Homeຂ່າວການພັດທະນາຮູບພາບເພື່ອນ້ອງ

ຮູບພາບເພື່ອນ້ອງ

Published on

ໃນວັນທີ 20 ກຸມພາ 2016 ນີ້…ທາງກຸ່ມຖ່າຍພາບ ຫຼັງກ້ອງ ຈະໄດ້ເລີ່ມຈັດງານວາງສະແດງພາບຖ່າຍ ແລະ ເຜີຍແຜ່ຂໍ້ມູນຜ່ານການສະແດງຕ່າງໆກ່ຽວກັບບັນຫາ “ການຄ້າມະນຸດ” ແລະ “ການແຕ່ງງານກ່ອນໄວ” ແກ່ໄວໜຸ່ມ ແລະ ປະຊາຊົນລາວ, ໃຫ້ມີຄວາມກຽມພ້ອມຮັກສາຕົນເອງ ກໍ່ຄືຄົນໃນຄອບຄົວໃຫ້ປອດໄພຈາກ ບັນຫາໄພໃກ້ໂຕເຫຼົ່ານີ້ !
ສະຖານທີ່ຈັດງານ: ສະຖາບັນຝຣັ່ງ.
ງານເລີ່ມຕັ້ງແຕ່ເວລາ: 10:00 ເຊົ້າ – 18:00ແລງ.
ການສະແດງຕ່າງໆເລີ່ມເວລາ: 14:00 ແລງເປັນຕົ້ນໄປ.
ສອບຖາມຂໍ້ມູນເພີ່ມເຕີມ: vansanaphon@yahoo.com

12733381_1698000533777979_3526634146164220468_n

ໂຄງການ “10,000 ພາບຖ່າຍໃຫ້ນ້ອງ” ເປັນໂຄງການເພື່ອສົ່ງເສີມໃຫ້ເດັກນ້ອຍລາວໃນເຂດຫ່າງໄກສອກຫຼີກຢູ່ທົ່ວປະເທດລາວ ທີ່ຍັງຂາດໂອກາດເຂົ້າເຖີງໂລກພາຍນອກ ຂາດໂອກາດໄດ້ຮັບຄວາມຮູ້ ແລະ ແຮງບັນດານໃຈໃໝ່ໆຈາກສີນລະປະ ເທັກໂນໂລຍີ ວັດທະນະທຳຕ່າງໆທີ່ມີໃນລາວ ແລະ ຢູ່ທົ່ວໂລກ. ພວກເຮົາ ກຸ່ມຖ່າຍພາບຫຼັງກ້ອງຈື່ງໄດ້ຈັດໂຄງການນີ້ຂື້ນມາໂດຍມີຄວາມເຊື່ອວ່າ ພາບຖ່າຍນັ້ນສາມາດເປັນສີ່ງໜື່ງທີ່ສາມາດບັນທືກເກັບຄວາມຊົງຈຳໃນໄວເດັກທີ່ພວກເຂົາບໍ່ເຄີຍໄດ້ຮັບເປັນຂອງຕົນເອງ, ມັນຍັງສາມາດເປັນສີ່ງຢ້ຳເຕືອນໃຫ້ພວກເຂົາໄດ້ຄິດຫາປະສົບການ ແລະ ຄວາມຮູ້ທີ່ໄດ້ມາຈາກຊ່າງພາບ ຫຼັງກ້ອງ ກໍ່ຄື ສີນລະປີນອິດສະຫຼະທີ່ສົນໃຈຮ່ວມເຮັດກິດຈະກຳຕ່າງໆເຊັ່ນ ການຫຼີ້ນດົນຕີ, ການສາຍຮູບເງົາ/ສາລະຄະດີ ກາງແຈ້ງ, ການສິດສອນພາສາອັງກິດ, ສິດສອນທັກສະຕ່າງໆ ເພື່ອສົ່ງເສີມໃຫ້ເດັກນ້ອຍມີຄວາມຮູ້ເພີ່ມຂື້ນເພື່ອຫຼີກໄພຈາກບັນຫາ “ການຄ້າມະນຸດ” ແລະ “ການແຕ່ງງານກ່ອນໄວ”.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...