spot_img
Homeຂ່າວທ້ອງຖິ່ນລະ­ຄອນ​ເພັງ ເປີດ​ງານນະ­ມັດ­ສະ­ການ​ຮອຍ​ພະ​ບາດ​ນາ​ດູ່

ລະ­ຄອນ​ເພັງ ເປີດ​ງານນະ­ມັດ­ສະ­ການ​ຮອຍ​ພະ​ບາດ​ນາ​ດູ່

Published on

 

ວັນ​ທີ 18 ກຸມ­ພາ​ຜ່ານ​ມາ ເມືອງລະ­ຄອນ​ເພັງ ໄດ້​ຈັດ​ພິ­ທີ​ເປີດ​ງານ​ນະ​ມັດສະ­ການ​ຮອຍ​ພະ​ບາດ​ນາ​ດູ່ຕິດ​ພັນ​ກັບ ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ, ການ​ວາງ ສະ­ແດງ​ສິນ­ຄ້າ ໂອ​ດ໋ອບ-ໂອ​ກ໋ອບ (1 ເມືອງ 1 ຜະ­ລິດ​ຕະ​ພັນ ແລະ 1 ກຸ່ມ ບ້ານ 1 ວິ­ຖີ​ຊີ­ວິດ) ຂອງ​ຊາວ​ເມືອງ​ປະ­ຈຳ​ປີ 2016 ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຮ້ອຍ​ເອກ ບຸນ​ທະ­ວີ ພິມ​ມະ​ສານ ຮອງ​ເລຂາ​ພັກ​ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ເມືອງ, ທ່ານ ພູນ​ສຸກ ຣັດ​ຖະ​ເຮົ້າ ຮອງ​ເຈົ້າ­ເມືອງໆ​ລະຄອນ​ເພັງ​ທັງ​ເປັນ​ປະ­ທານ​ຈັດ​ງານ​ບຸນນະ­ມັດ­ສະ­ການ​ຄັ້ງ​ນີ້, ມີ​ບັນ­ດາ​ພະ­ນັກງານ, ທະ­ຫານ, ຕຳ­ຫຼວດ​ພໍ່­ຄ້າ​ຊາວ​ຂາຍ ແລະ​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ພູນ​ສຸກ ຣັດ​ຖະ​ເຮົ້າ ໄດ້​ກ່າວເພື່ອ​ເປັນ​ການ​ສືບ​ສານ​ປະ­ເພ­ນີ​ຂອງ​ຊາວລາວ​ເວົ້າ​ລວມ  ກໍ​ຄື​ຊາວ​ເມືອງ​ລະ­ຄອນເພັງ​ທີ່​ມີ​ມາ​ແຕ່​ດົນ​ນານ ແລະ​ເປັນ​ການອະ­ນຸ​ຮັກ­ສາ​ຮີດ­ຄອງ​ປະ­ເພ­ນີ​ວັດ­ທະ­ນະທຳ​ທີ່​ດີ­ງາມ​ໄວ້​ຊົ່ວ​ລູກ​ຊົ່ວ​ຫຼານ​ໃຫ້​ປະຈັກ​ຕາ​ໃນ­ຕໍ່­ໜ້າ, ທັງ​ເປັນ​ການ​ຊອກ​ແຫຼ່ງທຶນ​ເຂົ້າ​ປະ­ຕິ­ສັງ­ຂອນ​ວັດ​ວາ​ພຸດ​ທະ​ສາສະ­ໜາ​ໄວ້​ໃນ​ສັງ­ຄົມ​ລາວ, ພ້ອມ​ນັ້ນ​ກໍເປັນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ມວນ​ຊົນໄດ້​ຮັບ​ຮູ້​ຢ່າງ​ທົ່ວ​ເຖີງ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ,  ກ່ຽວ​ກັບ​ການ​ຈັດ​ງານ​ປະເພ­ນີ​ທີ່​ເປັນ​ມູນ­ເຊື້ອ​ວັດ­ທະ­ນະ­ທຳ​ທີ່​ໂດດເດັ່ນ, ທັງ​ເປັນ​ການ​ປຸກ­ລະ­ດົມ​ພໍ່​ແມ່​ປະຊາ​ຊົນ​ໃຫ້​ມີ​ຄວາມ​ສະ­ໝານ​ສາ­ມັກ­ຄີ ພ້ອມ­ພຽງ​ກັນ​ຢ່າງ​ແໜ້ນ​ແຟ້ນ ຊຶ່ງ​ງານປີ​ນີ້​ມີ​ຄວາມ​ຄຶກ­ຄື້ນ​ຂຶ້ນ​ກວ່າ​ປີ­ຜ່ານ­ມາ ໂດຍ​ສະ­ເພາະ​ໄດ້​ມີ​ຫຼາກ​ຫຼາຍ​ກິດ­ຈະ­ກຳ​ທີ່ສ້າງ​ແຮງ​ຈູງ​ໃຈ​ໃຫ້​ຊາວ​ເມືອງ​ມີ​ຄວາມກະ​ຕື້​ລື້​ລົ້ນ​ເປັນ­ຕົ້ນ​ແມ່ນ: ມີ​ກິດ­ຈະ­ກຳ​ທີ່ຫຼາກ​ຫຼາຍ​ທາງ​ດ້ານ​ສາ­ສະ­ໜາ​ຄື:  ມີ​ການບວດ​ຕົ້ນ­ໄມ້​ເປັນ​ຫີນ​ທີ່​ມີ​ອາ­ຍຸ 3 ລ້ານກວ່າ​ປີ, ການ​ແຮ່​ຕົ້ນ​ເງິນ​ຕົ້ນ​ທອງ​ມາຖວາຍ​ໃຫ້​ພະ­ສົງ​ມີ 10 ກວ່າ​ກຸ່ມ​ບ້ານ ແລະ ມີ​ກາ­ນວາງ­ສະ­ແດງ​ສິນ­ຄ້າ​ຈຳ­ໜ່າຍ​ສິນຄ້າ​ໂອ​ດ໋ອບ-ໂອ​ກ໋ອບ ໂດຍ​ເປັນ​ສີ­ມື​ແຮງງານ​ຂອງ​ຊາວ​ເມືອງ​ລະ­ຄອນ​ເພັງຈາກກຸ່ມ​ບ້ານ​ຕ່າງໆ ແລະ​ມາ​ຈາກ​ປະ­ເທດ​ໄທເຂົ້າ​ຮ່ວມ​ຢ່າງ​ຫຼວງ­ຫຼາຍ​ເຮັດ​ໃຫ້­ການ​ຈໍ​ລະ​ຈອນ​ໜຸນ​ວຽນ​ສີນ​ຄ້າ​ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ­ຜ່ານ­ມາ.

