spot_img
Homeຂ່າວທ້ອງຖິ່ນອັດ​ຕະ​ປື ຈະ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 144 ຕື້​ກວ່າ​ກີບ

ອັດ​ຕະ​ປື ຈະ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 144 ຕື້​ກວ່າ​ກີບ

Published on

    ພະ­ແນກ­ການ​ເງິນ​ແຂວງ​ອັດ​ຕະ​ປື​ໄດ້​ວາງ​ເປົ້າ​ໃນ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະ­ມານ​ໃນ​ສົກ​ປີນີ້​ໃຫ້​ບັນ­ລຸ144 ຕື້​ກວ່າ​ກີບ ພ້ອມ​ຢືນ­ຢັນ​ຖາ­ນະ​ການເງິນ​ມີ​ຄວາມ​ເຂັ້ມແຂງ​ໃນ​ການ​ໃຊ້​ຈ່າຍ​ເງິນ­ເດືອນ​ແກ່​ພະ­ນັກ­ງານ​ຢ່າງເປັນ​ປົກ​ຖະ​ຕິຂະ­ນະ​ທີ່​ລາຍຮັບ​ສ່ວນ​ໃຫຍ່ຂອງ​ແຂວງ​ແມ່ນ​ໄດ້​ຈາກ​ການ​ເກັບພາ­ສີ​ທີ່​ດິນ​ຈາກ​ການ​ລົງ­ທຶນ​ຂອງ​ຕ່າງປະ­ເທດ.

    ທ່ານ ບຸນ​ທະ​ມາ­ລີ ໝັ້ນ​ອາ​ນົງ ຫົວໜ້າ​ພະ­ແນກ­ການ​ເງິນ​ແຂວງ​ອັດ​ຕະ​ປືໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເສດ​ຖະກິດ-ສັງ­ຄົມ​ເມື່ອ​ບໍ່​ດົນ​ມາ​ນີ້​ໃຫ້​ຮູ້​ວ່າ:ສຳ­ລັບ​ແຜນ​ການ­ຈັດ­ຕັ້ງ​ໃນ​ການ​ເກັບລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ປີ 2015-2016 ແຂວງ​ອັດ​ຕະ​ປື​ແມ່ນ​ຈະ​ໄດ້​ຈັດຕັ້ງ​ປະ­ຕິ­ບັດ​ຕາມ​ການ​ມອບ​ໝາຍ​ຂອງລັດ­ຖະ­ບານ​ກໍ່​ຄື​ກະ­ຊວງ​ການ​ເງິນ​ໃຫ້​ໄດ້​ຈຳ­ນວນ​ທັງ​ໝົດ 144 ຕື້​ກວ່າ​ກີບ, ທຽບ­ໃສ່ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 3%, ໃນນັ້ນ​ແມ່ນ​ລາຍ​ຮັບ​ຈາກ​ສ່ວຍ​ສາ​ອາ­ກອນ 129 ຕື້​ກວ່າ​ກີບ, ລາຍ​ຮັບ​ຄຸ້ມ​ຄອງ​ຊັບ ສິນ 15 ຕື້​ກວ່າ​ກີບ ຊຶ່ງ​ມາ​ຮອດ​ປະ­ຈຸ ໄດ້​ແລ້ວ 51,7 ຕື້​ກີບ ທຽບ­ໃສ່​ແຜນ­ການປະ­ຕິ­ບັດ​ໄດ້ 30% ໃນ​ນັ້ນ​ມີ​ລາຍ​ຮັບຈາກ​ອາ­ກອນ 38,4 ຕື້​ກີບ ຄຸ້ມ​ຄອງ​ຊັບສິນ​ທີ່​ດິນ​ລັດ​ປະ­ມານ 4,9 ຕື້​ກີບ.

