Homeຂ່າວພາຍ​ໃນປກສ ເມືອງສອງຄອນ ກັກຕົວຜູ້ຖືກຫາຄ້າຂາຍຢາເສບຕິດ

ປກສ ເມືອງສອງຄອນ ກັກຕົວຜູ້ຖືກຫາຄ້າຂາຍຢາເສບຕິດ

Published on

      ວັນ​ທີ 17 ມັງ­ກອນ 2016 ທີ່ຜ່ານ​ມາເຈົ້າ​ໜ້າ­ທີ່ ປກສ ເມືອງ​ສອງ​ຄອນແຂວງ​ສະ­ຫວັນ​ນະ​ເຂດ​ໄດ້​ຮັບ​ແຫຼ່ງ​ຂ່າວ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ: ມີ​ເປົ້າ​ໝາຍ​ຄ້າ ຂາຍ​ຢາ​ເສບ​ຕິດ​ຢູ່​ທີ່​ບ້ານ​ໜອງ​ບົວ​ທ່າພາຍ­ຫຼັງ​ໄດ້​ຮັບ​ແຫຼ່ງ​ຂ່າວ​ເຈົ້າ​ໜ້າ­ທີ່​ຈິ່ງ​ໄດ້​ລົງ​ກວດ­ກາ​ເບິ່ງ​ສະ­ຖານ­ທີ່​ຕົວ​ຈິງ​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງ​ແທ້.

    ຕອນ​ເຊົ້າ​ມື້­ຕໍ່­ມາ​ເຈົ້າ​ໜ້າ­ທີ່​ໜ່ວຍ​ງານສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ​ຈິ່ງ​ໄດ້ສົມ­ທົບ​ກັບ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ ປກສ ເມືອງ​ດັ່ງ­ກ່າວ​ອອກ​ຕັ້ງ​ດ່ານ​ກວດ ກາ​ລົດ​ຢູ່​ປ້ອມ​ເສັ້ນ­ທາງ ແລະ​ໄດ້​ແບ່ງ​ກຳ ລັງ​ອອກ​ເປັນ​ສອງ​ຈຸດ​ຄື: ຈຸດ​ປ້ອມ​ກວດ ແລະ​ຈຸດ​ໜ້າ​ປ້ອມ​ຫ່າງ​ປະ­ມານ 300 ແມັດ, ຮອດ​ເວ­ລາ 9 ໂມງ ກໍ​ເຫັນ​ຜູ້​ຊາຍ ຄົນ​ໜື່ງ ຂີ່​ລົດ­ຈັກ​ເວບ 110 ໄອ ມຸ່ງ ໜ້າ​ມາ​ຕາມ​ເສັ້ນ­ທາງ​ດັ່ງ­ກ່າວ ເພື່ອ​ເຂົ້າ ມາ​ເທ­ສະ​ບານ​ເມືອງ​ສອງ​ຄອນ ແຕ່​ຜູ້ ກ່ຽວ​ຫຼຽວ​ເຫັນ​ເຈົ້າ​ໜ້າ­ທີ່​ຕັ້ງ​ດ່ານ​ກວດ ກຳ­ລັງ​ໂບກ​ມື​ຈະ​ລັດ​ລົດ​ຕົນ​ເອງ, ຈິ່ງ​ໄດ້ ລ້ຽວ​ລົດ​ກັບ​ຄືນ ແຕ່​ຖືກ​ເຈົ້າ​ໜ້າ­ທີ່​ທີ່­ຢູ່ນອກ​ຈຸດ​ກວດ­ກາ​ລັດ​ລົດ​ສະ­ກັດ​ລົດ​ຄັນ​ດັ່ງກ່າວ​ເອົາ​ໄວ້​ໄດ້ ພ້ອມ​ທັງ​ກວດ​ຄົ້ນ​ຜູ້­ກ່ຽວ​ໄດ້​ພົບ​ເຫັນ​ຢາ​ບ້າ​ຈຳ­ນວນ 4 ຖົງ, ເທົ່າ ກັບ 800 ເມັດ​ທີ່​ຊຸກ­ເຊື່ອງ​ໄວ້​ຢູ່​ໃນ​ໂສ້ງ​ຜູ້­ກ່ຽວ, ຈາກ​ນັ້ນ​ຈິ່ງ​ໄດ້​ນຳ​ຕົວ​ຜູ້​ຖືກ​ຫາ​ມາ​ກອງ​ບັນ­ຊາ​ການ ປກສ ເມືອງ​ສອງ​ຄອນ ເພື່ອ​ສອບ​ສວນ​ເອົາ​ຄຳ​ໃຫ້­ການ ແລະ​ຂະ ຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ.

ຜ່ານ​ການ​ສືບ­ສວນ​ຂອງ​ເຈົ້າ​ໜ້າ­ທີ່​ຈິ່ງ ຮູ້​ວ່າ​ຜູ້​ຖຶກ​ຫາ​ຊື່ ທ້າວ ວິ​ສຸກ (ບອຍ) ອາ­ຍຸ 18 ປີ ບ້ານ​ລັດ­ຕະ­ນະ​ລາ­ສີ ເມືອງ​ສອງ ຄອນ ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມ​ກັບ​ຮັບ​ສາ­ລະ­ພາບ​ກັບ​ເຈົ້າ​ໜ້າ­ທີ່​ສືບ­ສວນ-ສວບ​ສວນ​ວ່າ: ຢາ​ບ້າ​ຈຳ­ນວນ​ດັ່ງ­ກ່າວ ເປັນ​ຂອງ​ຜູ້­ກ່ຽວ​ແທ້ ແລະ​ປະ­ຈຸ​ບັນ​ຄະ­ດີ ດັ່ງ­ກ່າວ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ຂະ ຫຍາຍ​ຜົນ ເພື່ອ​ຊອກ​ຫາ​ທີ່​ໄປ​ທີ່​ມາ​ຂອງ ຢາ​ເສບ​ຕິດ​ຄັ້ງ​ນີ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...