spot_img
Homeຂ່າວທ້ອງຖິ່ນເຊີນທ່ຽວບຸນຊ້າງ ທີ່ໄຊຍະບູລີ 19-21 ກຸມພາ 2016

ເຊີນທ່ຽວບຸນຊ້າງ ທີ່ໄຊຍະບູລີ 19-21 ກຸມພາ 2016

Published on

ມະຫະກຳບຸນຊ້າງໄຊຍະຈະມີຫຼາກຫຼາຍກິດຈະກຳພ້ອມຊ້າງເກືອບ 70 ເຊືອກຮ່ວມສະແດງສ້າງສີສັນມະຫະກຳບຸນຊ້າງທີ່ ແຂວງໄຊຍະບູລີ ປະ­ຈຳປີ 2016 ຈະຈັດຂຶ້ນໃນລະຫວ່າງກາງເດືອນກຸມ­ພາຕໍ່­ໜ້ານີ້ ໂດຍອຳ­ນາດການປົກ­ຄອງແຂວງລະ­ບຸວ່າ ງານຄັ້ງນີ້ຈະຈັດໃຫ້ມີຫຼາກຫຼາຍກິດຈະກຳ ອັນພິ­ເສດແມ່ນຈະມີຊ້າງ 67 ເຊືອກເຂົ້າຮ່ວມສະ­ແດງສ້າງສີ­ສັນເພີ່ມຄວາມມ່ວນ­ຊື່ນແກ່ແຂກກໍຄືບັນ­ດານັກທ່ອງທ່ຽວທີ່ເຂົ້າຮ່ວມຕະ­ຫຼອດງານ.
ວັນທີ 15 ທັນ­ວາ 2015 ທ່ານ ຍັນຍົງສີປະ­ເສີດ ຮອງເຈົ້າ­ແຂວງໆໄຊຍະບູລີໄດ້ຖະ­ແຫຼງຂ່າວຕໍ່ສື່ມວນຊົນໃຫ້ຮູ້ວ່າ: ງານມະຫະກຳບຸນຊ້າງທີ່ແຂວງໄຊຍະບູລີປະ­ຈຳປີ 2016 ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19-21 ກຸມ­ພາ 2016 ທີ່ສະ­ໜາມຫຼວງຂອງແຂວງ ໂດຍຈະມີຊ້າງເຂົ້າຮ່ວມທັງໝົດ67 ໂຕ ງານຄັ້ງນີ້ນັບເປັນຄັ້ງທີ 10 ພາຍ­ຫຼັງທີ່ເລີ່ມຈັດແຕ່ປີ 2007 ເປັນ­ຕົ້ນມາ.
ໂດຍໃນງານດັ່ງ­ກ່າວ ທ່ານຮອງເຈົ້າແຂວງເປີດເຜີຍວ່າ ຈະມີກິດຈະກຳຫຼາຍຢ່າງເຊັ່ນ: ຂະບວນແຫ່ຊ້າງປະກວດຊ້າງງາມ,ບາ­ສີ­ສູ່­ຂວັນຊ້າງ, ສະ­ແດງຊ້າງອາບ­ນ້ຳ, ສະ­ແດງຊ້າງຄຳ­ຮູ້, ສາ­ທິດໃຊ້ງານຊ້າງ, ບໍ­ລິ­ການຂີ່ຊ້າງ ແລະຂີ່ຊ້າງອ້ອມເມືອງ, ນອກ­ຈາກກິດ­ຈະ­ກຳຂອງຊ້າງແລ້ວ ຍັງມີການ­ສະ­ແດງຂາຍສິນ­ຄ້າຈາກພາກ­ສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະ­ເທດເຊັ່ນ: ຈາກ ສສ ຫວຽດ­ນາມ, ສປ ຈິນ ແລະ ລາ­ຊະອາ­ນາ­ຈັກໄທ, ບັນ­ດາເມືອງພາຍໃນແຂວງຕື່ມອີກ.
ແນວ­ໃດກໍດີ ງານມະຫະກຳບຸນຊ້າງແຂວງໄຊຍະບູລີ ນັບເປັນເທສະ­ການບຸນໃຫຍ່ຂອງແຂວງໂດຍສ່ອງແສງເຖິງປະຫວັດສາດຄວາມເປັນມາຂອງ ສປປ ລາວ ໃນອະດີດທີ່ມີປະ­ຊາ­ກອນຊ້າງຈຳ­ນວນຫຼວງ­ຫຼາຍຈົນບໍ່ສາ­ມາດນັບໄດ້ບັນ­ດາປະ­ຊາ­ກອນຊ້າງເຫຼົ່ານີ້ຜັດຕິດພັນກັບການດຳ­ລົງຊີ­ວິດຂອງປະ­ຊາ­ຊົນລາວບັນ­ດາ­ເຜົ່າ ຈົນໄດ້ຂະ­ໜານນາມວ່າປະເທດລ້ານຊ້າງ, ສະ­ເພາະປະ­ຊາ­ກອນຊ້າງໃນແຂວງໄຊຍະບູລີ ໄດ້ກວມເຖິງ 75% ຂອງຈຳ­ນວນຊ້າງທັງໝົດໃນທົ່ວປະ­ເທດ ຊຶ່ງມີຢູ່ຕາມບັນ­ດາເມືອງຕ່າງຂອງແຂວງ.
ການຈັດບຸນຊ້າງ ກໍເພື່ອໃຫ້ປະ­ຊາ­ຊົນພາຍໃນກໍຄືຕ່າງ­ປະ­ເທດ ໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ ເພາະຊ້າງເປັນສັດໃຫຍ່ເປັນສັດຄຳ­ຮູ້ ແລະເປັນສັດທີ່ໄດ້ສ້າງຄຸນປະ­ໂຫຍດໃຫ້ແກ່ປະ­ເທດຊາດໃນໄລ­ຍະຜ່ານມາ, ຄຽງຄູ່ກັນນີ້, ເພື່ອເຮັດໃຫ້ເຈົ້າຂອງຊ້າງຄວນຊ້າງຫັນເອົາຊ້າງຈາກການໃຊ້ແຮງງານໜັກ­ໜ່ວງມາໃຊ້ແຮງງານເບົາ ແລະມີຜົນປະ­ໂຫຍດທາງດ້ານເສດ­ຖະ­ກິດທີ່ຖືກ­ຕ້ອງຕາມລະບຽບກົດ­ໝາຍ, ທັງສອດຄອງກັບສະພາບຂອງປະ­ເທດເຮົາໃນປະ­ຈຸບັນທັງເປັນການໂຄ­ສະ­ນາໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງ­ປະ­ເທດເຂົ້າມາທ່ຽວລາວ ກໍຄືແຂວງໄຊຍະບູລີ ນັບມື້ນັບຫຼາຍຂຶ້ນ, ທ່ານ ຍັນຍົງ ສີປະ­ເສີດ ກ່າວ.

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...