spot_img
Homeຂ່າວຕ່າງປະເທດຕາມ​ຄາດ ຮິ​ລລາຣີ ​ແລະ ທຣັມ ມີ​ຄະ​ແນນ​ນຳ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ ສະຫະລັດ

ຕາມ​ຄາດ ຮິ​ລລາຣີ ​ແລະ ທຣັມ ມີ​ຄະ​ແນນ​ນຳ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ ສະຫະລັດ

Published on

ນາງ ຮິ​ລລາຣີ ຄລິ​ມຕັນ ຜູ້​ສະໝັກ​ຊີງ​ຕຳ​ແໜ່​ງປະທານາ​ທິບໍດີ​ສະຫະລັດ​ຈາກພັກ​ເດ​ໂມ​ແຄຣດ ​ແລະ ທ້າວ ​ໂດ​ນັລ ທຣັມ ຜູ້​ສະໝັກ​ຈາກ​ພັກຣີພັບບ​ລິ​ກັນຕ່າງ​ມີ​ຄະ​ແນນ​ນຳ​ໃນ​ການ​​ເລືອກ​ຕັ້ງຂັ້ນ​ຕົ້ນ​ວັນອັງຄານ ຊຶ່ງ​ມີ​ການ​ລົງ​ຄະ​ແນນ​ສຽງ​ພ້ອມ​ກັນ​ໃນ 11 ລັດ​ຕາມ​ຄວາມ​ຄາດໝາຍ.

ຜົນສຳ​ຫຼວດຊີ້​ ທັງ​ສອງ​ມີ​ໄຊຊະນະ​ໃນ​ລັດ​ອາ​ລະບາ​ມາ, ຈໍ​ເຈຍ ​ແລະ​​ເທັນ​ເນັສຊີ ຂະນະ​ທີ່​ຄລິ​ມຕັນ​ຍັງ​ມີ​ຄະ​ແນນນຳ​ໃນ​ລັດ​ເວີ​ຈີ​ເນຍ ​ແລະ ອາ​ຄັນ​ຊໍ ສ່ວນທຣັມມີຄະ​ແນນ​ນຳ​ໃນ​ລັດ​ແມ​ສຊາ​ຊູ​ເຊ​ດ ຂະນະ​ທີ່ທ້າວ​ເບີ​ນີ ​ແຊນ​ເດີ ຜູ້​ສະໝັກ​ຈາກ​ພັກ​ເດ​ໂມ​ແຄຣດ​ໄດ້​ຮັບ​ໄຊ​ຊະຍະ​ໃນ​ບ້ານ​ເກີດ​ທີ່​ລັດ​ເວີນ​ອນ ຂະນະ​ທີ່​ທຣັມມີ​ຄະ​ແນນ​ສູ​ສີ​ກັບ​ຜູ້​ສະໝັກ​ອີກ 2 ລາຍ​ໃນ​ລັດ​ເວີນ​ອນ ​ແລະ​ເວີ​ຈີ​ເນຍ ທັງ​ນີ້​ຄາດ​ວ່າ​ຜົນ​ສະຫຼຸບ​ຄະ​ແນນ​ແບບ​ເປັນ​ທາງ​ການ​ຈະ​ຕາມ​ມາ​ໃນ​ໄວໆ​ນີ້.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...