spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມທ່າພັກຜ່ອນຄວາມເມື່ອຍຈາກການເຮັດງານ ໜ້າຄອມພິວເຕີ

ທ່າພັກຜ່ອນຄວາມເມື່ອຍຈາກການເຮັດງານ ໜ້າຄອມພິວເຕີ

Published on

600x439x602051.jpg.pagespeed.ic.eJBHTdUCK3

ນັ່ງເຮັດງານຈາກຄອມພິວເຕີດົນໆ ພັກຈັກນ້ອຍມາເຮັດທ່າງ່າຍໆ ຜ່ອນຄາຍຄວາມເມື່ອຍໃດ້ຜົນ

ປັດຈຸບັນສ່ວນໃຫຍ່ ໃຊ້ເວລາເກືອບໝົດມື້ນັ່ງຢູ່ໜ້າຄອມພິວເຕີ ບໍ່ວ່າຈະເປັນການຮຽນ ເຮັດງານ ຫຼືການຫຼິ້ນເກມ ເຊິ່ງການໃຊ້ຊີວິດຢູ່ໜ້າຄອມພິວເຕີເປັນເວລາດົນໆ ຍ່ອມກໍ່ໃຫ້ເກິດອາການເມື່ອລ້າ ໂດຍສະເພາະບໍລິເວນ ຄໍ ບ່າ ແລະຫຼັງ ອັນເນື່ອງມາຈາກການບໍ່ຄ່ອຍເຄື່ອນໂຕ ເລືອດຈຶ່ງໄຫຼວຽນບໍ່ດີ .

ທ່າທີ່ 1  ນັ່ງຫຼັງຕົງ ອຽງຄໍໄປດ້ານໃດດ້ານໜຶ່ງຊ້າໆ ຈົນກວ່າຈະຮູ້ສຶກຕຶງບໍລິເວນບ່າດ້ານຕົງກັນຂ້າມ ຈຶ່ງຢຸດຄ້າງໄວ້ 10 ວິນາທີ ກ້າມເນື້ອທີ່ຕຶງຈະຜ່ອນຄາຍລົງ ໃຫ້ອຽງເພິ່ມອີກຈັກນ້ອຍຈົນຮູ້ສຶກຕຶງຄືເກົ່າ ຈາກນັ້ນໃຫ້ຄ້າງໄວ້ອີກ 10 ວິນາທີ ກ່ອນຈະອຽງຄໍກັບ ສູ່ທ່າເລີ່ມຕົ້ນ .

ທ່າທີ່ 2  ນັ່ງຫຼັງຕົງ ຈາກນັ້ນໃຫ້ຫັນຫົວໄປດ້ານໃດດ້ານໜຶ່ງຊ້າໆ ເມື່ອຮູ້ສຶກຕຶງທີ່ບ່າ ຫຼືຄໍໃຫ້ຢຸດຄ້າງໄວ້ 10 ວິນາທີ ແລະເມື່ອຮູ້ສຶກວ່າ ກ້າມເນື້ອເຊົາຕຶງ ໃຫ້ຫັນຫົວໄປທາງເກົ່າເພິ່ມຂື້ນອີກຈົນຮູ້ສຶກຕຶງ ແລ້ວຄ້າງໄວ້ 10 ວິນາທີ ກ່ອນຫັນຫົວກັບມາໃນທ່າຕົງ ຫາກລະຫວ່າງເຮັດທ່າ ຮູ້ສຶກວິນຫົວໃຫ້ພັກ 5 ວິນາທີ ກ່ອນເຮັດທ່ານັ້ນອີກຄັ້ງ ຫາກມີອາການອີກ ແນະນຳໃຫ້ໄປປຶກສາແພດ .

ທ່າທີ່ 3  ນັ່ງຫຼັງຕົງ ຍົກບ່າຂື້ນດ້ານເທີງເຕັມທີ່ ຄ້າງໄວ້ 5 ວິນາທີ ແລ້ວປ່ອຍບ່າລົງ ຈະຮູ້ສຶກວ່າກ້າມເນື້ອບໍລິເວນບ່າ ຜ່ອນຄາຍ ໂດຍໃຫ້ເຮັດຊ້ຳກັນ 3-5 ເທື່ອ ສະຫຼັບໄປມາ .

ທ່າທີ່ 4  ຢຽດແຂນຂວາອອກໄປດ້ານໜ້າ ຫັນຝາມືອອກນອກລຳໂຕ ຈາກນັ້ນໃຊ້ມືຊ້າຍດັນຫຼື ດັດນິ້ວມືຂວາ ໃຫ້ໂຄ້ງເຂົ້າຫາລຳໂຕ ທ່ານີ້ຈະໃຫ້ຕຶງທີ່ຂໍ້ສອກຂວາດ້ານໃນ ໃຫ້ຄ້າງໄວ້ 10 ວິນາທີ ແລະສະລັບອີກຂ້າງ ແຕ່ຫາກເຮັດແລ້ວ ມີອາການຊາທີ່ມື້ ໃຫ້ຢຸດພັກ 5 ນາທີ ແລ້ວລອງເຮັດອີກ ຖ້າຍັງມີອາການອີກ ໃຫ້ໄປຫາແພດ .

ທ່າທີ່ 5  ເປັນການນວດຝາມືຊ້າຍດ້ວຍນິ້ວໂປຂວາ ໂດຍການກົດລົງໄປ ເທີງຝາມືແລ້ວໝຸນນິ້ວໂປເປັນວົງມົນ 3 ຮອບ ຈາກນັ້ນເລື່ອນນິ້ວໂປໄປຈຸດອື່ນໆ ເທີງຝາມືຈົນທົ່ວຝາມື ແລ້ວໃຫ້ສະລັບໄປເຮັດອີກຂ້າງ ດ້ວຍວິທີດຽວກັນ ແຕ່ຄວນລະວັງ ຢ່າໃຫ້ກາຍເປັນການຖູ .

ທ່າທີ່ 6  ໃຊ້ມືຂວາດຶງນິ້ວໂປຊ້າຍເຂົ້າຫາໂຕ ຈົນຮູ້ສຶກຕຶງບໍລິເວນອຸ້ງມື ແລະຂໍ້ນິ້ວໂປ ໃຫ້ຄ້າງໃນທ່ານັ້ນ 5 ວິນາທີ ກ່ອນຈະໄປເຮັດອີກຄ້າງ .

ທ່າທີ່ 7  ເປັນການບໍລິຫານທັ້ງ 2 ມືພ້ອມກັນ ໂດຍເລີ່ມຈາກການກຳໃຫ້ແນ່ນທີສຸດຄ້າງໄວ້ 5 ວິນາທີ ແລ້ວປ່ອຍອອກຊ້າໆ ພ້ອມກາງນິ້ວໃຫ້ຫຼາຍທີ່ສຸດຄ້າງໄວ້ 5 ວິນາທີ ແລ້ວກັບມາຢູ່ໃນທ່າປັກກະຕິ ຈາກນັ້ນໃຫ້ເຮັດຊ້ຳອີກ 2-3 ເທື່ອ ຈະຊ່ວຍໃຫ້ຜ່ອຍຄາຍບໍລິເວນຝາມື .

 

ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...