spot_img
Homeຂ່າວການສຶກສານັກສຶກສາລາວ 19 ຄົນ ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອແລກປ່ຽນຄວາມຮູ້ດ້ານຄວາມຍຸຕິທຳ-ກົດໝາຍ

ນັກສຶກສາລາວ 19 ຄົນ ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອແລກປ່ຽນຄວາມຮູ້ດ້ານຄວາມຍຸຕິທຳ-ກົດໝາຍ

Published on

SPS_0124-1-650x488

ໃນວັນທີ 15 ກຸມພາ 2016 ນັກສຶກສາລາວຈຳນວນ 19 ຄົນ ພ້ອມດ້ວຍຜູ້ນໍາພາ 1 ທ່ານ ໄດ້ອອກເດີນທາງຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄປຍັງປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມທັດສະນະສຶກສາພາຍໃຕ້ໂຄງການ JENESYS 2015 ເຊິ່ງນັກສຶກສາກຸ່ມດັ່ງກ່າວ ຈະໄດ້ເຄື່ອນໄຫວຢູ່ປະເທດຍີ່ປຸ່ນ ແຕ່ວັນທີ 16-23 ກຸມພາ 2016 ແລະ ເຂົ້າຮ່ວມກິດຈະກຳໃນຫົວຂໍ້ ໂຄງການການແລກປ່ຽນຄວາມຮູ້ດ້ານຄວາມຍຸຕິທຳ-ກົດໝາຍ ເຊິ່ງໂຄງການທັດສະນະສຶກສານີ້ ແມ່ນເນັ້ນໃສ່ເພື່ອສົ່ງເສີມຄວາມເຂົ້າໃຈຕໍ່ລະບົບກົດໝາຍຂອງປະເທດຍີ່ປຸ່ນ ຂອງຊາວໜຸ່ມລາວ ແລະ ເພື່ອເຮັດໃຫ້ເກີດຄວາມເຂົ້າໃຈສອງຝ່າຍລະຫວ່າງປະຊາຊົນສອງຊາດລາວ-ຍີ່ປຸ່ນ ສໍາລັບນັກສຶກສາລາວ 19 ຄົນ ແມ່ນຖືກຄັດເລືອກຈາກນັກສຶກສາດີເດັ່ນສາຂາວິຊາວິທະຍາສາດການເມືອງ ແລະ ກົດໝາຍ ໂດຍຜ່ານການຄັດເລືອກຈາກຄະນະກຳມະການທີ່ປະກອບດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະກີລາ ແລະ ສະຖານທູດຍີ່ປຸ່ນ ປະຈຳ ສປປ.ລາວ.

ນັກສຶກສາເຫຼົ່ານີ້ ຈະເດີນທາງຢ້ຽມຢາມນະຄອນຫຼວງໂຕກຽວ ແລະ ແຂວງມິຍາກິ ເຊິ່ງຕັ້ງຢູ່ເຂດທິດຕາເວັນອອກສະຫຼຽງເໜືອ ທາງພາກເໜືອຂອງເກາະຮົນຊູ ເກາະທີ່ໃຫຽ່ທີ່ສຸດຂອງຍີ່ປຸ່ນ ພວກເຂົາຈະໄດ້ຢ້ຽມຢາມອົງການສົ່ງເສີມກົດໝາຍ ແລະ ຈະໄດ້ໄປເບິ່ງຫ້ອງພິຈາລະນາຄະດີໃນສານ ນອກນັ້ນ ຍັງຈະໄດ້ໄປພັກເຊົານຳຄອບຄົວຍີ່ປຸ່ນ ແລະ ແລກປ່ຽນຢູ່ຕາມໂຮງຮຽນຕ່າງໆ ເພື່ອສ້າງຄວາມເຂົ້າໃຈຕໍ່ກັບວັດທະນະທຳ ແລະ ສັງຄົມຍີ່ປຸ່ນ ໃຫ້ເລິກເຊິ່ງຕື່ມອີກ.

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...