spot_img
Homeຂ່າວທ້ອງຖິ່ນເຊກອງຕີລາຄາຄືນວຽກງານກວດກາທົ່ວແຂວງ

ເຊກອງຕີລາຄາຄືນວຽກງານກວດກາທົ່ວແຂວງ

Published on

   ກອງ​ປະ­ຊຸມ​ສະ­ຫຼຸບ​ຕີ​ລາ­ຄາ​ຄືນວຽກ​ງານ​ກວດ­ກາ​ທົ່ວ​ແຂວງ​ປະ­ຈຳ​ສົກປີ 2014-2015 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 23 ກຸມ­ພາ 2016 ນີ້, ທີ່​ສະ­ໂມ­ສອນ​ແຂວງ​ເຊ​ກອງ, ໂດຍ​ການເຂົ້າ​ຮ່ວມ​ຂອງທ່ານ ຄຳ​ເຜີຍ ບຸດ​ດາວຽງ ກຳ­ມະ­ການ​ສູນ​ກາງ​ພັກ, ເລ­ຂາພັກ​ແຂວງ, ເຈົ້າ­ແຂວງໆ​ເຊ​ກອງ, ທ່ານ ວັນ​ໄຊ ຊົງ​ຊາ​ຢູ ຮອງ​ປະ­ທານ​ຄະ­ນະກວດ­ກາ​ສູນ​ກາງ​ພັກ, ມີ​ຄະ­ນະ​ກວດ­ກາພັກ-ລັດ​ແຂວງ, ເມືອງ ແລະ​ຂະ­ແໜງການ​ອ້ອມ​ຂ້າງ​ແຂວງ​ເຂົ້າ​ຮ່ວມ.

   ທ່ານ ຫີນ​ເພັດ ແກ້ວ​ຫົງ​ສາ ຮອງ​ປະທານ​ກວດ­ກາ​ພັກ-ລັດ, ຮອງ​ຫົວ­ໜ້າ​ພະ​ແນກ​ກວດ­ກາ​ລັດ​ແຂວງ​ໄດ້​ຕີ​ລາ­ຄາ​ຄືນຜົນ­ສຳ­ເລັດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກງານ​ກວດ­ກາ​ວ່າ: ໃນ​ໄລ­ຍະ​ຜ່ານ​ມາ​ອົງການ​ປົກ­ຄອງ ແລະ​ຄະ­ນະ​ກວດ­ກາ​ໃນແຕ່​ລະ​ຂັ້ນ​ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ
ແລະ​ຊຸກ­ຍູ້​ປັບ­ປຸງ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານລັດ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາເສດ­ຖະ­ກິດ​ສັງ­ຄົມ​ໃຫ້​ເຂົ້າ​ສູ່​ລະ­ບຽບ​ກົດໝາຍ ແລະ​ບັນ­ດາ​ແຜນ​ງານ, ໂຄງ­ການທີ່ງ​ວາງ​ໄວ້, ໂດຍ​ສະ­ເພາະ​ໄດ້​ເຄື່ອນ​ໄຫວຕິດ­ຕາມ​ກວດ­ກາ​ບັນດາ​ໂຄງ­ການ​ລົງ­ທຶນຂອງ​ລັດ​ທີ່​ສະ­ພາ​ອະ­ນຸ­ມັດ​ທັງ​ໝົດ​ຈຳ­ນວນ194 ໂຄງ­ການ, ມູນ​ຄ່າ 155 ຕື້​ກວ່າກີບ, ໃນ​ນັ້ນ​ທຶນ​ພາຍ​ໃນ 190 ໂຄງ­ການມູນ​ຄ່າ 99 ຕື້​ກວ່າ​ກີບ,ທຶນ​ຕ່າງ­ປະ­ເທດ 4 ໂຄງ­ການ​ມູນ​ຄ່າ 55 ຕື້​ກວ່າ​ກີບ, ທີ່ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ມີ​ຄະ­ນະກຳ­ມະ­ການ​ຕິດ­ຕາມ​ກວດ­ກາ​ປະ​ເມີນ​ຜົນໃນ​ແຕ່​ລະ​ໄລ­ຍະ, ໄດ້​ຕິດ­ຕາມ​ກວດ­ກາໂຄງ­ການ​ລົງ­ທຶນ​ຂອງ​ລັດ​ທີ່​ສະ­ເໜີ​ຊຳ­ລະໜີ້​ແບບ​ມີ​ສ່ວນ​ຫຼຸດ ແລະ​ດ້ວຍ​ການ​ອອກພັນ­ທະ­ບັດ​ຮ່ວມ​ກັບ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ສູນ​ກາງ​ຕາມ​ບັນ­ຊີ​ຂອງ​ກະ­ຊວງ​ການເງິນ​ຈຳ­ນວນ 54 ໂຄງ­ການ ມູນ​ຄ່າ1,03 ພັນ​ຕື້​ກວ່າ​ກີບ ນອກ​ນີ້​ຄະ­ນະ​ກວດກາ ຍັງ​ໄດ້​ປະ­ສານ​ສົມ­ທົບ​ລະ­ຫວ່າງ​ສູນກາງ​ກັບ​ທ້ອງ­ຖິ່ນ, ເມືອງ ແລະ​ຮາກຖານ​ໃນ​ການ​ຕິດ­ຕາມ​ກວດ­ກາ​ການລັກ­ລອບ​ຊອກ​ຄົ້ນ​ສຳ​ຫຼວດ​ຂຸດ​ຄົ້ນແຮ່​ທາດ, ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ​ທີ່​ຜິດ​ກົດ­ໝາຍ​ໄດ້​ຈຳ­ນວນ​ໜຶ່ງ, ເອົາໃຈ​ໃສ່​ປະ­ສານ​ສົມ­ທົບ ແລະ​ອຳ­ນວຍຄວາມ​ສະ­ດວກ​ໃຫ້​ແກ່​ຄະ­ນະ​ກວດ​ສອບປະ­ຈຳ​ພາກ​ໃຕ້​ທີ່​ເຄື່ອນ​ໄຫວ​ກວດ​ສອບ​ງົບ
ປະ­ມານ​ຢູ່​ແຂວງ​ເຊ​ກອງ ແລະ​ສາ­ມາດສະ­ກັດ​ກັ້ນ​ການ​ຮົ່ວ​ໄຫຼ​ຂອງ​ງົບ­ປະ­ມານໄດ້​ໃນ​ລະ­ດັບ​ໜຶ່ງ, ເຮັດ​ໃຫ້​ແຂວງ​ເຊ​ກອງສາ­ມາດ​ຈັດ​ເກັບ​ລາຍ​ຮັບ​ໄດ້ 94 ຕື້​ກວ່າກີບ​ລື່ນ​ແຜນ 105% ລາຍ​ຈ່າຍ​ປະ­ຕິ­ບັດ ໄດ້ 377 ຕື້​ກວ່າ​ກີບ, ລື່ນ​ແຜນ 6%, ສັງລວມ​ແລ້ວ​ຍັງ​ຂາດ​ດຸນ​ງົບ­ປະ­ມານ​ທັງໝົດ 283 ຕື້​ກວ່າ​ກີບ, ທຽບ­ໃສ່​ແຜນ​ປີ ຫຼຸດ​ລົງ 0,78%.

