spot_img
Homeຂ່າວທ້ອງຖິ່ນບໍລິຄັນ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ບໍລິຄັນ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

Published on

   ວັນ​ທີ 4 ກຸມ­ພາ 2016 ທີ່​ກອງ​ບັນຊາ​ການ ປກສ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິຄຳ​ໄຊ ໄດ້​ສຶກ​ສາ​ອົບ­ຮົມ​ຊາວ​ໜຸ່ມ​ໄວ​ໜຸ່ມກຸ່ມ​ແກ້ງ​ທີ່​ມົ້ວ​ສຸມ​ຄ້າ-ຂາຍ ແລະ​ເສບ​ຢາເສບ​ຕິດ​ຫຼີ້ນ​ກິນ​ຟຸ່ມ​ເຟືອຍ, ທ່ຽວ​ເດິກ​ເກີນໂມງ​ເວ­ລາ ແລະ​ດັດ­ແປງ​ສະ­ພາບ​ລົດ­ຈັກ​ໃຊ້​ສຽງ​ດັງ​ລົບ​ກວນ​ຄົນ​ອື່ນ ຈຳ­ນວນ 18 ຄົນ, ຍິງ 1 ຄົນ, ໂດຍ​ເປັນ​ປະ­ທານ​ຂອງທ່ານ ພັນ​ໂທ ເຄນ​ວອນ ລໍ​ວັນ​ໄຊ ຫົວ­ໜ້າກອງ​ບັນ­ຊາ​ການ ປກສ ເມືອງ​ບໍ​ລິ​ຄັນ,ໃຫ້​ກຽດ​ເຂົ້າ​ຮ່ວມ ໂດຍ​ທ່ານ ບຸນ​ສວນ ຂຸນ​ໄຊ​ລິ​ດາ ຮອງ​ເຈົ້າ­ເມືອງ​ບໍ​ລິ​ຄັນ, ມີຄະ­ນະ​ກອງ​ບັນ­ຊາ​ການ ປກສ ເມືອງ, ມີອຳ­ນາດ​ການ​ປົກ­ຄອງ​ບ້ານ​ທີ່​ກ່ຽວ­ຂ້ອງ,ພໍ່​ແມ່​ຜູ້​ປົກ­ຄອງ ແລະ​ກຸ່ມ​ເປົ້າ​ໝາຍ​ເຂົ້າຮ່ວມ​ຮັບ​ຟັງ.

    ທ່ານ ພັນ​ຕີ ໄຂ່​ຄຳ ປັນ­ຍາ​ນຸ​ວົງ ຮອງ ກອງ​ບັນ­ຊາ​ການ ປກສ ເມືອງ ບໍ​ລິ​ຄັນຊີ້​ນຳ​ວຽກ​ງານ​ຕຳ­ຫຼວດ ໄດ້​ໃຫ້​ຮູ້​ວ່າ: ໃນວັນ​ທີ 1-3 ກຸມ­ພາ 2016 ໂດຍ​ເຄື່ອນ​ໄຫວ ສົມ­ທົບ​ກັບ ປກສ ກຸ່ມ​ເຂດ​ເທດ­ສະ­ບານ ພ້ອມ​ທັງ​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ໄດ້ ລົງ​ກວດ­ກາ​ເປົ້າ​ໝາຍ​ພົບ​ເຫັນ​ກຸ່ມ​ໄວ​ໜຸ່ມ ຈຳ­ນວນ​ໜຶ່ງ ຊຶ່ງ​ພວກ​ກ່ຽວ​ແມ່ນ​ຢູ່​ໃນ ເປົ້າ​ໝາຍ​ຄ້າ-ຂາຍ, ເສບ​ຢາ​ເສບ​ຕິດ​ທາງ ເຈົ້າ​ໜ້າ­ທີ່​ຈິ່ງ​ໄດ້​ກວດ​ຄົ້ນ​ພ້ອມ​ກັກ​ຕົວ ພວກ​ກຽ່ວ​ໄດ້​ຈຳ­ນວນ 18 ຄົນ, ຍິງ 1 ຄົນ ພົບ​ເຫັນ​ຢາ​ບ້າ ຈຳ­ນວນ 75 ເມັດ, ກັກ​ລົດ­ຈັກ ຈຳ­ນວນ 9 ຄັນ, ໃນ​ນັ້ນ ຄ້າ-ຂາຍ​ຢາ​ເສບ​ຕິດ ມີ 3 ຄົນ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ ພວກ ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ ຜ່ານ​ມາ​ໄດ້​ມົ້ວ ສຸມ​ເສບ​ຢາ​ເສບ​ຕິດ​ເປັນ​ອາ​ຈິນ ແລະ​ຄ້າ- ຂາຍ​ຢາ​ເສບ​ຕິດ​ໃຫ້​ກັບ​ໄວ​ໜຸ່ມ​ຂອບ​ເຂດ ເທ­ສະ​ບານ, ທ່ຽວ​ຫຼິ້ນ​ເດີກ​ຢູ່​ຕາມ​ຮ້ານ ບັນ­ເທີງ ແລະ​ຂັບ​ຂີ້​ລົດ­ຈັກ​ທີ​ມີ​ການ​ດັດ ແປງ​ສະ­ພາບ​ໃຊ້​ສຽງ​ດັງ​ລົບ​ກວນ​ໃນ ຍາມ​ເດິກ​ດື່ນ.

