spot_img
Homeຂ່າວການສຶກສາເຜີຍ​ແຜ່​ຄວາມ​ຮູ້​ ດ້ານພະລັງງານ​ທົດ​ແທນ ໃຫ້​ນັກ​ສຶກສາ​ຄະນະ​ປ່າ​ໄມ້ ມ.ຊ

ເຜີຍ​ແຜ່​ຄວາມ​ຮູ້​ ດ້ານພະລັງງານ​ທົດ​ແທນ ໃຫ້​ນັກ​ສຶກສາ​ຄະນະ​ປ່າ​ໄມ້ ມ.ຊ

Published on

​ໃນ​ວັນ​ທີ 12 ກຸມພາ​ນີ້, ອົງການ​ອະນຸລັກ​ທຳ​ມະ​ຊາດ​ໂລກ ປະຈຳ​ລາວ ຮ່ວມ​ກັບ​ມະຫາວິທະຍາ​ໄວ​ແຫ່ງ​ຊາດ ​ໄດ້​ຈັດ​ກິດຈະກຳ​ເຜີຍ​ແຜ່​ຄວາມ​ຮູ້​ ກ່ຽວ​ກັບ​ພະລັງງານ​ທົດ​ແທນ​​ ໃຫ້​ນັກ​ສຶກສາ​ຄະນະ​ວິທະຍາສາດ​ປ່າ​ໄມ້ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ຫັນ​ມາ​ໃຫ້​ຄວາມ​ສຳຄັນ ​ໃນ​ການ​ປະຢັດ​ພະລັງງານ​ຫລາຍ​ຂຶ້ນ​ໃນ​ຕໍ່ໜ້າ, ​ໂດຍ​ມີ​ທ່ານ ຮສຈ. ດຣ ຄຳ​ຫລ້າ ພັນ​ວິ​ໄລ ຮອງ​ອະທິການ​ບໍດີ ຄະນະ​ປ່າ​ໄມ້, ທ່ານ ສົມ​ພອນ ບົວ​ສະຫວັນ ຫົວໜ້າ​ກອງ​ທຶນ​ອະນຸລັກ​ໂລກ ປະຈຳ​ລາວ ພ້ອມ​ດ້ວຍ​ນັກ​ສຶກສາ​ຄະນະ​ດັ່ງກ່າວ ​ເຂົ້າ​ຮ່ວມ​​ເປັນ​ຈຳນວນ​ຫລາຍ.

ທ່ານ ສົມ​ພອນ ບົວ​ສະຫວັນ ​ໃຫ້​ຮູ້​ວ່າ: ປັດຈຸບັນ​ໂລກ​ກຳລັງ​ປະ​ເຊີນ​ກັບສະພາວະ​ໂລກ​ຮ້ອນ ​ແລະ ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ ທີ່​ເກີດ​ຈາກ​ການ​ກະທຳ​ຂອງ​ມະນຸດ. ສະ​ນັ້ນ ທົ່ວ​ໂລກ ຈຶ່ງ​ໃຫ້​ຄວາມ​ສຳຄັນ ​ແລະ ​ເອົາ​ໃຈ​ໃສ່​ເພື່ອ​ສົ່ງ​ເສີມ​ການ​ນຳ​ໃຊ້​ພະລັງງານ​ທົດ​ແທນ ຫລື ພະລັງງານ​ທາງ​ເລືອກ​ໃໝ່ ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ມີ​ຄວາມຍືນ​ຍົງ​ເຊັ່ນ: ພະລັງງານ​ແສງ​ແດດ, ລົມ, ຊີວະ​ພາບ ​ແລະ ອື່ນໆ, ນອກ​ນີ້ ອົງການ​ອະນຸລັກ​ທຳ​ມະ​ຊາດ​ໂລກ​ໄດ້​ສຶກສາວິ​ໄສ​ທັດ​ດ້ານ​ພະລັງງານ-​ແຜນ​ດ້ານ​ພະລັງງານ ທີ່​ມີ​ຄວາມ​ຍືນ​ຍົງ​ໃນ​ປີ 2050 ​ໃນ​ບັນດາ​ປະ​ເທດ​ເຂດ​ແມ່​ນ້ຳຂອງ​, ​ເຊິ່ງການ​ຄົ້ນຄວ້າ​ດັ່ງກ່າວ ຈະ​ສາມາດ​ຊີ້​ໃຫ້​ເຫັນ​ວ່າ ຈະ​ສາມາດນຳ​ໃຊ້​ພະລັງງານ​ທົດ​ແທນ ​ແລະ ມີ​ພະລັງງານ​ພຽງພໍ ຫລື ບໍ່, ມີ​ພະລັງງານ​ຫລາຍ​ປານ​ໃດ ​ແລະ ຈະ​ນຳ​ໃຊ້​ພະລັງງານ​ດັ່ງກ່າວ​ແນວ​ໃດ ​ເພື່ອ​ຮັບປະກັນ​ໃຫ້​ມີ​ພະລັງງານ ​ແລະ ມີ​ຄວາມ​ຍືນ​ຍົງ​ໃນ​ອະນາຄົດ ລວມທັງ​ການ​ເຂົ້າ​ເຖິງ​ການ​ນຳ​ໃຊ້​ໄຟຟ້າ​ທີ່​ພໍ​ພຽງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...