Homeຂ່າວພາຍ​ໃນຜູ້ຂັບຂີ່ລົດຈັກ-ລົດໃຫຍ່ລໍຖ້າຢູ່ໄຟແດງຢຽບ ຫລື ກາຍທາງມ້າລາຍຈະຖືກປັບ 10 ເທົ່າ

ຜູ້ຂັບຂີ່ລົດຈັກ-ລົດໃຫຍ່ລໍຖ້າຢູ່ໄຟແດງຢຽບ ຫລື ກາຍທາງມ້າລາຍຈະຖືກປັບ 10 ເທົ່າ

Published on

ຂປລ. ຂໍສະແດງຄວາມຊົມເຊີຍ! ເຈົ້າໜ້າທີ່ຕໍາຫລວດອອກມາດຕະການໃໝ່ ສະນັ້ນຝາກເຖິງຜູ້ໃຊ້ລົດ-ໃຊ້ຖະໜົນໃນການລໍຖ້າໄຟແດງ ຫ້າມຢຽບທາງມ້າລາຍ ຫລື ກາຍທາງມ້າລາຍເພາະເຈົ້າໜ້າທີ່ຕໍາຫລວດໄດ້ປັບໃໝ່ເພີ່ມສິບເທົ່າ ລົດຈັກ 300.000 ກີບ ສ່ວນລົດໃຫຍ່ຈະເພີ່ມຂຶ້ນຫລາຍກວ່າລົດຈັກ
ບ້ານຈະເຮືອງເມືອງຈະຮຸ່ງຈະໄດ້ຍ້ອນຄົນທັງຊາດມີຄວາມຮູ້ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີ, ມີຄວາມເຂົ້າອົກເຂົ້າໃຈເປັນເອກະພາບ ແລະ ມີລະບຽບວິໄນໃນການເຄົາລົບລະບຽບກົດໝາຍຢ່າງເຄັ່ງຄັດ.

 

ຂໍ້ມູນຈາກ Pathedlao Lao

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...