spot_img
Homeຂ່າວການພັດທະນາເລີ່ມສ້າງທາງປູຢາງ ເທສະບານເມືອງແກ່ນທ້າວ

ເລີ່ມສ້າງທາງປູຢາງ ເທສະບານເມືອງແກ່ນທ້າວ

Published on

    ໂຄງ­ການ​ກໍ່­ສ້າງ​ທາງ​ປູ­ຢາງ​ເທ­ສະບານ​ເມືອງ​ແກ່ນ​ທ້າວ ແຂວງ​ໄຊ​ຍະ​ບູ​ລີ ພາຍ­ຫຼັງ​ທີ່​ໄດ້​ເຊັນ​ສັນ­ຍາ​ກັນ​ໃນ​ທ້າຍເດືອນ​ທັນ­ວາ 2015 ຜ່ານ​ມາລະ­ຫວ່າງພະ​ແນກ​ໂຍ­ທາທິ​ການ ແລະ​ຂົນ­ສົ່ງ ແຂວງ ໄຊ​ຍະ​ບູ​ລີ ໃນ​ນາມ​ເຈົ້າ​ຂອງ​ໂຄງ­ການກັບ​ບໍ­ລິ­ສັດ ຈັນ­ທະ​ວົງ ກໍ່­ສ້າງ​ຂົວ-ທາງໃນ​ນາມ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ​ມອບ​ໃຫ້ຫ້ອງ­ການ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງເມືອງ​ແກ່ນ​ທ້າວ​ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ, ໂດຍ​ເລີ່ມ​ຈາກ​ເສັ້ນ­ທາງ​ແຕ່​ເທ­ສະ​ບານ ເມືອງ​ຫາ​ບ້ານ​ນາ​ບອນ-ສາມ​ແຍກ​ໂຄກກະ­ເປົາ, ມາ​ຮອດ​ປະ­ຈຸ​ບັນ ໄດ້​ເລີ່ມ​ລົງ­ມື​ກໍ່ສ້າງ​ແລ້ວ​ຄາດ​ອີກ 18 ເດືອນ​ສຳ­ເລັດ.

     ທ່ານ ສຸກ​ສະ­ຫວັນ ວົງ​ສີ​ປະ­ສົມ ຫົວ ໜ້າ​ຫ້ອງ­ການ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ ເມືອງ​ແກ່ນ​ທ້າວ​ໄດ້​ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ ທຶນ​ອະ­ນຸ­ມັດ​ຈາກ​ສະ­ພາ​ແຫ່ງ​ຊາດ​ໃນ ສົກ​ປີ 2015-2016 ໃຫ້​ເມືອງ​ແກ່ນ​ທ້າວ ກໍ່­ສ້າງ​ເສັ້ນ­ທາງ​ສາຍ​ຫຼັກ-ທາງ​ຊອຍ 9 ເສັ້ນ. ໃນ​ເທ­ສະ​ບານ​ເມືອງ, ລວມ​ເປັນ ເງິນ​ທັງ​ໝົດ 24,7 ຕື້​ກວ່າ​ກີບ, ໃນ​ນີ້​ເສັ້ນ ທາງ​ແຕ່​ເທ­ສະ​ບານ​ເມືອງ​ຫາ​ບ້ານ​ນາ ບອນ-ສາມ​ແຍກ​ໂຄກ​ກະ­ເປົາ ເຊື່ອມ​ຕໍ່​ກັບ ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ​ເລກ 4, ມີ​ລວງຍາວ 5,3 ພັນ​ແມັດ, ກວ້າງ 7 ແມັດ, ຊຶ່ງປະ­ຈຸ​ບັນ​ໄດ້​ເລີ່ມ​ວຽກ​ອະ­ນາ­ໄມ​ຂອບ​ເຂດເສັ້ນ­ທາງ​ໂດຍ​ໄດ້​ເບີກ​ໜ້າ​ທາງ​ກວ້າງ 14 ແມັດ, ຕັດ ແລະ​ຖົມ​ດິນ, ວາງ​ທໍ່​ລະ ບາຍ​ນ້ຳ 24 ແຫ່ງ ແລະ​ປູ­ຢາງ​ສອງ​ຊັ້ນ ພ້ອມ​ທັງ​ຕິດ​ຕັ້ງ​ປ້າຍ​ສັນ­ຍານ​ຈະ­ລາ­ຈອນ ຕະ­ຫຼອດ​ໄລ­ຍະ​ເສັ້ນ­ທາງ, ໂດຍ​ມອບ​ໃຫ້ ບໍ­ລິ­ສັດ ຈັນ­ທະ​ວົງ ກໍ່­ສ້າງ​ຂົວ-ທາງ​ເປັນ ຜູ້​ຮັບ​ເໝົາ​ກໍ່­ສ້າງ, ກຳ­ນົດ 18 ເດືອນ​ໃຫ້ ສຳ­ເລັດ.

ທ່ານ ສຸກ​ສະ­ຫວັນ ວົງ​ສີ​ປະ­ສົມຍັງ​ໃຫ້ຮູ້​ຕື່ມ​ວ່າ: ເສັ້ນ­ທາງ​ບ້ານ​ນາ​ບອນ​ເປັນ ເສັ້ນ­ທາງ​ໜຶ່ງ​ທີ່​ສຳ­ຄັນ​ເປັນ​ເສັ້ນ­ທາງ​ຫຼັກເຂົ້າ​ສູ່​ໃຈ­ກາງ​ເທ­ສະ​ບານ​ເມືອງ, ຖ້າ​ເສັ້ນ ທາງ​ນີ້​ສ້າງ ແລະ​ປູ­ຢາງ​ສຳ­ເລັດ​ຈະ​ນຳ​ປະ ໂຫຍດ​ຢ່າງ​ມະ­ຫາ­ສານ​ໃຫ້​ແກ່​ປະ­ຊາ­ຊົນ ບ້ານ​ນາ​ບອນ​ກໍ​ຄື​ປະ­ຊາ­ຊົນ​ເມືອງ​ແກ່ນ ທ້າວ, ເຮັດ​ໃຫ້­ການ​ໄປ­ມາ­ຫາ­ສູ່, ການ​ຂົນ ສົ່ງ​ສິນ­ຄ້າ, ການ​ສັນ­ຈອນ​ໄປ​ມາ​ຂອງ​ນ້ອງນັກ­ຮຽນ​ສະ­ດວກ​ສະ­ບາຍ ແລະ​ວ່ອງ­ໄວ ກວ່າ​ເກົ່າ​ຫຼາຍ​ເທົ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...