spot_img
Homeຂ່າວຕ່າງປະເທດສ​ຫລ ເພີ້ມການລົງໂທດ ຕໍ່ຣັດເຊຍ ຕື່ມອີກ ເພື່ອໃຫ້ ຣັດເຊຍ "ປ່ຽນຄວາມປະພຶດ" ໃນຢູເຄຣນ

ສ​ຫລ ເພີ້ມການລົງໂທດ ຕໍ່ຣັດເຊຍ ຕື່ມອີກ ເພື່ອໃຫ້ ຣັດເຊຍ “ປ່ຽນຄວາມປະພຶດ” ໃນຢູເຄຣນ

Published on

D877DC11-CB68-44A0-B267-CFB520D77BE6_mw505_mh360_s

ສະຫະລັດ​ຈະ​ປະກາດ​ລົງ​ໂທດ​ໃໝ່​ຕື່ມ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ຕໍ່ຣັດ​ເຊຍ​ທີ່​ກຳລັງ​ພົວພັນ​ຢູ່​ໃນ​ຢູ​ເຄຣນ ປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ລົງ​ໂທດ​ຕໍ່​ພວກ​ບຸກຄົນ​ແລະ​ບໍລິສັດ​ຕ່າງໆ ຈະ​ເພີ່ມ​ຂຶ້ນ​ອີກ​ນອກຈາກ​ການ​ລົງ​ໂທດທີ່​ມີ​ຢູ່ແລ້ວ ທີ່​ແນ​ເປົ້າ​ໃສ່​ການ​ເຄື່ອນ​ໄຫວທາງ​ທະນາຄານບາງ​ຢ່າງ ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ບໍລິສັດ​ ທີ່​ໃກ້ຊິດ​ກັບ​ປະທານາທິບໍດີ Vladimir Putin ນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “​ເປົ້າ​ໝາຍ​ຂອງ​ການ​ລົງ​ໂທດ​ດັ່ງກ່າວ​ບໍ່ແມ່ນ​ແນ​ໃສ່​ທ່ານ​ພູ​ຕິນ ​ເປັນ​ທາງ​ສ່ວນ​ຕົວ. ​ແຕ່ເປົ້າ​ໝາຍ​ແມ່ນ​ເພື່ອ​ປ່ຽນ​ແປງ​ການ​ຄຳນວນ​ລະ​ບົບຂອງ​ທ່ານ​ກ່ຽວ​ກັບວິທີ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ປັດຈຸບັນ​ທີ່​ທ່ານ​ກຳລັງ​ພົວພັນ​ຢູ່​ໃນ​ຢູ​ເຄຣນນັ້ນວ່າຈະສ້າງ​ຜົນກະທົບ​ທີ່ກົງກັນຂ້າມ​ຕໍ່​ເສດຖະກິດ​ຂອງຣັດ​ເຊຍ​ໃນ​ລະຍະ​ຍາວ ​ແລະ​ເພື່ອ​ຊັກ​ຊວນ​ໃຫ້​ທ່ານ​ດຳ​ເນີນ​ການ​ແທ້ໆ ​ແລະ​ບໍ່​ພຽງ​ແຕ່ຈະ​ເວົ້າ​ຊື່ໆ ​ເມື່ອ​ເວົ້າ​ເຖິງ​ການ​ແກ້​ໄຂ​ວິ​ກິດ​ການ​ທາງ​ດ້ານ​ການ​ທູດ​ໃນ​ຢູ​ເຄຣນນັ້ນ.”

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ຢູ​ເຄຣນ ​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ນາໆ​ຊາດ​ທີ່​ໄດ້​ບັນລຸ​ກັນ​ທີ່​ນະຄອນ​ຈີ​ນີວາ ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ວາງ​ການ​ເອົາ​ບາດກ້າວ​ທີ່​ເປັນ​ຮູບ​ປະ​ທຳ​ຕ່າງໆ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ຢູ​ເຄຣນ. ທ່ານ​ໂອ​ບາ​ມາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ລະຫວ່າງ​ການ​ເດີນທາງ​ໄປ​ຍັງຟີ​ລິບ​ປີນ​ວ່າ ຣັດ​ເຊຍ​ບໍ່​ໄດ້​ທຳ​ການ​ເຄື່ອນ​ໄຫວ​ໃດໆກ່ຽວ​ກັບ​ເລື້ອງ​ນີ້.

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...