spot_img
Homeຂ່າວຕ່າງປະເທດສານນຳໝາ ໃຫ້ເປັນພະຍານ

ສານນຳໝາ ໃຫ້ເປັນພະຍານ

Published on

lpost1

ສານ ທີ່ເມືອງ ຝຣັ່ງແຫ່ງໜຶ່ງ ໃດ້ສັ່ງ ຫມາ ອາຍຸ 9 ປີ ໃຫ້ ເປັນພະຍານເພື່ອຈະໃຫ້ຊ່ວຍລະບຸໂຕຜູ້ຕ້ອງສົງໃສ ຈະເປັນຜູ້ຮ້າຍຂ່າເຈົ້າ

ຂອງມັນ.

ສານເມືອງຕູ ທາງພາກກາງຂອງຝຣັ່ງ ໃດ້ສັ່ງໃຫ້ໝາຊື່ “ແທງໂກ້” ມາຮ່ວມໃນການຜິດຈາລະນາຂະດີຂອງສານຊັ້ນຕົ້ນ ເພື່ອ

ຊ່ວຍລະບຸໂຕຈຳເລີຍໃນຂະຕະກຳ.

ຜູ້ພິພາກສາໃດ້ສັ່ງໃຫ້ຈຳເລີຍທຳທ່າໃຊ້ໄມ້ຕີລູກບານ ເພື່ອເບິ່ງທ່າທາງຂອງມັນວ່າ ຈະຈື່ຄົນຮ້າຍໃດ້ເຫຼືອບໍ່ ແລະເພື່ອຈະໃຫ້

ການພິດຈາລະນາດຳເນີນໄປໃຫ້ເປັນທຳ ສານສັ່ງໃຫ້ນຳໝາອີກໂຕໜຶ່ງ ທີ່ອາຍຸເທົ່າກັນແລະພັນດຽວກັນເຂົ້າຮ່ວມໃນຖານະ

“ກຸ່ມຄວບຄຸມ” ແຕ່ປາກົດວ່າການທົດລອງບໍ່ໃດ້ຜົນ.

ແຕ່ບໍ່ແມ່ນຄັ້ງທຳອິດທີ່ສານຝຣັ່ງໃຫ້ເບິກໂຕໝາໃນຖານະພະຍານ ສົດໆຮ້ອນໆເມື່ອເດືອນທີ່ແລ້ວ ສັດຕະວະແພດທ່ານໜຶ່ງໃດ້

ຮ້ອງຕໍ່ສານປາຣີດ ຂໍໃຫ້ຮັບຟັງຜົນການວິເຄາະກິລິຍາຂອງໝາ ເມື່ອໃຫ້ເບິ່ງຮູບຂອງຜູ້ຕ້ອງສົງໃສຂະດີຂ່າຕະກຳສອງຄົນ.

 

ຂ່າວໂດຍ: ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...