HomeຊີວິດແລະຄວາມຮັກWedding-Sex-love14 ເຫດຜົນທີ່ແມ່ຍິງຄວນມີເພດສຳພັນ

14 ເຫດຜົນທີ່ແມ່ຍິງຄວນມີເພດສຳພັນ

Published on

ໃນແບບສອບຖາມທີ່ຖາມວ່າແມ່ຍິງເປັນຫຍັງຈິ່ງຄວນມີເພດສຳພັນ ກໍ່ພົບຄຳຕອບຫຼາກຫຼາຍ ສ່ວນຫຼາຍແມ່ນການສະແດງຄວາມຮັກ ຢາກມີຄວາມສຸກ ຢາກຕື່ນເຕັ້ນ ຢາກຜູກພັນກັບແຟນ ຕົນເອງມີຄວາມຕ້ອງການ ແຟນມີຄວາມຕ້ອງການ ຢາກມີລູກ ແລະ ອື່ນໆ ແຕ່ເຫດຜົນທາງການແພດ ເຫດຜົນດີໆທີ່ແມ່ຍິງຄວນມີເພດສຳພັນມີດັ່ງນີ້:

1. ການມີເພດສຳພັນເຮັດໃຫ້ຜູ້ຍິງງາມຂຶ້ນ ເພາະມັນໄປຊ່ວຍກະຕຸ້ນຮັງໄຂ່ໃຫ້ລັ່ງຮໍໂມນເພດຍິງ ເອສໂທຣເຈນເພີ່ມຂຶ້ນ ຜົນການວິໃຈປະເທດສະກັອດແລນພົບວ່າຫາກແມ່ຍິງມີເພດສຳພັນ 4 ຄັ້ງ/ອາທິດ ຈະເບິ່ງຄືໝຸ່ມກ່ວາອາບໍ່ເຄີຍມີເພດສຳພັນເຖິງ 7-12ປີ

2. ການມີເພດສຳພັນຊ່ວຍຫຼຸດຄວາມອ້ວນ ການມີເພດສຳພັນດົນຮອດ 30 ນາທີໃນແຕ່ລະຄັ້ງ ມັນເທົ່າກັບການແລ່ນໄລຍະ 2-3 ກິໂລແມັດ ສາມາດເຜົາຜານພະລັງງານໄປຢ່າງໜ້ອຍ 85 ແຄລໍຣີ ທັງຍັງຊ່ວຍຫຼຸດໄຂມັນໃນຕົວ ແລະ ໄຂມັນສ່ວນເກີນນຳອີກ.

3. ການມີເພດສຳພັນເຮັດໃຫ້ຜູ້ຍິງມີບຸກຄະລິກດີ ເຮັດໃຫ້ຜູ້ຍິງມີຄວາມຄ່ອງແຄ້ວ, ໝັ້ນໃຈ ສົ່ງຜົນຕໍ່ບຸກຄະລິກ.

4. ການມີເພດສຳພັນຫຼຸດການເຈັບປະຈຳເດືອນ ເຫດເກີດຈາກການເພີ່ມຮໍໂມນອອກຊິໂຕຊິນ ແລະ ຮໍໂມນແຫ່ງຄວາມສຸກເອັນໂດຟິນ ເຊິ່ງລວມກັນແລ້ວຈະສາມາດຫຼຸດຄວາມເຈັບປວດໄດ້.

5. ການມີເພດສຳພັນ ຊ່ວຍຫຼຸດອາການກ່ອນເປັນປະຈຳເດືອນ (PMS, Premenstrual syndrome) ອາການ PMS ນັ້ໜເຊື່ອວ່າເກີດເພາະມີການປ່ຽນແປງຂອງຮໍໂມນ ກ່ອນເປັນປະຈຳເດືອນແມ່ຍິງກ່ວາ 80/100 ທີ່ມີປະຈຳເດືອນຈະເຄີຍມີອາກນ ຫງຸດງິດ, ເບື່ອ, ຊຶມເສົ້າ, ວິຕົກກັງວົນ, ກະວົນກະວາຍ ນອນບໍ່ລັບ ຫຼື ລັບຫຼາຍເກີນໄປ ຫຼັງຈາກມີເພດສຳພັນແລ້ວອາການເຫຼົ່ານີ້ຈະຄ່ອຍໆຫຼຸດລົງ.

6. ການມີເພດສຳພັນຊ່ວຍແກ້ໄຂໂຣກໄມເກນ ຫາກໃຜມີອາການປວດຫົວຍ້ອນໂຣກໄມເກນແລ້ວການມີເພດສຳພັນສາມາດຊ່ວຍທ່ານໄດ້.

7. ການມີເພດສຳພັນເຮັດໃຫ້ປະຈຳເດືອນມາປົກກະຕິ ເພາະມັນຊ່ວຍໃຫ້ຮັງໄຂ່ເຮັດວຽກດີ ທັງຊ່ວຍຫຼຸດຄວາມຄຽດຈາກຜົນຂອງຮໍໂມນແຫ່ງຄວາມສຸກອິນໂດຟິນ ຈິ່ງເຮັດໃຫ້ປະຈຳເດືອນມາຕາມກຳນົດ.

8. ເພດສຳພັນປ້ອງກັນໂຣກມີລູກຍາກ ຈາກຜົນຂອງປະຈຳເດືອນມາຢ່າງສະໝ່ຳສະເໝີ ຮໍໂມນເພດດີ ຮ່າງກາຍແຂງແຮງສົມບູນ ຈິດໃຈບໍ່ກັງວົນ ໂອກາດຖືພາກໍ່ຫຼາຍຂຶ້ນ.

9. ເພດສຳພັນຊ່ວຍປ້ອງກັນໂຣກຢ່ຽວຢັອດ ການມີເພດສຳພັນຊ່ວຍໃຫ້ຊ່ອງຄອດແຂງແຮງ, ຮູຢ່ຽວແຂງແຮງ ຫຼຸດອາການພົກຢ່ຽວອັກເສບໄດ້

10. ເພດສຳພັນຊ່ວຍປ້ອງກັນໂຣກມັກຫລົງມັກລືມໄດ້ ເນື່ອງຈາກມັນຊ່ວຍໃຫ້ລະບົບການໝູນວຽນຂອງເລືອດດີຂຶ້ນ ສູບສີດຂຶ້ນໄປລ້ຽງສະໝອງ ໃຫ້ອອກຊີເຈນແກ່ສະໝອງ ຈິ່ງເຮັດໃຫ້ທ່ານຄວາມຈຳດີ.

11. ເພດສຳພັນປ້ອງກັນໂຣກຫົວໃຈ ເຫດຜົນການມີເພດສຳພັນຄືການອອກກຳລັງກາຍທີ່ມີຜົນຕໍ່ຫົວໃຈ

12. ເພດສຳພັນເຮັດໃຫ້ນອນລັບດີ ມັນຊ່ວຍໃຫ້ທ່ານຜ່ອນຄາຍ ນອນລັບສະບາຍເໝືອນໄດ້ກິນຢານອນລັບ.

13. ເພດສຳພັນປ້ອງກັນໂຣກກະດູກຜ່ອຍ ຈາກຜົນຂອງຮໍໂມນເພດຍິງເອສໂທເຈນ ແລະ ຮໍໂມນເພດຊາຍເທສທອດໂທໂຣນທີ່ຊ່ວຍຫຼຸດການສະລາຍຂອງກະດູກ.

14. ເພດສຳພັນຊ່ວຍໃຫ້ມີອາຍຸຍືນຍາວ ແລະ ມີຄວາມສຸກ

ໂດຍ: ປັອກເລັກ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...