ລົດ 6 ລໍ້ ຕຳແລ້ວໜີ

Published on

ໃນຕອນກາງຄືນຂອງວັນທີ 20.2.2016 ເວລາ 20:10 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີ 1624 ວ່າມີອຸປະຕິເຫດລົດ 6 ລໍ້ ຕຳແລ້ວໜີ ຢູ່ 3 ແຍກລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໜ່ວຍກູ້ຊີບ ກູ້ໄພ ນະຄອນຫຼວງ ຈຶ່ງອອກໄປຊ່ວຍເຫຼືອ ໃນບ່ອນເກີດເຫດພົບຜູ້ບາດເຈັບ 2ຄົນ ເປັນຊາຍ
ຜູ້ທີໜຶ່ງມີອາການປາກຈີກ, ມີແຜທີ່ຫົວເຄົ່າເບື້ອງຊ້າຍ ແລະ ແຜທະຫຼອກຕາມມື
ຜູ້ທີສອງມີອາການຕາໂປຂຽວ, ຄ່າງຈີກ ແລະ ແຜເປີດທີ່ຂໍ້ຂາເບື້ອງຊ້າຍ

12717181_538891662956899_1902694732588522243_n

12717314_538891509623581_210959092261845988_n

ຫຼັງຈາກຈາກທີ່ໜ່ວຍກູ້ຊີບ ກູ້ໄພ ນະຄອນຫຼວງໄດ້ເຮັດການປະຖົມພະຍາບານຂັ້ນເບື້ອງຕົ້ນຄົນເຈັບທັງສອງແລ້ວ ຈຶ່ງນຳສົ່ງໄປທີ່ໂຮງໝໍ 150 ຕຽງ.
ແຈ້ງເຫດສຸກເສີນໂທ1624

12741976_538891646290234_1394863271637883496_n

 

ຂໍ້ມູນຈາກ ໜ່ວຍກູ້ຊີບ ກູ້ໄພ ນະຄອນຫຼວງ

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...