spot_img
Homeຂ່າວການພັດທະນາໂຮງ​ໄຟ­ຟ້າ​ຫົງ​ສາ​ເປີດ​ເດີນ​ເຄື່ອງ​ໝ່ວຍ​ຜະ­ລິດ ທີ 3 ເປັນ​ທາງ​ການ

ໂຮງ​ໄຟ­ຟ້າ​ຫົງ​ສາ​ເປີດ​ເດີນ​ເຄື່ອງ​ໝ່ວຍ​ຜະ­ລິດ ທີ 3 ເປັນ​ທາງ​ການ

Published on

 

ໂຮງ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມຮ້ອນ​ຫົງ​ສາໜ່ວຍ​ທີ 3 ເລີ່ມ​ດຳ­ເນີນການ​ຈ່າຍ​ກະ­ແສ​ໄຟ­ຟ້າ​ແລ້ວ ຕັ້ງ­ແຕ່​ວັນທີ 1 ມີ­ນາ 2016 ​ຊຶ່ງ​ສຳ­ເລັດ​ກ່ອນການ​ກຳ­ນົດ​ຕາມ​ແຜນ​ງານ​ສັນ­ຍາ​ຊື້ຂາຍ​ໄຟ­ຟ້າ​ຝ່າຍ​ຜະ­ລິດ​ແຫ່ງ​ປະ­ເທດ​ໄທ (ກຟຜ) ທີ່​ກຳ­ນົດ​ໄວ້​ວັນ​ທີ 2 ມີ­ນາ 2016.

ທ່ານ ສົມ​ສັກ ສິດ­ທິ​ນາມ​ສຸ­ວັນ ອຳນວຍ​ການ​ໃຫຍ່ ບໍ­ລິ­ສັດໄຟ­ຟ້າ​ຫົງ​ສາຈຳ­ກັດ ໄດ້​ກ່າວ​ເຖິງ​ຄວາມ​ສຳ­ເລັດ​ຄັ້ງ​ນີ້ ວ່າ: “ການ​ທີ່​ບໍ­ລິ­ສັດສາ­ມາດ​ດຳ­ເນີນ ການ​ຈ່າຍ​ໄຟ​ຈາກ​ໜ່ວຍ​ທີ 3 ໄດ້​ກ່ອນ​ກຳນົດ​ຖື​ເປັນ­ຄວາມ​ສຳ­ເລັດ​ໃນ​ການ​ບໍ​ລິ ຫານ​ໂຄງ­ການ ແລະ​ການ​ຮ່ວມ​ມື​ຢ່າງ​ດີຈາກ​ຜູ້​ກ່ຽວ­ຂ້ອງ​ທຸກ​ພາກ­ສ່ວນ​ບໍ່​ວ່າ​ຈະເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ກຟຜ, ລັດ​ວິ​ສາ​ຫະກິດ​ໄຟ­ຟ້າ​ລາວ (ລຟລ- EDL), ຜູ້​ຮັບ ເໝົາ​ເດີນ​ເຄື່ອງ ແລະ​ສ້ອມ​ບຳ­ລຸງ, ໜ່ວຍງານ​ຈາກ​ລັດ­ຖະ­ບານ​ລາວ​ທຸກ​ລະ­ດັບຕະ­ຫຼອດ​ຈົນ​ປະ­ຊາ­ຊົນ​ໃນ​ແຂວງ​ນ່ານ (ປະ­ເທດ​ໄທ) ແລະ​ປະ­ຊາ­ຊົນ​ໃນ​ທ້ອງຖິ່ນ​ເມືອງ​ຫົງ​ສາ-ເມືອງ​ເງິນ ຊຶ່ງ​ຕ້ອງຂອບ­ໃຈ​ທຸກ​ທ່ານ ແລະ​ທຸກ​ຝ່າຍ​ມາ­ນະ​ທີ່ນີ້​ດ້ວຍ”.

ໂຮງ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນຫົງ​ສາ​ປະ­ກອບ​ດ້ວຍ​ໜ່ວຍ​ຜະ­ລິດ​ກະແສ​ໄຟ­ຟ້າ 3 ໜ່ວຍກຳ­ລັງ​ການ​ຜະ­ລິດ ໜ່ວຍ​ລະ 626 ເມ​ກາ​ວັດ ລວມ 1.878 ເມ​ກາ​ວັດ ຊຶ່ງ​ໜ່ວຍ​ທີ 1 ແລະ 2 ໄດ້​ສຳເລັດ ແລະ​ດຳ­ເນີນ​ການ​ຈ່າຍ​ກະ­ແສ​ໄຟ­ຟ້າ ຕັ້ງ­ແຕ່​ວັນ​ທີ 2 ມິ­ຖຸ­ນາ ແລະ 2 ພະ­ຈິກ 2015 ຕາມ​ລຳ­ດັບຕາມ​ກຳ­ນົດ​ທີ່​ລະ­ບຸໄວ້​ໃນ​ສັນ­ຍາ​ສຳ​ປະ­ທານ ແລະ ສັນ­ຍາ​ຊື້-ຂາຍ​ໄຟ­ຟ້າ​ທີ່​ມີ​ກັບ ກຟຜ ແລະ ລຟລ.

