Homeນານາສາລະຄຸນປະໂຫຍດດີໆຂອງໝາກໄມ້ ແລະ ຜັກ 5 ສີ

ຄຸນປະໂຫຍດດີໆຂອງໝາກໄມ້ ແລະ ຜັກ 5 ສີ

Published on

ຫລາຍທ່ານອາດຈະປະຕິເສດບໍ່ໄດ້ວ່າ ອາຫານທີ່ມີສີສັນສວຍງາມນັ້ນ ເຊີນຊວນໃຫ້ທ່ານຮູ້ສຶກຢາກກິນຫລາຍປານໃດ ແລະສິ່ງທີ່ມີຫລາຍກວ່າຄວາມສວຍສົດງົດງາມນັ້ນ ກໍແມ່ນທາດຕ້ານພະຍາດ ທີ່ມີຢ່າງຫລວງຫລາຍ
ໃນບັນດາໝາກໄມ້ແລະຜັກຫລາຍສີ.

ດັ່ງທີ່ພວກເຮົາຮູ້ກັນດີວ່າ ຄຸນປະໂຫຍດຂອງໝາກໄມ້ ແລະຜັກນັ້ນ ມີຢ່າງມະຫາສານ ມີທັງແຮ່ທາດ ແລະວິຕາມິນ ຊະນິດຕ່າງໆທີ່ເປັນປະໂຫຍດຕໍ່ກົນໄກຕ່າງໆໃນຮ່າງກາຍຂອງຄົນ ແລະຄຸນສົມບັດຂອງການເປັນແຫລ່ງເສັ້ນໄຍອາຫານ ເປັນສານອາຫານທີ່ຈະຊ່ວຍຫລຸດຜ່ອນການດູດຊຶມຂອງcholesterol ແລະໄຂມັນໄດ້ ຊ່ວຍໃຫ້ລະບົບຍ່ອຍອາຫານ ລະບົບການຂັບຖ່າຍເຮັດວຽກເປັນປົກກະຕິ.

ນອກຈາກຄຸນສົມບັດທີ່ເວົ້າມາຂ້າງເທິງນັ້ນແລ້ວ ໃນໝາກໄມ້ ແລະຜັກຍັງມີທາດພິເສດທີ່ເຮັດໜ້າທີ່ຄ້າຍຄືກັບຢາຊ່ອຍປ້ອງກັນພະຍາດບາງຊະນິດເຊັ່ນ: ມະເຮັງ, ພະຍາດຫົວໃຈ ຫລອດເລືອດ ແລະອື່ນໆ, ແຕ່ວ່າຈະກິນແນວໃດ? ເພື່ອໃຫ້ຮ່າງກາຍໄດ້ຮັບການປ້ອງກັນຈາກພະຍາດໄດ້ນັ້ນຂໍແນະນຳໃຫ້ທ່ານກີນໃຫ້ຄົບ 5 ສີ ສ່ວນຈະມີຄືແນວໃດແດ່ມາເບິ່ງກັນເລີຍ

ສີຂຽວ

ສີຂຽວ: ແມ່ນສີທໍາອິດທີ່ທຸກທ່ານຈະຄິດພໍ້ຖ້າເວົ້າເຖິງຜັກ ທາດທີ່ເຮັດໃຫ້ເກີດ
ສີຂຽວໃນຜັກແມ່ນ chlorophyll ນອກຈາກນັ້ນ ຍັງມີທາດປະສົມອື່ນໆ ທີ່ມີຄຸນສົມບັດສົ່ງເສີມສຸຂະພາບເຊັ່ນ lutein ຊິ່ງເປັນທາດທີ່ຊ່ວຍຕ້ານອະນຸມູນອິດສະຫລະ (antioxidants) ຊ່ອຍຫລຸດຜ່ອນການເສື່ອມຂອງປະສາດຕາ ເປັນຕົ້ນ.

