spot_img
Homeຂ່າວຕ່າງປະເທດຝຣັ່ງ ພົບ​ຜູ້​ຕິດ​ເຊື້ອ​ຊິ​ກາ​ຜ່ານ​ທາງ​ເພດ​ສຳພັນ ຄົນທຳ​ອິດ​ຂອງ​ປະ​ເທດ

ຝຣັ່ງ ພົບ​ຜູ້​ຕິດ​ເຊື້ອ​ຊິ​ກາ​ຜ່ານ​ທາງ​ເພດ​ສຳພັນ ຄົນທຳ​ອິດ​ຂອງ​ປະ​ເທດ

Published on

ສຳ​ນັກ​ຂ່າວ​ເອ​ເອຟພີລາ​ຍງານ​​ເມື່ອ​ວັນ​ທີ 27 ກຸມພາ​ວ່າ ນາງ ມາ​ຣີຊອລ ຕູ​ເຣນ ລັດ​ຖະມົນຕີສາ​ທາ​ລະ​ນຸສຸກ​ຢືນຢັນ ພົບ​ຄົນ​ເຈັບ​ຍິ່ງ​ລາຍ​ທຳ​ອິດ​ທີ່​ຕິດ​ເຊື້ອ​ໄວ​ຣັສຊິ​ກາ​ຜ່ານ​ທາງ​ເພດ​ສຳພັນ​ຈາກ​ຄູ່​ຮັກ​ຂອງ​ລາວ ຊຶ່ງ​ມີ​ປະຫວັດ​ເດີນທາງ​ກັບ​ຈາກ​ບຣາຊິ​ລ ປະ​ເທດ​ທີ່​ມີ​ການ​ແພ່​ລະບາດ​ເຊື້ອ​ຮຸນ​ແຮງ​ທີ່​ສຸດ.

ນາງ ຕູ​ເຣນລະບຸ​ວ່າ ຜູ້​ຕິດ​ເຊື້ອ​ແລະ​ຄູ່​ຮັກ​ອາ​ໄສ​ຢູ່​ໃນ​ປາຣີ ປະ​ເທດ​ຝຣັ່ງ, ​​ແນວ​ໃດ​ກໍ​ຕາມ ລາວ​ສະ​ແດງ​ອາການ​ຂອງ​ເຊື້ອ​ຊິ​ກາ​ຕາມ​ປົກກະຕິ ​ແຕ່​ບໍ່​ໄດ້​ເຂົ້າ​ຮັບ​ການ​ຮັກສາ​ຕົວ​​ໃນ​ໂຮງໝໍ ​ແລະ​ຍັງ​ມີ​ສຸຂະພາບ​ດີ.

ຂະນະ​ດຽວ​ກັນ ສຳນັກ​ຂ່າວ​ເອ​ເອຟພີ​ລະບຸ​ວ່າ ພຽງ 1 ອາ​ທິດ ປະ​ເທດ​ໂຄ​ໂລ​ມບີ​ພົບ​ຜູ້​ຕິດ​ເຊື້ອ​ເພີ່ມ 5.685 ຄົນ ລວມຍອດ​ຢູ່​ທີ່ 42.706 ຄົນ ​ແລະ​ເປັນ​ຍິງ​ຖືພາ 7.653 ຄົນ ​ໂດຍ​ເຊື້ອ​ຊິກາສາມາດ​ເຮັດ​ໃຫ້​ລູກ​ທີ່ຢູ່​ໃນ​ທ້ອງ​ຍິງຕິດ​ເຊື້ອ​ປະສົບ​ສະພາວະ​ຫົວ​ນ້ອຍ​ຜິດ​ປົກກະຕິ​ໄດ້.

ທັງ​ນີ້ ອົງການ​ອະ​ນາ​​ໄມ​ໂລກ​ລາຍ​ງານ​ວ່າ​ພົບ​ການ​ແພ່​ລະບາດ​ເຊື້ອ​ໃນ 46 ປະ​ເທດ ​ແລະ​ຍຸງ​ລາຍ​ອັນ​ເປັນ​ພະ​ຫະຂອງ​ເຊື້ອ​ສາມາດ​ພົບ​ໄດ້​ໃນ 130 ປະ​ເທດ​ທົ່ວ​ໂລກ ປະຈຸ​ບັນ ​ເຊື້ອ​ໄວ​ຣັສນີ້​ຍັງ​ບໍ່​ມີ​ການ​ຮັກສາ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...