ໂຮງ​ໄຟ­ຟ້າ​ຫົງ​ສາ­ມີ​ຄວາມ​ສຳ­ຄັນ​ຕໍ່ຂອງ​ລາວ ແລະ​ໄທ​ເປັນ​ຢ່າງ​ຍິ່ງ​ເພາະໃຊ້​ຖ່ານ​ຫີນ​ທີ່​ຂຸດ​ຄົ້ນ​ໄດ້​ຈາກ​ພື້ນ​ທີ່​ຂອງ​ໂຄງການ​ເປັນ​ເຊື້ອ​ໄຟ​ລາ­ຄາ​ຈຶ່ງ​ບໍ່​ປ່ຽນ­ແປງຕາມ​ລາ­ຄາ​ເຊື້ອ​ໄຟ​ໃນ​ຕະ­ຫຼາດ​ໂລກ ​ດັ່ງນັ້ນ ຈິ່ງ​ມີ​ສ່ວນ​ຊ່ວຍ​ໃນ​ການ​ຫຼຸດ​ຄວາມສ່ຽງ​ດ້ານ​ລາ­ຄາ ແລະ​ຄວາມ​ສ່ຽງ​ໃນ​ແງ່ຂອງ​ຊະ­ນິດ​ເຊື້ອ​ໄຟ​ທີ່​ໃຊ້​ຜະ­ລິດ​ກະແສ​ໄຟ­ຟ້າ​ອີກ​ດ້ວຍ, ອີກ​ຢ່າງ​ໜຶ່ງ​ບໍ­ລິ­ສັດ​ໄດ້ເລືອກ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ​ໃນການ​ກໍ່­ສ້າງ​ໂຮງ​ໄຟ­ຟ້າ, ຕິດ​ຕັ້ງ​ອຸ­ປະ­ກອນຄວບ​ຄຸມ​ມົນ​ລະ​ພິດ​ຈາກ​ແຫຼ່ງ​ກຳ­ເນີດຕາມ​ມາດ­ຕະ­ຖານ​ຂອງ​ທະ­ນາ­ຄານ​ໂລກ ແລະ​ດຳ­ເນີນ​ການ​ຕິດ­ຕາມ​ວັດ­ແທກ​ຄຸນນະ​ພາບ​ສິ່ງ­ແວ­ດລ້ອມ​ຢ່າງ​ຈິງ​ຈັງ​ພາຍໃຕ້​ການ​ຕິດ­ຕາມ​ກວດ­ກາ​ຢ່າງ​ເຂັ້ມ​ງວດຈາກ​ລັດ­ຖະ­ບານ ແຫ່ງ ສປປ ລາວ ບໍ­ລິ­ສັດໄຟ­ຟ້າຫົງ​ສາ ຈຳ­ກັດ ເປັນ​ບໍລິ​ສັດ​ຈົດ​ທະ­ບຽນ​ພາຍ​ໃຕ້​ກະ­ຊວງ​ອຸດສາ​ຫະ​ກຳ ແລະ​ການ​ຄ້າຂອງ ສປປ ລາວ ມີ​ຜູ້​ຖືກ​ຮຸ້ນ​ຄື: ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນ​ລາວຖື​ຮຸ້ນ 20%, ບໍ­ລິ­ສັດ ບ້ານ​ປູ ພາວ​ເວີ ຈຳກັດ (ມະ­ຫາ­ຊົນ) ຖື​ຮຸ້ນ 40% ແລະ ບໍ​ລິສັດ ອາ​ເອດຈ໌ ອິນ​ເຕີ​ເນ​ເຊິນ​ແນວ (ສິງກະ​ໂປ) ຄໍ​ປໍ​ເລ​ເຊິນ ຈຳ­ກັດ (ບໍ­ລິ­ສັດຍ່ອຍ​ຂອງບໍ­ລິ­ສັດ​ຜະ­ລິດ​ໄຟ­ຟ້າຣາດ​ຊະບູ​ລີ ໂຮນ​ດິ້ງ ຈຳ​ກັັດ (ມະ­ຫາ­ຊົນ) ຖື​ຮຸ້ນ 40%; ໃຊ້​ເງິນ​ລົງ­ທຶນ​ໃນ​ໂຄງ­ການ​ໂຮງໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ທັງ​ໝົດ 3.710 ລ້ານ​ໂດ​ລາ​ສະ­ຫະ­ລັດໂດຍ​ບໍ­ລິ­ສັດ​ໄດ້​ຮັບ​ສຳ​ປະ­ທານ​ຈາກ​ລັດຖະ​ບານ​ລາວ​ໃນ​ການ​ປະ­ກອບ​ກິດ​ຈະ ການ​ບໍ່​ແຮ່​ຖ່ານ​ຫີນ​ໃນ​ເມືອງ​ຫົງ​ສາປ້ອນ​ໃຫ້​ກັບ​ໂຮງ​ໄຟ­ຟ້າ ເພື່ອ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ຈຳ­ໜ່າຍ​ໃຫ້​ກັບ ລຟລ ແລະ ກຟຜ ເປັນ​ໄລ­ຍະ​ເວ­ລາ 25 ປີ (2016-2041).

ທີ່ມາ:logo

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...