ສີນໍ້າໝາກກ້ຽງ ສີເຫລືອງ

ສີເຫລືອງ ສີນໍ້າໝາກກ້ຽງ: ໃນກຸ່ມສີນີ້ ມີທາດ antioxidants ຫລາຍຢ່າງທີ່ສຳຄັນເຊັ່ນ Beta – carotene, ວິຕາມິນ C ຊຶ່ງຈະຊ່ອຍຮັກສາສຸຂະພາບຫົວໃຈ ຫລອດເລືອດ ແລະລະບົບພູມຕ້ານທານພະຍາດໃນຮ່າງກາຍຂອງພວກເຮົາ ແລະຫລຸດຜ່ອນໂອກາດຂອງການເປັນມະເຮັງໄດ້ .

ສີແດງ

ສີແດງ: ທາດທີ່ຢູ່ໃນກຸ່ມໝາກໄມ້ ແລະຜັກສີແດງຄື lycopene ເພາະມີການຄົ້ນຄວ້າເຫັນວ່າ ຊ່ອຍຫລຸດຜ່ອນການເກີດມະເຮັງໝາກອັນທະຂອງຜູ້ຊາຍໄດ້ ແລະຫລຸດຜ່ອນປະລິມານ cholesterol LDL ໃນເລືອດນອກຈາກນີ້ໝາກໄມ້ ແລະຜັກສີແດງ ຍັງຊ່ອຍຮັກສາສຸຂະພາບຫົວໃຈຫລອດເລືອດ ແລະລະບົບທໍ່ຍ່ຽວ ຫລູດຜ່ອນຄວາມສ່ຽງຈາກການເກີດມະເຮັງ.

ສີມ່ວງແດງ

ສີມ່ວງແດງ: ໃນກຸ່ມໝາກໄມ້ ແລະຜັກສີນີ້ ມີທາດ Anthony cyanogen ທີ່ຊ່ອຍປົກປັກຮັກສາໝາກໄມ້ ແລະຜັກ ຈາກການທຳລາຍໂດຍລັງສີ Ultraviolet ເລີຍມີຜົນໃນການຕ້ານທາດ antioxidant ຊ່ວຍເພີ່ມຄວາມຢືດຫົດໃຫ້ຜະໜັງເສັ້ນເລືອດ ຊ່ອຍຫລຸດຜ່ອນການເກີດການອັດຕັນໃນເສັ້ນເລືອດ ແລະພະຍາດເສັ້ນເລືອດຫົວໃຈແຂງໂຕ (dysfunction cardiovascular).

ສີຂາວ

ສີຂາວ: ທາດທີ່ປະກອບໃນໝາກໄມ້ ແລະຜັກກຸ່ມນີ້ ມີຫລາຍຊະນິດ ແລະ ເປັນສິ່ງທີ່ເຮັດໃຫ້ນັກຄົ້ນຄວ້າມີຄວາມສົນໃຈ ເພາະມັນມີປະໂຫຍດຫລາຍໆຢ່າງເຊັ່ນ: ໝາກໂປມ, ມັນຝຣັ່ງ, ຫັວຜັກບົ່ວໃຫຍ່, ຜັກທຽມ ສາມາດຕ້ານທາດantioxidant ຊ່ອຍຫລຸດຜ່ອນຄວາມເສຍຫາຍຂອງຈຸລັງ ແລະອະໄວຍະວະໃນຮ່າງກາຍ ຂີງ ແລະຫົວຂ່າ ສາມາດຕ້ານການອັກເສບຊ່ອຍປິ່ນປົວສະພາບຄວາມດັນເລືອດແລະປ້ອງກັນພະຍາດຫົວໃຈເສັ້ນເລືອດ ແລະອື່ນໆ.

ໃນເມື່ອຮູ້ຄຸນປະໂຫຍດດີໆຈາກໝາກໄມ້ ແລະ ຜັກ 5 ສີ ແບບນີ້ແລ້ວ ກໍຢ່າລືມໄປຊອກຫາມາກິນກັນຫລາຍໆ ເພື່ອໃຫ້ທຸກທ່ານມີສຸຂະພາບທີ່ດີ ແລະ ແຂງແຮງຢູ່ຕະຫລອດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...