spot_img
Homeຂ່າວການພັດທະນາລາວເຊັນ MOU ຈັດເຝິກອົບຮົມ ຖອດຖອນບົດຮຽນຂອງສິງກະໂປ ໃຫ້ພະນັກງານຂັ້ນນຳ!

ລາວເຊັນ MOU ຈັດເຝິກອົບຮົມ ຖອດຖອນບົດຮຽນຂອງສິງກະໂປ ໃຫ້ພະນັກງານຂັ້ນນຳ!

Published on

ພິທີລົງ​ນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຍົກ​ສູງຄວາມສາມາດ ໃຫ້ແກ່ພະນັກງານຂັ້ນນຳລາວ ດ້ວຍການຈັດຝືກອົບຮົມ ຖ່າຍທອດບົດຮຽນຂອງສິງກະໂປ ລະຫວ່າງ ທ່ານ ຢົງ ຈັນທະລັງສີ ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດລາວ ແລະ ທ່ານ ສາດສະດາຈານ ເອີມິງ ຮົວ ຮອງອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຊີນັນຢາງ ແຫ່ງ ປະເທດສິງກະໂປ,​​ ໄດ້​ມີ​ຂຶ້ນ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ທີ່​ນະຄອນຫລວງ​ວຽງ​ຈັນ, ໂດຍການ​ເຂົ້າ​ຮ່ວມ​ຂອງ ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ແສງເພັດ ຮຸ່ງບຸນຍວງ, ມີຜູ້ບໍລິຫານມູນນິທິເທມາເຊັກ, ຫົວໜ້າກົມ ​ແລະ ພາກສ່ວນ​ກ່ຽວຂ້ອງເຂົ້າຮ່ວມ.

ການລົງ​ນາມບົດບັນທຶກດັ່ງກ່າວ​ ເພື່ອປະຕິບັດຕາມເນື້ອໃນຈິດ​ໃຈຂອງສອງຝ່າຍ ໃນການຊ່ວຍເຫລືອຍົກສູງ ເພື່ອສ້າງຄວາມສາມາດ ໃຫ້ແກ່ພະນັກງານຂັ້ນນຳຂອງລາວ ດ້ວຍການຈັດຝືກອົບຮົມ ຖ່າຍທອດບົດຮຽນຂອງສິງກະໂປໃຫ້ຜູ້ເຂົ້າຮ່ວມ ໄດ້ນຳມາໜູນໃຊ້ເຂົ້າໃນວຽກງານຕົວຈິງ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຫລຸດພົ້ນຈາກ ປະເທດດ້ອຍພັດທະນາ ແລະ ກາຍເປັນປະເທດທີ່ຈະເລີນໃນອະນາຄົດ.

ໂຄງການຝືກອົບຮົມດັ່ງກ່າວ, ແມ່ນຂີດໝາຍສຳຄັນ ໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ສິງກະໂປ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ຂອງທັງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາດີຂຶ້ນໄປເລື້ອຍໆ.

ໂຄງການດັ່ງກ່າວເກີດຂຶ້ນ ພາຍໃຕ້ການສະໜັບສະໜູນຈາກລັດຖະບານລາວ ແລະ ມູນນິທິເທມາເຊັກ, ເຊິ່ງມະຫາວິທະຍາໄລເຕັກໂນໂລຊີນັນຢາງ ເປັນຜູ້ຈັດຕັ້ງປະຕິບັດ ໂດຍໄດ້ແບ່ງອອກເປັນ 3 ຊຸດຮຽນ, ມີ​ປະມານ 25 ຄົນຕໍ່​ຊຸດ,​ ໄລຍະຝຶກອົບຮົມ 15 ວັນ ຢູ່ປະ​ເທດສິງກະໂປ ເພື່ອຮຽນຮູ້ປະສົບການ, ບົດຮຽນໃນຂົງເຂດການບໍລິຫານລັດ, ນະໂຍບາຍລັດ ແລະ ການພັດທະນາເສດຖະກິດ-ສັງຄົມ ຈາກຜູ້ຊ່ຽວຊານທີ່ເຄີຍມີບົດບາດ ໃນຍຸກຂ້າມຜ່ານຂອງສິງກະໂປ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...