງ​ເຈົ້າ​ໜ້າ­ທີ່, ໄດ້​ລົງ​ມ້າງ​ເປົ້າ​ໝາຍ​ຊຶ່ງເປັນ​ເຮືອນ​ຫ້ອງ​ແຖວ​ສອງ​ຊັ້ນ, ການ​ເຂົ້າຈັບ​ກຸມ​ຫ້ອງ​ທີ 1 ພົບ​ຜູ້​ຖືກ​ຫາ​ຈຳ­ນວນ 2 ຄົນ​ຄື: ທ້າວ ວັນ­ນະ​ແສງ ຫຼື ຕ້ຳ ອາ­ຍຸ 24 ປີ​ຢູ່​ບ້ານ​ໜອງ​ບົວ­ທອງ, ທ້າວ ມະ​ໄລ​ກັນ ຫຼື ກື້ມ ອາ­ຍຸ 22 ປີ, ຊຶ່​ິ່ງ​ເຈົ້າ​ໜ້າ­ທີ່​ໄດ້​ກວດ ຄົ້ນ​ຫ້ອງ​ນອນ​ພົບ​ຂອງ​ກາງ​ຢາ​ບ້າ 964 ເມັດ, ປືນ​ສັ້ນ 1 ກະ­ບອກ, ເງິນ 4 ລ້ານ ກວ່າ​ກີບ, 5.500 ບາດ, ລົດ­ຈັກ 1 ຄັນ, ລົດ​ໃຫຍ່ 1 ຄັນ ແລະ​ຢາ​ໄອ 2 ຖົງ​ນ້ອຍ.

ຈາກ​ນັ້ນ​ ທາງ​ເຈົ້າ​ໜ້າ­ທີ່​ໄດ້​ຂະ­ຫຍາຍ ຜົນ​ໄປ​ຫ້ອງ​ທີ 2 ແລ້ວ​ເຂົ້າ​ຈັບ​ກຸມ, ພົບ​ຜູ້ຖືກ​ຫາ 2 ຄົນ​ຄື: ນາງ ບົວ​ສະ­ຫວັນ ອາ­ຍຸ 29 ປີ (ເຈົ້າ​ຂອງ​ຫ້ອງ) ແລະ​ທ້າວ ຄຳ ແຫຼ້ ອາ­ຍຸ 39 ປີ ຢູ່​ບ້ານ​ນາ​ແຮ່ ເມືອງ​ສີໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ, ຜ່ານ​ການ​ກວດ​ຄົ້ນ​ຫ້ອງ​ນອນພົບ​ຂອງ ກາງ​ຢາ​ບ້າ ຢູ່​ຕູ້​ແຕ່ງ​ໜ້າ ຈຳ­ນວນ 22  ເມັດ, ຢາ​ໄອ 3 ຖົງ​ນ້ອຍ ແລະ​ພົບ​ຢາ​ບ້າຢູ່​ຕູ້​ເຊັບ ຊຶ່​ິ່ງ​ເປັນ​ຂອງ ນາງ ບົວ​ສະ­ຫວັນ ອີກ​ຈຳ­ນວນ 3 ແພັກ​ເຄິ່ງ, ພົບ​ປືນ​ສັ້ນ 1 ກະ­ບອກ ຢູ່​ລົດ​ເກງ​ຂອງ ນາງ ບົວ​ສະຫວັນ, ເງິນ 9 ລ້ານ​ກີບ, 31.500 ບາດ, ແລະ​ກວດ​ຄົ້ນ​ຕົວ ທ້າວ ຄຳ​ສອນ ພົບ​ປືນ ສັ້ນ 2 ກະ­ບອກ ແລະ​ເຄື່ອງ​ຕິດ​ຕົວຈຳນວນ​ໜຶ່ງ, ພາ­ຫະ­ນະ​ລົດ­ຈັກ 1 ຄັນ, ຊຶ່​ງ​ລວມ​ການ​ຈັບ​ກຸ່ມ​ແກ້ງ​ດັ່ງ­ກ່າວ​ມີ​ຢາ​ບ້າ​ທັງ​ໝົດ 27.786 ເມັດ, ປືນ 4 ກະ­ບອກ, ລົດ​ໃຫຍ່ 2 ຄັນ ແລະ ລົດ­ຈັກ​ອີກ 2 ຄັນ.

ທ່ານ ພັນ​ໂທ ຄຳ​ເກິ່ງ ຈັນ​ສຸ​ລິ​ມາດ ຍັງ​ເປີດ­ເຜີຍ​ວ່າ:  ຜ່ານ​ການ​ສືບ­ສວນŒສອບສວນ​ພວກ​ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ ໄດ້​ເຄື່ອນ​ໄຫວ​ຂາຍ​ຢາ​ເສບ​ຕິດ​ມາ​ແຕ່​ປີ 2015, ໂດຍ​ຄະ­ດີ​ດັ່ງ­ກ່າວ​ເຈົ້າ​ໜ້າ­ທີ່​ໄດ້​ສືບ­ຕໍ່​ເພື່ອ​ນຳ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການມາ​ດຳ­ເນີນ​ຄະ­ດີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...