Homeຊີວິດແລະຄວາມຮັກ“ເຫງົາຢູ່ຄົນດຽວ ດີກວ່າເຫງົາເພາະຢູ່ນໍາຄົນທີ່ບໍ່ເຂົ້າໃຈ”

“ເຫງົາຢູ່ຄົນດຽວ ດີກວ່າເຫງົາເພາະຢູ່ນໍາຄົນທີ່ບໍ່ເຂົ້າໃຈ”

Published on

“ເຫງົາຢູ່ຄົນດຽວ ດີກວ່າເຫງົາຢູ່ນໍາຄົນທີ່ບໍ່ເຂົ້າໃຈ”

ທ່າມກາງເວລາແຫ່ງການລໍຄອຍຄວາມຮັກແທ້ຈາກໃຜຄົນໜຶ່ງ, ຄວາມເຫງົາ ຖືເປັນສັດຕູຂອງຄົນທີ່ບໍ່ມີຄູ່, ຈິ່ງເປັນສາເຫດໃຫ້ຄົນເຮົາຄິດຢາກມີຄູ່ ຍ້ອນຢ້ານກົວຄວາມເຫງົາ. ເພາະຄິດວ່າຖ້າຫາກມີໃຜຄົນໜຶ່ງຢູ່ນໍາແລ້ວ ຄວາມເຫົງາກໍຈະໝົດໄປ. ແຕ່ສຸດທ້າຍ ບໍ່ແມ່ນທຸກຄົນທີ່ຈະໂຊກດີໝົດ, ຊີວິດບາງຄົນຍິ່ງພົບຄວາມເຫງົາຫຼາຍຂຶ້ນ ຍ້ອນເລືອກຄູ່ທີ່ຜິດ. ດັ່ງນັ້ນ, “ຈົ່ງລະວັງໃນການເລືອກຄູ່, ການທີ່ຕ້ອງປະເຊີນໜ້າກັບຄວາມເຫງົາໜ້ອຍດຽວໃນເວລານີ້ ແມ່ນດີກວ່າຕ້ອງໃຊ້ຊີວິດຄູ່ດ້ວຍຄວາມເຫງົາກັບຄົນທີ່ເລືອກຜິດໃນອະນາຄົດ” “Don’t settle. It’s better to face a little loneliness now than a lifetime of loneliness with the wrong person.”-Mardy Hale.

ສະນັ້ນ, ການມີຄູ່ຄອງນັ້ນເປັນສິ່ງທີ່ດີ ຖ້າເລືອກໄດ້ຄູ່ທີ່ຖືກຕ້ອງ, ແຕ່ເຖິງຢ່າງໃດກໍຕາມ ກ່ອນຕັດສິນໃຈເລືອກຄູ່ຄອງ ທ່ານຄວນຄິດໃຫ້ດີ ແລະ ບໍ່ຄວນໃຊ້ພຽງແຕ່ຄວາມເຫງົາເປັນເຫດຜົນໃນການຕັດສິນໃຈ. “ຕັດຜົມຜິດ ຄິດເຈັດມື້ຫາຍ ແຕ່ງງານຜິດ ຄິດຮອດມື້ຕາຍ.

ຂໍ້ຄວາມຈາກ: Kabkeo Inspire

ບົດຄວາມຫຼ້າສຸດ

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...