spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯ ເອົາ​ໃຈ​ໃສ່​ຢອດ​ວັກ​​ແຊັງ ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້ປະຊາຊົນ​​ໄດ້​ທົ່ວ​ເຖິງ!

ກະຊວງສາທາຯ ເອົາ​ໃຈ​ໃສ່​ຢອດ​ວັກ​​ແຊັງ ກັນ​ພະຍາດ​ໂປ​ລິ​ໂອ​ ໃຫ້ປະຊາຊົນ​​ໄດ້​ທົ່ວ​ເຖິງ!

Published on

ເພື່ເປັນການສືບຕໍ່ຢອດວັກ​​ແຊັງກັນພະຍາດໂປລິໂອໃຫ້ແກ່ປະຊາຊົນ​​ດາບັນດາເຜົ່າ ໃຫ້ບັນລຸຕາມຄາດໝາຍແຜນການທີ່ລັດຖະບານ ກໍຄືກະຊວງສາທາລະນະສຸກ ໄດ້ກຳນົດໄວ້ດັ່ງນັ້ນກົມອະນາໄມ​ ​ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກຈຶ່ງໄດ້ອອກແຈ້ງການສະບັບເລກທີ 0087/ກອສຜ​, ລົງວັນທີ 4 ກຸມພາ 2016 ​ເຖິງບັນດາພະແນກສາທາລະນະສຸກໃນທົ່ວປະເທດແລະ ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ບໍລິການຢອດວັກ​​ແຊັງ ກັນພະຍາດໂປລິໂອໃຫ້ແກ່ປະຊາຊົນບັນດາເຜົ່າ,ຜູ້ທີ່ມີແຜນເດີນທາງໄປຕ່າງປະເທດແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວໃນຂອບເຂດທົ່ວປະເທດດັ່ງນີ້: (1) ​ໃຫ້ໂຮງໝໍໃຫຍ່ 4 ​ແຫ່ງໃນນະຄອນຫຼວງວຽງຈັນຄື: ​ໂຮງໝໍມະໂຫສົດ, ​ໂຮງໝໍມິດຕະ ພາບ 150 ຕຽງ, ​ໂຮງໝໍແມ່ແລະເດັກແລະໂຮງໝໍເສດຖາທິລາດ,​ ໃຫ້ວັກ​​ແຊັງກັນພະຍາດ​​ໂປລິໂອ ແກ່ປະຊາຊົນລາວບັນດາເຜົ່າແລະ ຜູ້ທີ່ຈະເດີນທາງໄປຕ່າງປະເທດກ່ອນ 1 ​​ເດືອນ,​ພ້ອມນັ້ນໃຫ້ຢອດວັກ​​ແຊັງກັນພະຍາດໂປລິໂອໃຫ້ແກ່ຊາວຕ່າງປະເທດທີ່ອາໃສ່ຢູ່ລາວ, ລວມທັງທູດຕານຸທູດທີ່ຈະອາໃສ່ຢູ່ລາວເປັນ​​ເວລາໜຶ່ງເດືອນໄປແລະ ທຸກຄັ້ງທີ່ຢອດຢາໃຫ້ອອກໃບຢືນຢັນການຢອດຢາໃຫ້ພ້ອມ, (2) ​ໃຫ້ບັນດາໂຮງໝໍແຂວງ,​ ໂຮງໝໍເມືອງ, ສຸກສາລາໃນຂອບເຂດທົ່ວປະເທດແລະ ນະຄອນຫຼວງວຽງຈັນ ໃຫ້ວັກ​​ແຊັງກັນພະຍາດໂປລິໂອ ​​ແກ່ປະຊາຊົນລາວບັນດາເຜົ່າ, ຜູ້ທີ່ຈະເດີນທາງໄປຕ່າງປະເທດໜຶ່ງ​​ເດືອນ ກ່ອນການເດີນທາງ, ​ແລະໃຫ້ວັກຊິກແກ່ຊາວຕ່າງປະເທດ ທີ່ອາໃສ່ຢູ່ໃນເຂດແຂວງຂອງຕົນ ເປັນເວລາໜຶ່ງເດືອນຂື້ນໄປ, ຖ້າເຂົາ​​ເຈົ້າມີຄວາມຕ້ອງການພ້ອມທັງອອກໃບຢືນຢັນ,​ ດັ່ງນັ້ນ, ​ຈຶ່ງອອກ​​ແຈ້ງການດັ່ງກ່າວເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.

 

ແຫລ່ງຂ່າວ:

ລພນ

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...