spot_img
Homeຍ້ອງຍໍຄົນດີເດັ່ນລັດຖະບານລາວປະດັບຫຼຽນແກ່ບຸກຄົນ - ກົມກອງທີ່ສ້າງຜົນງານດີເດັ່ນໃນຊີເກມຄັ້ງທີ 28

ລັດຖະບານລາວປະດັບຫຼຽນແກ່ບຸກຄົນ – ກົມກອງທີ່ສ້າງຜົນງານດີເດັ່ນໃນຊີເກມຄັ້ງທີ 28

Published on

ກະຊວງສຶກສາທິການ ແລະ ກິລາ (ສສກ) ຕາງໜ້າໃຫ້  ລັດຖະບານ ສປປ ລາວ ປະດັບ ຫຼຽນ ກາແຮງງານ ແລະ ມອບໃບ ຍ້ອງຍໍໃຫ້ກົມກອງລວມ ໝູ່, ຄະນະນຳ, ກຳມະການ, ຄູຝຶກ ແລະ ນັກກິລາທິມຊາດລາວທີ່ ສ້າງຜົນງານດີເດັ່ນຍາດໄດ້ 4 ຫຼຽນເງິນ ແລະ 25 ຫຼຽນທອງ ໃນການເຂົ້າຮ່ວມ ງານມະຫະ ກຳກິລາຊີເກມຄັ້ງທີ 28 ທີ່ປະ ເທດສິງກະໂປ ເມື່ອກາງປີ 2015 ຜ່ານມາ. ຊຶ່ງຜົນງານດັ່ງ ກ່າວຖືເປັນການສ້າງຊື່ສຽງ ແລະ ກຽດສັກສີ ໃຫ້ກັບປະເທດ ຊາດໃນເວທີພາກພື້ນ ແລະ ສາກົນ.
ພິທີປະດັບຫຼຽນກາແຮງ ງານ ແລະ ຍ້ອງຍໍດັ່ງກ່າວໄດ້ ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ທີ່ ໂຮງແຮມລ້ານຊ້າງ ນະຄອນ ຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າ ຮ່ວມປະດັບຫຼຽນ ແລະ ມອບ ໃບຍ້ອງຍໍຂອງທ່ານ ບົວລານ ສິລິປັນຍາ ລັດຖະມົນຕີຊ່ວຍ ວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງ ສສກ, ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳ ມະການໂອແລັມປິກແຫ່ງຊາດ ລາວ ແລະ ທ່ານ ແສງພອນ ພົມອາມາດ ຫົວໜ້າກົມກິລາ ລະດັບສູງກະຊວງ ສສກ, ພ້ອມ ດ້ວຍບັນດາຫົວໜ້າກົມ – ຮອງ ກົມທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ທ່ານ ສິງຄຳ ນາລິນ ຮອງ ຫົວໜ້າກົມກິລາລະດັບສູງ ກະ ຊວງສຶກສາທິການ ແລະ ກິລາ, ທັງເປັນຫົວໜ້າຄະນະນັກກິລາ ເຂົ້າຮ່ວມຊີເກມ ຄັ້ງທີ 28 ໄດ້ ລາຍງານໃຫ້ຮູ້ວ່າ: ສຳລັບການ ເຂົ້າຮ່ວມງານກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ ເມື່ອ ກາງປີ 2015 ຜ່ານມາ, ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 318 ຄົນ (ຄູຝຶກ 97 ຄົນ ແລະ ນັກ ກິລາ 183 ຄົນ) ໃນ 20 ປະ ເພດກິລາຄື: ເປຕັງ, ເທຄວັນ ໂດ, ວູຊູ, ຢູໂດ, ກະຕໍ້, ບິນ ລຽດ – ສະນຸກເກີ້, ລົດຖີບ, ຍິງ ທະນູ, ມວຍສາກົນ, ປັນຈາສີ ລັດ, ແລ່ນ – ລານ, ລອຍນ້ຳ, ເຕະບານ, ດອກປີກໄກ່, ເທັນ ນິສ, ຍິງປືນ, ປິ່ງປ່ອງ, ກ໊ອຟ, ຣັກບີ້ ແລະ ຟັນດາບ ພ້ອມຕັ້ງ ເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງ ໜ້ອຍ 5 ຫຼຽນຄຳ. ແຕ່ຜ່ານການ ແຂ່ງຂັນຕົວຈິງຜົນປະກົດວ່າ ທັບນັກກິລາລາວເຮົາຍາດມາ ໄດ້ພຽງແຕ່ 4 ຫຼຽນເງິນ ແລະ 25 ຫຼຽນທອງ ລວມ 29 ຫຼຽນ ຈັດຢູ່ອັນດັບທີ 9 ຂອງຕາຕະ ລາງຈາກ 11 ປະເທດ ເຂົ້າຮ່ວມ ແຂ່ງຂັນຕ່ຳກວ່າເປົ້າໝາຍທີ່ ຕັ້ງໄວ້.
ຕໍ່ກັບຜົນງານດັ່ງກ່າວ, ກະຊວງ ສສກ ຈຶ່ງໄດ້ຕາງໜ້າ ໃຫ້ລັດຖະບານປະດັບຫຼຽນກາ ແຮງງານຈຳນວນ 97 ໜ່ວຍ, ມີ 88 ຄົນ ແລະ 9 ກົມກອງ ພ້ອມກັບມອບໃບຍ້ອງຍໍຂັ້ນ ກະຊວງຈຳນວນ 219 ໃບ, ມີ 198 ຄົນ ແລະ 11 ກົມກອງ ໃຫ້ກົມກອງລວມໝູ່, ຄະນະ ນຳ, ກຳມະການ, ຄູຝຶກ ແລະ ນັກກິລາທິມຊາດລາວທີ່ມີຜົນ ງານ, ຄຸນງາມຄວາມດີໃນການ ຊີ້ນຳ – ນຳພາ ແລະ ຝຶກຊ້ອມ ນັກກິລາເຂົ້າຮ່ວມງານມະຫະ ກຳກິລາຊີເກມຄັ້ງທີ 28 ທີ່ປະເທດສິງກະໂປ.
ໃນໂອກາດດຽວກັນ, ຍັງ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ຈຳນວນ 9 ທ່ານ ແລະ 4 ກົມກອງ; ປະດັບຫຼຽນໄຊແຮງ ງານຊັ້ນ III ຈຳນວນ 9 ທ່ານ; ປະດັບຫຼຽນກາແຮງງານຈຳ ນວນ 18 ທ່ານ ແລະ ມອບໃບ ຍ້ອງຍໍຂັ້ນກະຊວງຈຳນວນ 19 ທ່ານທີ່ມີຜົນງານດີເດັ່ນປະ ກອບສ່ວນເຂົ້າຮ່ວມການແຂ່ງ ຂັນກິລາອາຊຽນຫາດຊາຍຄັ້ງ ທີ 4 ປີ 2014 ທີ່ແຂວງພູເກັດ ປະເທດໄທ ໃນລະຫວ່າງວັນທີ 14-23 ພະຈິກ 2014, ຊຶ່ງສາ ມ າດຍາດມາໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 8 ຫຼຽນທອງ.

 

ຂໍ້ມູນຈາກ http://www.pasaxon.org.la/

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...