spot_img
Homeຂ່າວຕ່າງປະເທດພາຍຸຖະຫລົ່ມປະເທດຟິຈິ ເສຍຊີວິດແລ້ວຢ່າງໜ້ອຍ 10 ຄົນ ປະຊາຊົນກວ່າເກົ້າແສນ ໄດ້ຮັບຜົນກະທົບ!

ພາຍຸຖະຫລົ່ມປະເທດຟິຈິ ເສຍຊີວິດແລ້ວຢ່າງໜ້ອຍ 10 ຄົນ ປະຊາຊົນກວ່າເກົ້າແສນ ໄດ້ຮັບຜົນກະທົບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກຸມພາຜ່ານມານີ້ວ່າ ພາຍຸໄຊໂຄນຄວາມໄວສູງສຸດເປັນປະຫວັດການ ໄດ້ພັດຖະຫລົ່ມປະເທດຟິຈິ ສ້າງຄວາມເສຍຫາຍຫລາຍບ້ານ ໃນພື້ນທີ່ຫ່າງໄກສອກຫລີກ ເບື້ອງຕົ້ນພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 10 ຄົນ ໂດຍກະແສລົມແຮງ ແລະ ຝົນຕົກລົງມາຢ່າງໜັກ ເຮັດໃຫ້ເຮືອນຊານ, ລະບົບໄຟຟ້າ, ນ້ຳປະປາ ແລະ ລະບົບໂທລະຄົມມະນາຄົມຕ່າງໆ ໄດ້ຮັບຄວາມເສຍຫາຍ ມີປະຊາຊົນໄດ້ຮັບຜົນກະທົບ ຫລາຍກ່ວາ 900,000 ຄົນ.

NjpUs24nCQKx5e1D8dPmUFLAQsj7pMau1Vy1CmUNELlທ່ານ ແຟຣັງ ໄບນະບາມາ ນາຍົກລັດຖະມົນຕີຟິຈິ ໄດ້ອອກມາຢືນຢັນວ່າ ຍອດຜູ້ເສຍຊີວິດຈາກໄພທຳມະຊາດຄັ້ງນີ້ ຈະເພີ່ມຂຶ້ນຢ່າງແນ່ນອນ ແລະ ປະກາດພາວະສຸກເສີນພາຍໃນປະເທດ ເປັນເວລາ 30ວັນ ພ້ອມກັບສັ່ງປິດໂຮງຮຽນ ຈົນກວ່າຈະສາມາດຟື້ນຟູລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ກັບຄືນມາໃຊ້ໄດ້ເປັນປົກກະຕິ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...