spot_img
Homeມູມໄອທີລາວເປີດໂຕແລ້ວ!! ສຳລັບສະມາດໂຟນ RAM 6GB ລຸ້ນທຳອິດຂອງໂລກ

ເປີດໂຕແລ້ວ!! ສຳລັບສະມາດໂຟນ RAM 6GB ລຸ້ນທຳອິດຂອງໂລກ

Published on

ບໍລິສັດຜະລິດສະມາດໂຟນຈາກປະເທດຈີນ Vivo ໄດ້ຈັດງານຖະແຫຼງຂ່າວພິເສດຂຶ້ນເພື່ອປະກາດເປີດໂຕສະມາດໂຟນ RAM 6GB ລຸ້ນທຳອິດຂອງໂລກຢູ່ທີ່ປັກກິ່ງ ນັ້ນກໍຄື Vivo Xplay 5 ແລະ Vivo Xplay 5 Elite

image

Vivo Xplay 5 Elite ມາພ້ອມກັບໜ້າຈໍຂະໜາດ 5.43 ນິ້ວ, ຄວາມລະອຽດ Quad HD (1440 x 2560), ໃຊ້ຈໍ Super AMOLED ເຊິ່ງຈໍເປັນແບບຂອບໂຄ້ງທັງສອງເບື້ອງ. ໂຕເຄື່ອງຂອງໂທລະສັບເກືອບທັງໝົດແມ່ນເຮັດມາຈາກ Aluminum Magnesium Alloy ພ້ອມກັບເສັ້ນໂຄ້ງເຊິ່ງເໝາະແກ່ການຈັບຫຼິ້ນເປັນຢ່າງດີ

image

ໃນດ້ານຂອງຮາດແວຣແມ່ນໃຊ້ງານຊິບປະມວນຜົນຄອດຄໍ Snapdragon 820 ແລະຊິບປະມວນຜົນກຣາບຟິກ Adreno 530, ພ້ອມກັບໜ່ວຍຄວາມຈຳ UFS 2.0 ລຸ້ນຫຼ້າສຸດທີ່ມີຄວາມໄວສູງ. ບໍລິສັດກ່າວວ່າໄດ້ໃຊ້ລະບົບລະບາຍຄວາມຮ້ອນດ້ວຍຂອງແຫຼວ ເຊິ່ງຈະຊ່ວຍເຮັດໃຫ້ຊີພີຢູມີຄວາມເຢັນລົງ ເພື່ອຈະເຮັດໃຫ້ການປະມວນຜົນມີປະສິດທິພາບສູງຢູ່ຕະຫຼອດເວລາ ແລະສັນຍາວ່າການປະມວນຜົນຈະບໍ່ມີຜົນກະທົບດ້ານຄວາມຮ້ອນສູງໃດໆ. RAM 6 GB, ພື້ນທີ່ຈັດເກັບ 128 GB ແລະແບັດເຕີຣີໃຫ້ມາ 3,600 mAh ຮອງຮັບລະບົບສາກໄວ.ລະບົບສຽງ Hi-Fi 3.0 (2*ES9028+OPA1612)

ສຳລັບກ້ອງຂອງ Vivo Xplay 5 Elite ນັ້ນໃຊ້ງານເຊັນເຊີກ້ອງ Sony IMX298 ຄວາມລະອຽດທີ່ 16 ລ້ານພິກເຊວ ພ້ອມກັບລະບົບກວດຈັບໂຟກັດອັດຕະໂນມັດ, ລະບົບປ້ອງກັນພາບສັ່ນ ແລະແຟລັດຄູ່ໂທນ LED. ມີລະບົົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ

ສຳລັບ Vivo Xplay 5 Elite ແມ່ນໃຊ້ງານລະບົບປະຕິບັດການ Android 5.1 Lolipop, ຮອງຮັບ 2 ຊິມແລະຮອງຮັບ 3G ແລະ 4G. ສຳລັບໂຕເຄື່ອງນັ້ນມີລາຄາຢູ່ທີ່ 4288 ຢວນ (5.320.000 ກີບ) ແລະຈະເປີດໂຕອີກຮອບໃນວັນທີ 8 ເດືອນມີນາ ຢູ່ທີ່ປະເທດຈີນ
____________________________________________

image

Vivo Xplay 5 ມາພ້ອມກັບໜ້າຈໍຂະໜາດ 5.43 ນິ້ວ, ຄວາມລະອຽດ Quad HD (1440 x 2560), ໃຊ້ຈໍ Super AMOLED.

ໃຊ້ງານຊິບປະມວນຜົນ Snapdragon 652 (4xCortex-A72 ຄວາມໄວ 1.8GHz + 4xCortex-A53 ຄວາມໄວ 1.4GHz) ແລະຊິບປະມວນຜົນກຣາບຟິກ Adreno 510, RAM 4GB, ພື້ນທີ່ຈັດເກັບ 128 GB.ລະບົບສຽງແຕກຕ່າງຈາກລຸ້ນ Elite ຄື Hi-Fi (CS4395+AD4525)

image

ສຳລັບລາຄາຂອງໂຕເຄື່ອງນັ້ນແມ່ນ 3698 ຢວນ (4.585.000 ກີບ) ແລະຈະເປີດໂຕອີກຮອບໃນວັນທີ 8 ເດືອນມີນາ ຢູ່ທີ່ປະເທດຈີນ

*ໝາຍເຫດ: ສຳລັບລຸ້ນ Vivo Xplay 5 ນັ້ນແມ່ນຄືກັບລຸ້ນ Vivo Xplay 5 Elite ເກືອບທັງໝົດແຕ່ສິ່ງທີ່ຕ່າງແມ່ນ RAM ແລະ CPU ເທົ່ານັ້ນ (ອາດຈະໃດ໋ 555 ເພາະຂໍ້ມູນຍັງບໍ່ຫຼາຍພໍເທື່ອສຳລັັບລຸ້ນນີ້)

ແລ້ວຈະມາສະຫຼຸບສະເປັກທັງໝົດໃຫ້ໃໝ່ຫຼັງຈາກເປີດໂຕໃນງານທີ່ຈະຈັດຂຶ້ນໃນວັນທີ 8 ນີ້

ທີ່ມາ:1,2

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...