Homeຂ່າວຕ່າງປະເທດນໍ້າມັນພຸ່ງດຶງ​ຮຸ້ນສະຫະລັດຂຶ້ນ ຫຼັງຂ່າວລືໂອເປັກອາດຈະຫລຸດກໍາລັງຜະລິດ ສ່ວນຄໍາ​ທະຍອຍ​ຕາມ

ນໍ້າມັນພຸ່ງດຶງ​ຮຸ້ນສະຫະລັດຂຶ້ນ ຫຼັງຂ່າວລືໂອເປັກອາດຈະຫລຸດກໍາລັງຜະລິດ ສ່ວນຄໍາ​ທະຍອຍ​ຕາມ

Published on

ລາຄານໍ້າມັນຂຶ້ນແຮງໃນມື້ວັນພຸດທີ່ 3 ກຸມພາ ທ່າມກາງຄວາມເປັນໄປໄດ້ທີ່ໂອເປັກຈະຫລຸດກໍາລັງຜະລິດ ປັດ​ໄຈນີ້ຊ່ວຍຍູ້​ວໍ​ສະຕຣີດປິດບວກ ຂະນະທີ່ຄໍາຂຶ້ນແປະລະດັບສູງສຸດໃນຮອບກວ່າ 3 ເດືອນ ຈາກ​ໂດລາທີ່ອ່ອນລາຄາ.

ສັນຍານໍ້າມັນດິບ​ເວດ​ເທັກ​ຊັດ​ມີ​ດຽດ ຫຼື ​ໄລ​ສະ​ວີ​ດຄຣູດງວດສົ່ງມອບເດືອນມີນາ ເພີ່ມຂຶ້ນ 2,40 ​ໂດລາ ປິດທີ່ 32,28 ດອນລາຕໍ່ບາ​ເຣລ ສ່ວນເບຣນທະເລເໜືອລອນດອນ ງວດສົ່ງມອບເດືອນເມສາ ເພີ່ມຂຶ້ນ 2,32 ​ໂດລາ ປິດທີ່ 35,04 ດອນລາຕໍ່ບາ​ເຣລ

ຫຼັງຈາກຫຼຸດລົງ 2 ມື້ຕິດຕໍ່​ກັນ ລາຄານໍ້າມັນໃນມື້ວັນພຸດ 3 ກຸມພາ ຟຶ້ນຕົວຂຶ້ນມາ​ແບບແຂງແກ່ນ ດ້ວຍນັກວິເຄາະ​ເຫັນວ່າບາງສ່ວນໄດ້ແຮງຫນູນຈາກ​ໂດລາທີ່ອ່ອນຄ່າລົງ ຫຼັງລາຍງານທີ່​ບໍ່​ເຕີບ​ໂຕຂອງພາກບໍລິການສະຫະລັດ ​ແຜ່ຄວາມກັງວົນກ່ຽວກັບເສດຖະກິດອາເມລິກາ ຊາດຜູ້ບໍລິໂພກພະລັງງານລາຍໃຫຍ່

ສະນັ້ນ ນັກວິເຄາະເບິ່ງວ່າປັດໄຈສໍາຄັນທີ່ສະໜັບສະໜູນຕະຫຼາດກໍ່ຄືຄໍາຖະແຫຼ່ງຂອງ​ເອກ​ວາ​ດໍ ທີ່ເຜີຍວ່າບາງ​ເທື່ອ ອາດຈະມີການປະຊຸມພິເສດຂອງໂອເປັກໃນຊ່ວງທ້າຍເດືອນກຸມພາ ແລະຄວາມເຄື່ອນໄຫວດັ່ງກ່າວຊ່ວຍເພີ່ມຄວາມຫວັງແກ່ຕະຫຼາດຕໍ່ຄວາມເປັນໄປໄດ້ທີ່ໂອເປັກຈະຫຼຸດກໍາລັງຜະລິດ

ລາຄານໍ້າມັນທີ່ພຸ່ງຂຶ້ນຍູ້ຮຸ້ນກຸ່ມພະລັງງານຟື້ນຕົວກັນຖ້ວນໜ້າໃນມື້ວັນພຸດທີ່​ຜ່ານ​ມາ ແຕ່ແນສແດດປິດລົບ ຈາກແຮງດຶງຂອງອັລຟາເບດ ບໍລິສັດແມ່ຂອງກູເກິລ ແລະບໍລິສັດເຕັກໂນໂລຊີຊັ້ນນໍາອື່ນໆ

ດາວໂຈນສ ເພີ່ມຂຶ້ນ 18​,12 ຈຸດ (1,13%) ປິດ 16.336,66 ຈຸດ ເອສແອນດພີ ເພີ່ມຂຶ້ນ 9,50 ຈຸດ ( 0,50%) ປິດທີ່ 1.912,53 ຈຸດ ແນສແດັກ ຫລຸດລົງ 12,71 ຈຸດ (0,28%) ປິດທີ່ 4.504,24 ຈຸດ

ສະມາຊິກດາວໂຈນສແບບເອັກຊອນໂມບິລ ປິດບວກ 5,2% ສ່ວນແຄດເຕີພິລລາ ປິດບວກ 4,3% ຈາກລາຄານໍ້າມັນທີ່ຟື້ນຕົວແຮງ

ແນວໃດກໍ່ຕາມ ແນສແດັກຖືກດຶງຈາກຮູ້ນກຸ່ມເຕັກໂນໂລຊີ ຫຼັງບໍລິສັດໃຫຍ່ ເຊັ່ນ ອາ​ເມຊອນ, ເຟດບຸກ ແລະອັລຟາເບຕ ບໍລິສັດແມ່ຂອງກູເກິລ ທີ່ເຄີຍຟື້ນຕົວຈາກການຕົກລົງໜັກຊ່ວງຫຼາຍເດືອນກ່ອນ ກັບມາປິດລົບອີກ​ເທື່ອ​ໃໝ່.

ຜົນຈາກຄວາມເຄື່ອນໄຫວດັ່ງກ່າວ ເຮັດໃຫ້ອັລຟາເບຕສູນເສຍຕຳ​ແໜ່​ງແຊ໋ມບໍລິສັດທີ່ມີມູນຄ່າທາງການຕະຫຼາດສູງສຸດໃນໂລກຄືນໃຫ້ແກ່ແອບເປິລ ຫຼັງຄອງຕໍາແໜ່ງດັ່ງກ່າວໄດ້ພຽງມື້ດຽວ

ດ້ານລາຄາຄໍາມື້ວັນພຸດ 3 ກຸມພາ ພຸ່ງທະຍານ ແຕະລະດັບສູງສຸດໃນຮອບກວ່າ 3 ເດືອນ ຫຼັງດັນຊະນີພາກບໍລິການຂອງສະຖາບັນຈັດການອຸປະທານຂອງສະຫະລັດ (ISM) ທີ່ຕົກຕໍ່າ ຊ່ວຍດຶງ​ໂດລາອ່ອນຄ່າລົງ ໂດຍຄໍາຕະຫຼາດໂຄເມັກ ເພີ່ມຂຶ້ນ 14 ​ໂດລາ ປິດທີ່ 1.141,30 ດອນລາຕໍ່ອອນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...