spot_img
Homeຂ່າວພາຍ​ໃນລາຄາສິນຄ້າ ໄລຍະເທດສະການປີໃໝ່ ຊາວຈີນ-ຫວຽດນາມ ສ່ວນຫລາຍຢູ່ໃນເກນປົກກະຕິ!

ລາຄາສິນຄ້າ ໄລຍະເທດສະການປີໃໝ່ ຊາວຈີນ-ຫວຽດນາມ ສ່ວນຫລາຍຢູ່ໃນເກນປົກກະຕິ!

Published on

ຂປລ. ໃນ​​ໄລຍະ​ນີ້ ພີ່ນ້ອງຄົນລາວທີ່ມີເຊື້ອສາຍຫວຽດນາມ ແລະ ຈີນ ລວມເຖິງຊາວຫວຽດນາມ ແລະ ຊາວຈີນ ທີ່ດໍາລົງຊີວິດ, ເຄື່ອນໄຫວເຮັດ ທຸລະກິດຕ່າງໆ ​ໃນ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ ຢູ່​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ ພວມ​ຫ້າງຫາ​ກະກຽມ​ສະ​ເຫລີ​ມສະຫລອງບຸນ​ເທດສະການ​ປີ​ໃໝ່​ ປະ​ຈໍາ​ຊາດ ດ້ວຍຄວາມ ມ່ວນຊື່ນ ຕາມຮີດຄອງປະເພດນີອັນດີງາມ.

ສໍາລັບປີໃໝ່ປີນີ້ປາກົດວ່າ ໄດ້ມີບັນຍາກາດ ແລະ ສີສັນຟົດຟື້ນ​ ໂດຍສະເພາະຕາມຖະໜົນສາຍຕ່າງໆ​ໃນຕົວເມືອງໄດ້ຖືກປະດັບ ເອ້ໄປດ້ວຍສີນຄ້າ ຫລາກຫລາຍປະເພດ ຕ່າງກໍນໍາມາວາງຈໍາໜ່າຍຢ່າງຫລວງຫລາຍ. ສ່ວນຢູ່ຕາມຕະຫລາດໃຫຍ່ ສະພາບການຊື້ຂາຍສີນຄ້າປະເພດ ​ເຄື່ອງອຸປະໂພກບໍລິໂພກ ເຊັ່ນ: ຕະຫລາດ ຂົວດິນ, ຕະຫລາດ​ທາດຫລວງ, ຕະຫລາດ​ສະພານ​ທອງ ​ແລະ ​ແຫ່ງ​ອື່ນໆ ໃນໄລຍະນີ້ກໍນັບວ່າມີຄວາມຄຶກຄື້ນສົມຄວນ.

ສະເພາະສິນຄ້າ​ທີ່​ມີ​ຄວາມ​ຕ້ອງການ​ສູງ​ໃນ​ໄລ​ຍະ​ນີ້​ ແມ່ນ​ປະ​ເພດ​ເຂົ້າ, ຊີ້ນ ​ແລະ ພືດ​ຜັກ​ຕ່າງໆ​ ລາຄາ​ກໍ​ເຫັນ​ວ່າ​ຍັງ​ຢູ່​ໃນ​ເກນ​ປົກກະຕິ, ​ແຕ່​ອາດ​ຈະ​ມີ​ບາງ​ລາຍການ​ເໜັງ​ຕິງ​ແພງ​ຂຶ້ນ​ເລັກ​ໜ້ອຍ​ຕາມ​ກົນ​ໄກ​ຕະຫລາດເຊັ່ນ: ​ເຂົ້າ​ສານ 70-90 ພັນ​ກີບ​ຕໍ່​ໜຶ່ງໝື່ນ, ຊິ້ນງົວ ລາຄາ 75-80 ພັນກີບຕໍ່ກິໂລຊີ້ນໝູ 35-40 ພັນກີບຕໍ່ກິໂລ​ເປັດ,ໄກ່ 35-45 ພັນກີບຕໍ່ກິໂລປາກະຊັງ 18- 20 ພັນກີບຕໍ່ກິໂລ ແລະ ສ່ວນປະເພດພືດຜັກ ຫອມບົ່ວ, ຫອມປ້ອມ, ສະຫລັດ ລາຄາກໍເຫັນວ່າຍັງຢູ່ ໃນເກນປົກກະຕິ.

ແນວໃດກໍຕາມ, ໃນໄລຍະເທດສະການດັ່ງກ່າວນີ້ ກໍຂໍໃຫ້ພີ່ນ້ອງຄົນລາວ ທີ່ມີເຊື້ອສາຍຫວຽດນາມ ແລະ ຈີນ ລວມເຖິງຊາວຫວຽດນາມ ແລະ ຊາວຈີນ ທີ່ມາດໍາລົງຊີວິດ, ເຄື່ອນໄຫວຕ່າງໆໄດ້ສະຫລອງບຸນດັ່ງກ່າວດ້ວຍຄວາມ​ເບີກບານ ມ່ວນຊື່ນຕາມຮີດຄອງປະເພດນີອັນດີງາມ, ພ້ອມ​ດຽວກັນ ກໍໃຫ້ເອົາໃຈໃສ່ ມີສະຕິ ລະວັງຕົວສູງ ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ແລະ ອີກບັນຫາສໍາຄັນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ແມ່ນການໃຕ້ທູບ ທຽນບູຊາຕ່າງໆ ເພື່ອຮັບປະກັນ ບໍ່ໃຫ້ມີອັກຄີໄພເກີດຂຶ້ນຄືດັ່ງຜ່ານມາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...