spot_img
HomeມູມໄອທີລາວSony ເປີດໂຕສະມາດໂຟນຕະກູນ Xperia X ພ້ອມສະເປັກທີ່ລົງໂຕ

Sony ເປີດໂຕສະມາດໂຟນຕະກູນ Xperia X ພ້ອມສະເປັກທີ່ລົງໂຕ

Published on

ຫຼ້າສຸດນີ້ເອງທາງບໍລິສັດ Sony ກໍອອກມາຮ່ວມວົງນຳກັນແລ້ວໂດຍການເປີດໂຕສະມາດໂຟນຕະກູນ Xperia X, X Performance ແລະ XA ໃໝ່ ຈະເປັນແນວໃດກໍມາຕິດຕາມນຳກັນເລີຍ

Sony Xperia X

image

ສຳລັບ Xperia X ນັ້ນມີໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ Full HD (1080×1920), ໃຊ້ງານຊິບປະມວນຜົນ Snapdragon 650, RAM 3GB, ພື້ນທີ່ຈັດເກັບ 32 GB (1 ຊິມ) / 64 GB (2 ຊິມ) ສາມາດເພີ່ມ microSD ໄດ້.ມີ 4 ສີໃຫ້ເລືອກຄື: Graphite black, White, Lime Gold ແລະ Rose Gold.

image

ກ້ອງຫຼັງຄວາມລະອຽດ 23 ລ້ານພິກເຊວ ສາມາດຖ່າຍຮູບໄດ້ພຽງແຕ່ 0.6 ວິນາທີເທົ່ານັ້ນ, ມາພ້ອມກັບຄຸນສົມບັດໃໝ່ Sony Predictive Hybrid Autofocus ເຊິ່ງຈະເຮັດໃຫ້ເຮົາສາມາດເລືອກເປົ້າໝາຍແລະຕິດຕາມໄດ້. ສ່ວນກ້ອງໜ້າຄວາມລະອຽດ 13 ລ້ານພິກເຊວ.

ໃນດ້ານຂອງແບັດເຕີຣີແມ່ນໃຫ້ມາ 2,620mAh (ເຊິ່ງ Sony ບອກວ່າສາມາດໃຊ້ໄດ້ຮອດ 2 ມື້). ໃຊ້ງານລະບົບປະຕິບັດການ Android 6.0 Marshmallow. ໃນດ້ານຂອງສຽງເປັນແບບສະເຕີຣິໂອດ້ານນອກເຮັດໃຫ້ມີສຽງທີ່ດີ, ລະບົບສຽງ Hi-Res Audio ແລະ DNC ດ້ານໃນ. ມີລະບົບອ່ານລາຍນິ້ວມືທີ່ປຸ່ມ Power ດ້ານຂ້າງເຄື່ອງ

ຂະໜາດຂອງໂຕເຄື່ອງ 69.4 x 142.7 x 7.9 ມມ ແລະ ໜັກ 153 ກຣາມ
________________________________________

Sony Xperia X Performance

image

ສຳລັບ Xperia X Performance ມີໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ Full HD (1080 x 1920). ໃຊ້ງານຊິບປະມວນຜົນ Snapdragon 820, RAM 3GB, ພື້ນທີ່ຈັດເກັັບ 32GB ສາມາດເພີ່ມ microSD. ໂຕເຄື່ອງຖືກອອກແບບມາເປັນໂລຫະໄຮ້ຮອຍຕໍ່, ຮອງຮັບມາດຕະຖານ IP68 ແລະມີສີໃຫ້ເລືອກ 2 ສີຄື: Graphite Black and White

ກ້ອງຫຼັງຄວາມລະອຽດ 23 ລ້ານພິກເຊວ ພ້ອມກັບຄຸນສົມບັດ Sony Predictive Hybrid Autofocus ແລະ ກ້ອງໜ້າ 13 ລ້ານພິກເຊວ. ໃນດ້ານຂອງກ້ອງຫຼັງສາມາດບັນທຶກວີດີໂອ 4K ແລະສາມາດເພີ່ມຄ່າ ISO ຂຶ້ນໄດ້ເຖິງ 12,800.

   
Xperia X Performance ມີລະບົບອ່ານລາຍນິ້ວມືທີ່ປຸ່ມ Power ດ້ານຂ້າງເຄື່ອງຄືກັນກັບ Xperia X. ແບັດເຕີຣີໃຫ້ມາ 2700 mAh ແລະໃຊ້ງານລະບົບປະຕິບັດການ Android 6.0 Marshmallow

ຂະໜາດຂອງໂຕເຄື່ອງ 144.8 x 71.1 x 7.6 ມມ ແລະ ໜັກ 164.4 ກຣາມ
________________________________________

Sony Xperia XA

image

Sony Xperia XA ມີໜ້າຈໍຂະໜາດ 5 ນິ້ວຄວາມລະອຽດ HD (720 x 1280), ໃຊ້ງານຊິບປະມວນຜົນ MediaTek MT6755, RAM 2GB, ພື້ນທີ່ຈັດເກັບ 16GB ສາມາດເພີ່ມ microSD ໄດ້.

ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບຄຸນສົມບັດ Exmor RS, 1/3 ແລະ ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ແບັດເຕີຣີໃຫ້ມາ 2,300mAh ແລະໃຊ້ງານລະບົບປະຕິບັດການ Android 6.0 Marshmallow

ເປັນລຸ້ນດຽວທີ່ບໍ່ມີລະບົບອ່ານລາຍນິ້ວມື ແລະລຳໂພງສຽງສະເຕີຣີໂອ

ຂະໜາດຂອງໂຕເຄື່ອງ 143.6 x 66.8 x 7.9 ມມ ແລະໜັກ 137.4 ກຣາມ

ທີ່ມາ:1,2

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)