Home​ຂ່າວບັນເທິງລົດຂົນເຄື່ອງດົນຕີ "ນອ້ຍ ແກ້ວມະນີໂຊ" ປີ້ນ ບາດເຈັບ 2 ຄົນ

ລົດຂົນເຄື່ອງດົນຕີ “ນອ້ຍ ແກ້ວມະນີໂຊ” ປີ້ນ ບາດເຈັບ 2 ຄົນ

Published on

ເມື່ອຂ່າວການເກີດອຸບັດຕິເຫດລົດຂົນເຄື່ອງດົນຕີຂອງນັກຮ້ອງ ລູກທົ່ງໝໍລຳຊື່ດັງຂອງລາວ “ນອ້ຍ ແກ້ວມະນີໂຊ” ປີ້ນ ໃນວັນທີ 4 ມີນາ 2016 ກໍ່ເຮັດໃຫ້ແຟນເພງຂອງເພິ່ນຈຳນວນຫຼາຍຕົກໃຈ ແລະ ສະແດງຄຳຄິດເຫັນຕ່າງໆນາໆໃນໂລກໂຊຊ້ຽວ ສ່ວນຫຼາຍກໍ່ສະແດງໃນທາງໃຫ້ກຳລັງໃຈ “ນອ້ຍ ແກ້ວມະນີໂຊ”.

ຈາກແຫລ່ງຂ່າວຕົ້ນສະບັບເຟສບຸກຂອງທ່ານໄຊເງິນ ລາຍງານໃນວັນທີ 4 ມີນາ 2016 ນີ້ວ່າ ເກີດເຫດລົດຂົນເຄື່ອງດົນຕີ ນັກຮ້ອງຊື່ດັງຂອງລາວ “ນອ້ຍ ແກ້ວມະນີໂຊ” ປິ້ນຢູ່ ບ້ານ ກະເປ ເມືອງ ຕະໂອ້ຍ ແຂວງ ສາລະວັນ ສົ່ງຜົນເຮັດໃຫ້ 2 ຄົນໄດ້ຮັບບາດເຈັບ ແຕ່ບໍ່ມີຄົນເສຍຊີວິດ.

ສ່ວນລາຍລະອຽດຄວາມເສຍຫາຍ ແລະ ສາເຫດຂອງການປີ້ນນັ້ນມີຄວາມຄືບໜ້າແນວໃດ ທາງເຮົາໄດ້ຂ່າວແນວໃດຈະມາລາຍງານໃຫ້ຊາບຕື່ມ.

 

ff

 

ຂອບໃຈເຟສບຸກ ທ່ານ ໄຊເງິນ

ຂອບໃຈຂໍ້ມູນຈາກ ເຟສບຸກ: Pathedlao Lao

ຮຽບຮຽງຂ່າວໂດຍ: ປັອກເລັກ ລາວໂພສຕ໌.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...