ທ່ານ ຫີນ​ເພັດ ແກ້ວ​ຫົງ​ສາ ກ່າວ​ຕື່ມອີ​ກວ່ານອກ​ນີ້​ຄະ­ນະ​ກວດ­ກາ​ໃນ​ແຕ່​ລະ​ຂັ້ນ​ຍັງ​ໄດ້​ເອົາ­ໃຈ­ໃສ່​ຕ້ານ​ສະ­ກັດ​ກັ້ນ​ການສໍ້​ລາດ​ບັງ​ຫຼວງ​ດ້ວຍການ­ເຄື່ອນ­ໄຫວຕິດ­ຕາມ​ກວດ­ກາ ແລະ​ຊຸກ­ຍູ້​ບັນ­ດາ​ຂະແໜງ​ການ​ອ້ອມ​ຂ້າງ​ແຂວງ ແລະ 4 ຕົວ ເມືອງ​ປະ­ຕິ­ບັດ​ວຽກ​ງານ​ຕາມ​ພາ­ລະ​ບົດ ບາດ, ໜ້າ­ທີ່, ຂອບ​ເຂດ​ສິດ​ຂອງ​ຕົນຢ່າງ​ຕັ້ງ­ໜ້າ, ເປັນ​ເຈົ້າ​ການ​ສຶກ​ສາ​ອົບຮົມ​ການ­ເມືອງ​ແນວ​ຄິດ​ໃຫ້​ແກ່​ພະ­ນັກງານ​ສະ­ມາ­ຊິກ​ພັກ​ໃຫ້​ມີ​ສະ­ຕິ​ຕື່ນ​ຕົວ​ເຄົາ­ລົບ​ຕໍ່​ລະ­ບຽບ​ກົດ­ໝາຍ​ເຄື່ອນ​ໄຫວ​ໜ້າ­ທີ່ວຽກ​ງານ​ຕາມ​ຄວາມ​ຮັບ­ຜິດ­ຊອບ, ຮັບ­ປະ­ກັນ​ຄວາມ​ໂປ່ງ​ໃສ​ບໍ­ລິ­ສຸດ​ສັດ­ຊື່, ພ້ອມທັງ​ມີ​ການ​ປັບ­ປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ​ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ການ​ແຈ້ງ​ຊັບ​ສິນ​ຂອງພະ­ນັກ­ງານ​ລັດ­ຖະ­ກອນ​ໃຫ້​ມີ​ຄວາມ​ຖືກ­ຕ້ອງ​ສອດ­ຄ່ອງ​ກັບ​ສະ­ພາບ​ຕົວ​ຈິງ, ເພື່ອເລັງ​ໃສ່​ແກ້​ໄຂ​ບັນ­ຫາ​ການ​ສໍ້​ລາດ​ບັງ​ຫຼວງໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...