spot_img
Homeຂ່າວທ້ອງຖິ່ນພາຍຸພັດ 2 ​ບ້ານ​ຢູ່​ເມືອງ​ຫ້ວຍ​ຊາຍ ​​ຜົນຜະລິດ-ເຮືອນຊານ ເສຍ​ຫາຍ​ໜັກໜ່ວງ!

ພາຍຸພັດ 2 ​ບ້ານ​ຢູ່​ເມືອງ​ຫ້ວຍ​ຊາຍ ​​ຜົນຜະລິດ-ເຮືອນຊານ ເສຍ​ຫາຍ​ໜັກໜ່ວງ!

Published on

ເຮືອນ​ປະຊາຊົນ​ຫລາຍຫລັງ ​ແລະ ​ຜົນ​ຜະລິດ​ກະສິກໍາ​ຫລາຍ​ເຮັກຕາ​ ຂອງ​ປະຊາຊົນ​ບ້ານປຸ່ງ ​ແລະ ບ້ານ​ຈ້ວມ,​ ເມືອງ​ຫ້ວຍ​ຊາຍ,​ ແຂວງ​ບໍ່​ແກ້ວ,​ ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ພາຍຫລັງ​ຖືກ​ລົມພະຍຸ​ຝົນ​ ພັດ​ຢ່າງ​ຮຸນ​ແຮງ​ຕິດ​ຕໍ່​ກັນ​ຫລາຍ​ມື້ ໃນ​ທ້າຍ​ອາທິດ​ຜ່ານ​ມາ, ຂະນະ​ທີ່​ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ພວມເລັ່ງກວດກາ​ສະພາບຄວາມ​ເສຍ​ຫາຍ​ທັງ​ໝົດ ​ເພື່ອປະສານ​ສົມທົບ​ກັບພາກ​ລັດ​ກ່ຽວຂ້ອງ​ ໃນ​ການຊ່ວຍ​ເຫລືອ​ຟື້ນ​ຟູ​ ແກ້​ໄຂຜົນ​ກະທົບຈາກ​ໄພ​ທໍາ​ມະ​ຊາດ​ຄັ້ງ​ນີ້.

ຫ້ອງການ​ກະສິກໍາ-ປ່າ​ໄມ້ ​ເມືອງ​ຫ້ວຍ​ຊາຍ ​ໄດ້ລາຍ​ງານ​ໃຫ້​ຮູ້​ວ່າ:​ ໃນ​ລະຫວ່າງ​ວັນ​ທີ 24 – 28 ກຸມພາ​ຜ່ານ​ມາ,​ ໄດ້​ເກີດ​ມີ​ລົ​ມ ​ແລະ ຝົນຕົກ​ຕິດ​ຕໍ່ຢ່າງ​ແຮງ ​ໃນ​ເຂດສອງ​ບ້ານດັ່ງກ່າວ, ຊຶ່ງ​ຫ່າງ​ຈາກ​ເທດສະບານ​ເມືອງ​ປະມານ 30 ກິ​ໂລ​ແມັດ, ອັນໄດ້​​ເຮັດ​ໃຫ້​ເຮືອນຊານ​ປະຊາຊົນ​ ເປ່​ເພ​ຫລາຍກວ່າ 80 ຫລັງ ​ແລະ ມີ​ຜູ້​ເສຍ​ຊີວິດ​ໜຶ່ງ​ຄົນ, ນອກຈາກ​ນີ້ຍັງ​ສວນປູກ​ກ້ວຍຂອງ​ປະຊາຊົນ ຫລາຍ​ກວ່າ​ຮ້ອຍ​ເຮັກຕາ ກໍ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກໜ່ວງ​ເຊັ່ນ​ດຽວ​ກັນ.

ຫລັງຈາກ​ສະພາບອາກາດ​ທີ່​ບໍ່​ດີ​ດັ່ງກ່າວສະຫງົບ​ລົງ, ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ຈຶ່ງ​ໄດ້​ຮີບ​ຮ້ອນຈັດສົ່ງ​ພະນັກງານວິຊາ​ການ ​ລົງ​ກວດກາ​ຄວາມ​ເສຍ​ຫາຍ​ທັງ​ໝົດ ​ເພື່ອ​ລາຍ​ງານ​ໃຫ້​ແຂ​ວງ ​ແລະ ໜ່ວຍ​ງານ​ກ່ຽວຂ້ອງ​ຮັບ ຊາບ ​ເພື່ອຫາວິທີ​ຟື້ນ​ຟູ ​ແລະ ຊ່ວຍ​ເຫລື​ອຜູ້​​ໄດ້​ຮັບຜົນ​ກະທົບ​ເບື້ອງ​ຕົ້ນ. ປັດຈຸບັນສິ່ງ​ທີ່​​ຜູ້ໄດ້​ຮັບ​ຜົນກະທົບມີ​ຄວາມ​ຕ້ອງການ​ຮີບ​ດ່ວນ ​ແມ່ນ​ກະສັງ​ສີ, ​ໄມ້ ​ແລະ ອຸປະກອນ ອື່ນໆ ​ເພື່ອ​ສ້ອມ​ແປງ​ເຮືອນ​​ທີ່​ເປ່​ເພ​ໃຫ້​ກັບ​ມາ​ມີ​ສະພາບ​ປົກກະຕິ​ໂດຍ​ໄວ.

 

ແຫລ່ງຂ່າວ:

ລພນ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...