spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເມືອງໄກສອນ ພົມວິຫານເຜີຍ ໄຟ​ໄໝ້ເຮືອນຢູ່ບ້ານຫົວເມືອງ​ໃຕ້ ສາເຫດຍ້ອນດັງໄຟຄົວກິນ!

ເຈົ້າໜ້າທີ່ເມືອງໄກສອນ ພົມວິຫານເຜີຍ ໄຟ​ໄໝ້ເຮືອນຢູ່ບ້ານຫົວເມືອງ​ໃຕ້ ສາເຫດຍ້ອນດັງໄຟຄົວກິນ!

Published on

ເຈົ້າໜ້າທີ່ມອດໄຟ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເວລາປະມານ 9:30 ຂອງວັນທີ 3 ມີນານີ້, ເກີດໄຟໃໝ້ເຮືອນປະຊາຊົນ ຢູ່ບ້ານຫົວເມືອງໄຕ້, ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ຊຶ່ງເຈົ້າຂອງເຮືອນຊື່ ທ້າວ ຕຸ ລັດສະໝີ ອາຍຸ 41 ປີ ຢູ່ບ້ານດັ່ງກ່າວ, ເປັນເຮືອນໄມ້ຊັ້ນດຽວ ໃນເວລາເກີດເຫດ ບໍ່ມີຄົນຢູ່ ແຕ່ເຈົ້າຂອງເຮືອນໄດ້ດັງໄຟຢູ່ເຮືອນຄົວ ປະໄວ້ເພື່ອແຕ່ງກິນ, ໃນຂະນະນັ້ນ ຜູ້ເປັນເມຍຂອງທ້າວຕຸ ໄດ້ອອກໄປຕະຫລາດ ແຕ່ພໍກັບມາຮອດເຮືອນ ໄຟກໍໄດ້ລຸກ​ໄໝ້ໄປທົ່ວເຮືອນແລ້ວ, ລວມມູນຄ່າເສຍຫາຍປະມານ 50 ກວ່າລ້ານກີບ.

ເຈົ້າໜ້າທີ່ ຍັງໄດ້ເຕືອນປະຊາຊົນ ຈົ່ງມີສະຕິລະວັງການໃຊ້ໄຟຟ້າ, ດັງໄຟ ແລະ ໄຕ້ທຽນບູຊາ ຫລັງຈາກສຳເລັດແລ້ວ ໃຫ້ດັບມອດທີ ເພືອປ້ອງກັນການເກີດອັກຄີໄພທີ່ຈະຕາມມາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...