spot_img
Homeຂ່າວການພັດທະນາເຈົ້າໜ້າທີ່ 4 ແຂວງພາກເໜືອ ເຊື່ອມຊືມກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານພາສີ

ເຈົ້າໜ້າທີ່ 4 ແຂວງພາກເໜືອ ເຊື່ອມຊືມກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານພາສີ

Published on

ກົມພາສີ ກະຊວງການເງີນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານພາສີໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີ 4 ແຂວງພາກເໜືອ ຄື ແຂວງຫຼວງນ້ຳທາ ຜົ້ງສາລີ ບໍ່ແກ້ວ ແລະ ແຂວງອຸດົມໄຊ ເຊິ່ງຈັດຂຶ້ນໃນວັນທີ 29 ກຸມພາ 2016 ຜ່ານມາ ຢູ່ທີ່ຫ້ອງການສະພາເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມ ແຂວງຫຼວງນ້ຳທາ ໂດຍການເປັນປະທານຂອງທ່ານ ດຣ. ອາດສະພັງທອງ ສີພັນດອນ ຫົວໜ້າກົມພາສີ ກະຊວງການເງິນ ເຂົ້າຮ່ວມມີທ່ານ ອ່ອນຈັນ ຄຳພາວົງ ຫົວໜ້າພະແນກການເງິນແຂວງຫຼວງນ້ຳທາ ມີຫົວໜ້າ-ຮອງຫົວໜ້າກອງກວດາພາສີປະຈຳແຂວງ ດ່ານພາສີ 4 ແຂວງ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຜີຍແຜ່ຄັ້ງນີ້ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 3198/ກງ ລົງວັນທີ 22 ກັນຍາ 2015 ວ່າດ້ວຍການຄູ້ມຄອງບຸກຄະລາກອນຂອງລັດຖະການພາສີ ເຜີຍແຜ່ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ລະບຽບການກ່ຽວກັບການແຈ້ງເງິນ ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນເຂົ້າ-ອອກ ສປປ.ລາວ ລະບຽບການປົກປ້ອງຊັບສິນທາງປັນຍາ (IPR) ຂໍ້ກຳນົດຂອງກົມພາສີ ສະບັບເລກທີ 03488/ກພສ ລົງວັນທີ 05 ກຸມພາ 2016 ວ່າດ້ວຍໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຈຸງານໃນກອງກວດກາພາສີ-ດ່ານພາສີຊາຍແດນ ແລະ ເອກະສານຕ່າງໆຕື່ມອີກ.

ທັງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້ ຄວາມເຂົ້ໃຈໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີທີ່ປະຈຳການຢູ່ບັນດາແຂວງພາກເໜືອຄື ແຂວງຫຼວງນ້ຳທາ ຜົ້ງສາລີ ບໍ່ແກ້ວ ແລະ ແຂວງອຸດົມໄຊ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຄົບຖ້ວນ ມີປະສິດທິຜົນ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ສຸມທຸກກຳລັງແຮງຄວາມສາມາດເພື່ອຄຸ້ມຄອງຈັດເກັບລາຍຮັບພາສີ-ອາກອນ ແລະ ພັນທະອື່ນໆ ໃຫ້ບັນລຸໄດ້ຕາມຄາດໝາຍ ແຜນການປີທີ່ກຳນົດໃນຄຳແນະນຳສະບັບເລກທີ 3617/ກງ ລົງວັນທີ 15 ຕຸລາ 2015 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ໃຫ້ບັນລຸ 7.100 ຕື້ກີບ ເພີ່ມຂື້ນ 37% ໃນສົກປີ 2014-2015  ກວມປະມານ 5,7% ຂອງ GDP ຮັບປະກັນຮວມຍອດຜະລິດຕະພັນພາຍໃນບໍ່ໃຫ້ຫຼຸດ 7,5% ຕໍ່ປີ ສະເຫຼ່ຍຫົວຄົນນຶ່ງ 1.700 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ສະເພາະລາຍຮັບຂອງ 4 ແຂວງພາກເໜືອ ປະຕິບັດໄດ້ 113,79 ຕື້ກີບ ກວມ 8,03% ຂອງລາຍຮັບປະຕິບັດໄດ້ໃນຂອບເຂດທົ່ວປະເທດ ໃນນີ້ ແຂວງຫຼວງນໍ້າທາ ປະຕິບັດໄດ້ 63,5 ຕື້ກີບ ບໍ່ແກ້ວ 41,51 ຕື້ກີບ ແຂວງຜົ້ງສາລີ 5,78 ຕື້ກີບ ແລະ ແຂວງອຸດົມໄຊ ປະຕິບັດໄດ້ 2, 99 ຕື້ກີບ.

 

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...