Homeຂ່າວພາຍ​ໃນຄຳມ່ວນມ້າງຄະດີຢາເສບຕິດ ພົບຢາບ້າເກືອບ 6 ພັນເມັດ

ຄຳມ່ວນມ້າງຄະດີຢາເສບຕິດ ພົບຢາບ້າເກືອບ 6 ພັນເມັດ

Published on

   ວັນ​ທີ 3 ກຸມ­ພາ​ນີ້ ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ແຂວງ​ຄຳ​ມ່ວນ ໄດ້​ຮັບ​ແຫຼ່ງ​ຂ່າວ​ຈາກ​ພົນ­ລະ­ເມືອງ​ດີວ່າ ຈະ​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳ­ນວນ​ໜຶ່ງ​ເຄື່ອນ​ໄຫວລັກ­ລອບ​ຂົນ­ສົ່ງ​ຊື້-ຂາຍ​ຢາ​ເສບ​ຕິດ (ປະ­ເພດ​ຢາ​ບ້າ) ຢູ່​ຂອບ​ເຂດ​ບ້ານທ່າ​ເດື່ອ ແລະ ບ້ານ​ທ່າ​ງາມ ເມືອງ​ທ່າ ແຂກ​ດັ່ງ­ນັ້ນ​ທາງ​ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ນຳ​ກຳລັງ​ພະ­ນັກ­ງານ​ວິ­ຊາ​ສະ­ເພາະ​ລົງ​ກວດ ກາ​ຕິດ­ຕາມ​ເປົ້າ​ໝາຍ​ສະ­ຖານ­ທີ່​ດັ່ງກ່າວ​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງ​ຈາກ​ນັ້ນຈຶ່ງ​ໄດ້​ວາງ​ແຜນ​ຈັດ​ກຳ­ລັງ​ເພື່ອ​ດຳ­ເນີນ​ການ​ສະ­ກັດ​ກັ້ນ​ຢ່າງ​ຮີບ​ດ່ວນ.

   ພໍ​ມາ​ຮອດ​ເວ­ລາ 14: 30 ໂມງຂອງ​ວັນ​ດຽວ​ກັນ​ໃນ​ຂະ­ນະ​ທີ່​ເປົ້າ​ໝາຍ ກຳ­ລັງ​ຊື້-ຂາຍ​ຢາ​ເສບ​ຕິດ​ກັນ​ຢູ່​ນັ້ນ​ຈຶ່ງ ໄດ້​ຖືກ​ເຈົ້າ​ໜ້າ­ທີ່​ເຂົ້າ​ຈັບ​ກຸມ​ໄດ້​ຜູ້​ຕ້ອງ​ຫາ 1 ຄົນຄື : ທ້າວ ພອນ​ໄຊ ວົງ​ສີນ​ນະ​ສອນ ( ໂຕ້ ) ອາ­ຍຸ 28 ປີ ຢູ່​ບ້ານ​ຜັກ​ເພື້ອ ເມືອງ​ໄຊ​ບູ​ລີ ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມ​ຂອງ​ກາງ​ຢາ​ບ້າ 5.971 ເມັດ 573,23 ກິ​ໂລກ​ຣາມ​ມາ​ດຳ­ເນີນ​ຄະ­ດີ.

ປະ­ຈຸ​ບັນ​ຄະ­ດີ​ລາຍ​ນີ້​ທາງ​ເຈົ້າ​ໜ້າ­ທີ່ ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ​ຕ້ານຢາ​ເສບ​ຕິດ​ແຂວງ​ຄຳ​ມ່ວນ​ພວມ​ດຳ­ເນີນການ​ສືບ­ສວນ-ສອບ​ສວນ​ເພື່ອ​ຂະ­ຫຍາຍ ຜົນ​ຫາ​ກຸ່ມ​ແກ້ງ​ທີ່​ຮ່ວມ​ຂະ​ບວນ​ການເພື່ອ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດໝາຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...