spot_img
Homeຂ່າວການພັດທະນາຜູ້ໂດຍສານສາຍໃຕ້ ຮຽກຮ້ອງໃຫ້ປັບປຸງຫ້ອງນ້ຳ

ຜູ້ໂດຍສານສາຍໃຕ້ ຮຽກຮ້ອງໃຫ້ປັບປຸງຫ້ອງນ້ຳ

Published on

ຈາກສະພາບເກົ່າແກ່ຂອງຄິວລົດສາຍໃຕ້ ທີ່ໃຊ້ງານມາໄດ້ຫຼາຍປີ ໄດ້ເຮັດໃຫ້ບາງສະຖານທີ່ບໍລິການມີການເພພັງ ແລະບໍ່ໄດ້ຮັບການແກ້ໄຂ ຫຼືສ້ອມແປງຄືນ ໂດຍສະເພາະແມ່ນສະພາບຫ້ອງນ້ຳ ນອກຈາກບໍ່ສະອາດແລ້ວ ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ບໍລິການ.

ຜູ້ໂດຍສານຜູ້ໜຶ່ງທີ່ກຳລັງເດິນທາງໄປຈຳປາສັກ ໄດ້ກ່າວຕໍ່ນັກຂ່າວພວກເຮົາວ່າ ຫ້ອງນ້ຳຢູ່ສະຖານີລົດໂດຍສານສາຍໃຕ້ມີບໍ່ພຽງພໍກັບການໃຊ້ບໍລິການ ສຳລັບຫ້ອງນ້ຳຊາຍນັ້ນມີພຽງ 3 ຫ້ອງ ແລະບໍ່ມີໂຖສຳລັບຖ່າຍເບົາເລີຍ ພ້ອມທັງຍັງມີຄວາມເປິເປື້ອນ ບໍ່ສົມກັບວ່າເປັນຫ້ອງນ້ຳທີ່ເກັບຄ່າບໍລິການຄັ້ງລະ 2,000 ກີບ.

ຜູ້ໂດຍສານຕ່າງປະເທດຜູ້ໜຶ່ງ ທີ່ບໍ່ປະສົງອອກນາມໄດ້ໃຫ້ສຳພາດວ່າ ຂ້ອຍທຽວມາປະເທດລາວເກືອບທຸກປີ ເພື່ອມາພົວພັນວຽກ ຂ້ອຍໃຊ້ບໍລິການລົດໂດຍສານສາຍໃຕ້ທຸກເທື່ອ ຂ້ອຍສັງເກດເຫັນວ່າຈຳນວນລົດເມໄດ້ເພິ່ມຂຶ້ນຫຼາຍ ແລະຜູ້ໂດຍສານກໍເພິ່ມຂຶ້ນຢ່າງຫຼວງຫຼາຍເຊັ່ນກັນ ມີທັງຄົນລາວແລະຕ່າງປະເທດ. ແຕ່ສິ່ງທີ່ຢາກຮຽກຮ້ອງໃຫ້ປັບປຸງອັນທຳອິດແມ່ນເລື່ອງຫ້ອງນ້ຳ ຄວນຈະຕ້ອງມີການປັບປຸງເລື່ອງຄວາມສະອາດ, ມີຫ້ອງຖ່າຍໜັກ ແລະຖ່າຍເບົາຢ່າງພຽງພໍ ແລະຫ້ອງຖ່າຍໜັກຄວນຈະເປັນຊັກໂຄກ ເພິ່ມຄວາມສະດວກແກ່ຜູ້ໃຊ້ບໍລິການໃຫ້ດີທີ່ສຸດ ເພື່ອຕອບສະໜອງກັບຜູ້ໂດຍສານທີ່ເພິ່ມຂຶ້ນ ໃນໂອກາດທີ່ບັນດາປະເທດອາຊ່ຽນໄດ້ໂຮມໂຕກັນເປັນ ປະຊາຄົມເສດຖະກິດອາຊຽນ ເລື່ອງການບໍລິການກໍຕ້ອງໄດ້ປັບປຸງໃຫ້ມີສະຖານະໃກ້ຄຽງກັນກັບບັນດາປະເທດເພື່ອນບ້ານ.

ຫ້ອງນ້ຳຄິວລົດສາຍໃຕ້ ຫ້ອງນ້ຳຄິວລົດສາຍໃຕ້ ຫ້ອງນ້ຳຄິວລົດສາຍໃຕ້ ຫ້ອງນ້ຳສາຍໃຕ້

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...