ທ່ານ ພັນ​ຕີ ໄຂ່​ຄຳ ປັນ­ຍາ​ນຸ​ວົງ ຍັງ ໄດ້​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຕໍ່​ກັບ​ກຸ່ມ​ເປົ້າ​ໝາຍດັ່ງ­ກ່າວ​ເຫັນ​ວ່າ​ມີ​ການ​ພົວ­ພັນ​ມົ້ວ​ສຸມ ຄ້າ-ຂາຍ ແລະ​ເສບ​ຢາ​ເສບ​ຕິດ​ແທ້​ຈິງ​ທາງ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ບໍ​ລິ​ຄັນ ພວກ​ເຮົາຈະ​ໄດ້​ດຳ­ເນີນ​ການ​ສືບ­ສວນ-ສອບ​ສວນຕໍ່​ພວກ​ກ່ຽວ​ຕາມ​ຂັ້ນ​ຕອນ​ຂອງ​ກົດ­ໝາຍເພື່ອ​ຂະ­ຫຍາຍ​ຜົນ​ຫາ​ພັກ​ພວກ​ທີ່​ຮ່ວມ ຂະ​ບວນ​ການ​ມາ​ດຳ­ເນີນ​ຄະ­ດີ​ຕາມ​ລະ ບຽບ​ກົດ­ໝາຍ​ສ່ວນ​ຮ້ານ​ບັນ​ເທິງ​ຕ່າງໆ ທີ່​ໄດ້​ເປີດ​ບໍ­ລິ­ການ​ເກີນ​ເວ­ລາ​ທີ່​ກຳ­ນົດ ໄວ້​ຈະ​ໄດ້​ສຶກ​ສາ​ອົບ­ຮົມ​ກ່າວ​ເຕືອນ​ຕາມ​ລະ­ບຽບ​ລະ­ບຽບ​ການ​ທີ່​ໄດ້​ກຳ­ນົດ​ໄວ້.

ຫຼັງ​ຈາກ​ນັ້ນ​ທ່ານ ບຸນ​ສວນ ຂຸນ​ໄຊ​ລິດາ ກໍ​ໄດ້​ໂອ້​ລົມ​ຕໍ່​ກຸ່ມ​ມົ້ວ​ສຸມ​ຄ້າ-ຂາຍ ແລະ​ເສບ​ຢາ​ເສບ​ຕິດ ຊຶ່ງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ຮ້າຍ​ໄພ​ອັນ­ຕະ­ລາຍ​ຂອງ​ຢາ​ເສບ ຕິດ​ພ້ອມ​ຮຽກ­ຮ້ອງ​ໃຫ້​ຜູ້​ເສບ​ຢາ​ເສບ​ຕິດ​ທຸກ​ຄົນ​ຈົ່ງ​ພ້ອມ​ກັນ​ຕື່ນ​ຕົວ​ສະ­ໝັກ​ໃຈ​ໄປ ບຳ­ບັດ​ດັດ​ສ້າງ ແລະ​ຢຸດ​ເຊົາ​ບໍ່​ໄປ​ມົ້ວ​ສຸມ ເສບ​ຢາ​ເສບ​ຕິດ​ອີກ, ກັບ​ຕົວ​ກັບ​ໃຈ​ມາ​ເປັນ ລູກ​ທີ່​ດີ​ຂອງ​ພໍ່​ແມ່ ແລະ​ຄອບ­ຄົວ, ເປັນພົນ­ລະ­ເມືອງ​ດີ​ຂອງ​ສັງ­ຄົມ, ປະ­ກອບ​ອາ ຊີບ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ແລະ ໃຫ້​ອຳ­ນາດ​ການ​ປົກ­ຄອງ​ທຸກ​ຂັ້ນ​ພ້ອມ ດ້ວຍ​ຄອບ­ຄົວ​ພໍ່​ແມ່​ຜູ້​ປົກ­ຄອງ​ທຸກ​ຄົນຈົ່ງ​ພ້ອມ​ກັນ​ເອົາ­ໃຈ­ໃສ່​ສຶກ​ສາ-ອົບ­ຮົມ ລູກ​ຫຼານ​ຂອງ​ຕົນ​ບໍ່​ໃຫ້​ໄປ​ຫຍຸ້ງ​ກ່ຽວ​ພົວພັນ​ຄ້າ-ຂາຍ, ເສບ​ຢາ​ເສບ​ຕິດ ແລະ​ຕິດ ຕາມ​ການ­ເຄື່ອນ­ໄຫວ​ການ​ປະ­ພຶດ​ຂອງ ເຂົາ­ເຈົ້າ​ຢ່າງ​ໃກ້­ຊິດ ທັງ​ໝົດ​ນີ້​ກໍ​ເພື່ອ​ເຮັດ ໃຫ້​ຄອບ­ຄົວ, ສັງ­ຄົມ ແລະ​ປະ­ເທດ​ຊາດ​ມີ ຄວາມ​ສະ­ຫງົບ​ປອດ​ໄພ, ສັງ­ຄົມ​ມີ​ຄວາມ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ​ເພື່ອ​ເປັນການ​ສະ­ກັດ​ກັ້ນ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ​ໃຫ້​ໝົດ​ໄປ​ຈາກ​ສັງ­ຄົມ​ເທື່ອ​ລະ​ກ້າວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)