ຢ່າງ­ໃດ​ກໍ​ຕາມ​ສຳ­ລັບ​ໃນ 6 ເດືອນທ້າຍ​ປີ​ແມ່ນ​ຈະ​ໄດ້​ສູ້​ຊົນ​ເຮັດ​ໃຫ້­ການເກັບ​ລາຍ​ໃຫ້​ໄດ້​ຕາມ​ແຜນ­ທີ່​ວາງ​ໄວ້ ແລະ ເຊື່ອ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຈະ​ໄດ້​ຕາມລະດັບ​ຄາດ­ໝາຍ100%, ເນື່ອງ​ຈາ​ກວ່າໃນ​ປະ­ຈຸ​ບັນ​ໄດ້​ມີ​ການ​ລົງ­ທຶນ​ເຂົ້າ​ໃສ່​ໃນ​ຫຼາຍ​ໂຂງ​ເຂດໂດຍ​ສະ­ເພາະ​ແມ່ນ​ບໍ​ລິສັດ​ຮວາງ​ແອງ​ຢາ​ລາຍ​ເປັນ​ບໍ­ລິ­ສັດ​ຍັກ​ໃຫຍ່​ເຂົ້າ​ມາ​ລົງ­ທຶນ​ໃນ​ແຂວງ​ອັດ​ຕະ​ປື ແລະ​ໂຄງ­ການ​ສ່ວນ​ໃຫຍ່​ຂອງ​ບໍ­ລິ­ສັດດັ່ງ­ກ່າວ​ແມ່ນ​ການ​ສຳ​ປະ­ທານ​ເນື້ອ­ທີ່​ດິນ, ນອກ​ນີ້​ຍັງ​ບັນ­ດາ​ການ​ລົງ­ທຶນ​ຕ່າງໆທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ທີ່​ເຫັນວ່າ​ມີ​ທ່າ­ແຮງ​ເພີ່ມ​ຂຶ້ນ.

ທ່ານ​ຫົວ­ໜ້າ​ພະ​ແນກ​ໃຫ້​ຮູ້​ຕື່ມ​ວ່າ:ສຳ­ລັບ​ລາຍ​ຈ່າຍ​ສົກ​ປີ 2015-2016 ນີ້ແຂວງ​ອັດ​ຕະ​ປື​ຈະ​ຄຸ້ມ​ຄອງ​ໃຫ້​ຢູ່​ໃນລະ­ດັບ 300 ຕື້​ກີບ ຊຶ່ງ​ເປັນ​ຕົວ​ເລກ​ທີ່​ສາມາດ​ຕອບ​ສະ­ໜອງ​ລາຍ​ຈ່າຍ​ເງິນ­ເດືອນ​ໃຫ້​ແກ່​ພະ­ນັກ­ງານ​ລັດ​ຢູ່​ແຂວງ​ຢ່າງ​ປົກ​ກະພ້ອມ​ດຽວ​ກັນ​ແຂວງ​ອັດ​ຕະ​ປື​ຍັງ​ໄດ້ຊອກ​ຫາ​ລາຍ​ຮັບ​ທີ່​ໝັ້ນ­ຄົງ​ດ້ວຍ​ການ​ລົງ​ສຳ​ຫຼວດ​ທີ່​ດິນ​ຄືນ­ໃໝ່​ໃນ​ບາງ​ບ້ານບາງ​ເມືອງ​ທີ່​ເຫັນ​ວ່າ​ປະ­ຊາ­ຊົນ​ມີ​ການຈັບ​ຈ່ອງ​ທີ່​ດິນ​ບໍ່​ມີ​ເອ­ກະ­ສານ​ຄົບ​ຖ້ວນ​ທີ່​ສຳ­ຄັນ​ໃນ​ເວ­ລາ​ນີ້​ແມ່ນ​ໄດ້​ທົດ​ລອງ​ທີ່ບ້ານ​ໃຫຍ່​ເຊ​ໝານ ເມືອງ​ສາ­ມັກ­ຄີ​ໄຊຊຶ່ງ​ປາ­ກົດ​ວ່າ​ມີ​ການ​ຈັບ​ຈ່ອງ​ທີ່​ດີນ​ບໍ່​ຖືກ​ລະ­ບຽບ​ກົດ­ໝາຍ ແລະ​ຄາດ​ວ່າ​ຖ້າ​ປະຊາ​ຊົນ​ຫາກ​ເຂົ້າ​ມາ​ເສຍ​ພາ­ສີ​ທີ່​ດິນ​ແລ້ວພາຍ​ໃນ​ບ້ານ​ດຽວ​ຈະ​ມາດ​ເກັບ​ລາຍ​ຮັບ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ຕື້​ກີບຫຼັງ​ຈາກ​ນັ້ນ​ແມ່ນຈະ​ໄດ້​ມີ​ການ​ສືບ­ຕໍ່​ໄປ​ບ້ານ​ໃໝ່ ແລະ​ສືກສາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້, ຜົນ​ດີ ແລະ ຜົນ​ກະ­ທົບ​ກັນ​ອີກ​ເທື່ອ​ໃໝ່.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...

ແຈ້ງການສະພາບອາກາດປະຈຳວັນທີ 23 ເມສາ 025

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 23/04/2025 ຫາ ເວລາ 07 ໂມງ ຂອງວັນທີ 24/04/2025. ຄວາມກົດດັນຕໍ່າຂອງອາກາດຮ້ອນມີກໍາລັງປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່,...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...