spot_img
Home​ຂ່າວບັນເທິງຢູ່ນາໃຈດີ ມອບໂຕະນັກຮຽນ ພ້ອມວົງກົບແກ່ໂຮງຮຽນທຸກຍາກ

ຢູ່ນາໃຈດີ ມອບໂຕະນັກຮຽນ ພ້ອມວົງກົບແກ່ໂຮງຮຽນທຸກຍາກ

Published on

ວົງ ຢູ່ນາ ນຳໂດຍ ເທິ ຢູ່ນາ ພ້ອມກັບເພື່ອນຝຸງ ໄດ້ສະຫຼະຊັບສ່ວນຕົວຊື້ ໂຕະ-ຕັ່ງ ສຳນັກນັ່ງຮຽນ ຈຳນວນ 15 ຊຸດ, ໄມ້ວົງກົບ 12 ວົງ ແລະດິນບັອກອີກຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນບ້ານຫ້ວຍແຈງ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງຮັບໂດຍທ່ານ ຄຳຫລ້າ ພົມມີໄຊ ຮອງເຈົ້າເມືອງໆ ເຊໂປນ.

ຢູ່ນາ ເປັນວົງດົນຕີ-ນັກຮ້ອງ ທີ່ມີຊື່ສຽງໂດ່ງດັງຈາກຄລິບຂ່າວ ພູໄທນິວ ແລະການຮ້ອງເພງ-ຫຼິ້ນດົນຕີທີ່ເປັນເອກະລັກສະເພາະ ຕິດພັນກັບທ້ອງທົ່ງນາ ສົມກັບຊື່ ຢູ່ນາ ແທ້ໆ ແຕ່ສິ່ງທີ່ພິເສດໄປກວ່ານັ້ນຄື ສະມາຊິກວົງ ຢູ່ນາ ລ້ວນແຕ່ເປັນຜູ້ມີຈິດໃຈດີ ມັກຊ່ວຍເຫຼືອສັງຄົມ ອັນນີ້ກໍສົມຄວນໄດ້ຮັບການຍ້ອງຍໍຊົມເຊີຍ ພ້ອມທັງສາມາດເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມດ້ວຍ.

ໃນໂອກາດມອບໂຕະນັກຮຽນດັ່ງກ່າວນັ້ນ ເທິ ຢູ່ນາ (ຫົວໜ້າວົງ) ໄດ້ເວົ້າກັບພວກນ້ອງໆນັກຮຽນວ່າ “ອ້າຍມີໃຫ້ພວກເຈົ້າສ່ຳນີ້ລະ ຕັ້ງໃຈຮຽນເດີສູ!”

ໃນຂະນະທີ່ນ້ອງໆນັກຮຽນກໍພາກັນຍິ້ມແຍ້ມດ້ວຍຄວາມດີໃຈ ແລະພ້ອມກັນຂົນໂຕະຂົນຕັ່ງຢ່າງຫ້າວຫັນ.
12647403_813068085482672_7298908524710920662_n 12650832_813067838816030_6877873887964495272_n 12650866_813068122149335_1782393357629558055_n 12654396_813067692149378_2622439382713546440_n 12662027_813067635482717_3738076864440524527_n 12669685_813067892149358_7838890019362518217_n 12670133_813067908816023_9157653629675759701_n 12717337_813068005482680_1637611097555864075_n

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...