ທ່ານ ພູນ​ສຸກ ຣັດ​ຖະ​ເຮົ້າ ກ່າວ​ຕື່ມ​ອີກວ່າ: ບັນ​ຍາ​ການ​ງານ​ບຸນ​ປີ​ນີ້​ເຫັນ​ວ່າ​ມີຄວາມ​ຄຶກ­ຄື້ນ​ກວ່າ​ປີ­ຜ່ານ­ມາ​ຢ່າງ​ເຫັນຊັດ​ເຈນ ໂດຍ​ສະ­ເພາະ​ການ​ຫຼັ່ງ­ໄຫຼ​ເຂົ້າຮ່ວມ​ທ່ຽວ​ຊົມ​ຢ່າງ​ຫຼວງ­ຫຼາຍ​ຂອງ​ມວນຊົນ​ພາຍ​ໃນ​ແຂວງ ແລະ​ຕ່າງ​ແຂວງ, ເນື່ອງ​ຈາ​ກວ່າ​ງານ​ນະ­ມັດ­ສະ­ການ​ຮອຍພະ​ບາດ​ນາ​ດູ່​ປີ​ນີ້​ໄດ້​ມີ​ການ​ຄົບ­ງັນ 9 ມື້ 9 ຄືນ ນັບ​ແຕ່​ວັນ​ທີ 14-22 ກຸມ­ພາ ເພື່ອເປັນ​ການ​ໂຄ­ສະ­ນາ​ໃຫ້​ປວງ​ຊົນ​ທົ່ວ​ໜ້າຮັບ​ຮູ້, ເຂົ້າ­ໃຈ​ປະ­ຫວັດ​ຄວາມ​ເປັນ​ມາກ່ຽວ​ກັບ​ຮອຍ​ພະ​ບາດ​ນາ​ດູ່​ທີ່​ຕິດ​ພັນ​ກັບຮີດ­ຄອງ​ປະ­ເພ­ນີ ແລະ​ການ­ທ່ອງ­ທ່ຽວ.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...