spot_img
Homeຂ່າວທ້ອງຖິ່ນໂພນທອງ ວາງສີລາລືກສ້າງຫໍຫຼັກເມືອງ

ໂພນທອງ ວາງສີລາລືກສ້າງຫໍຫຼັກເມືອງ

Published on

      ເມືອງ​ໂພນ​ທອງ​ແຂວງ​ຈຳ­ປາ​ສັກໃຊ້​ງົບ​ເກືອບ 2 ຕື້​ກີບ​ສ້າງ​ຫໍ​ຫຼັກ​ເມືອງເພື່ອ​ເປັນ​ສັນ­ຍາ​ລັກ​ແຫ່ງ​ຄວາມ​ສາ​ມັກຄີ​ປອງ​ດອງ​ອັນ​ໜຶ່ງ​ອັນ​ດຽວທັງ​ເປັນການ​ຢັ້ງ­ຢືນ​ຄວາມ​ເຂັ້ມ­ແຂງ​ຄວາມ​ອົງອາດ​ກ້າ­ຫານແລະ​ບ່ອນ​ສັກ­ກາ­ລະ​ບູ­ຊາຂອງ​ຊາວ​ເມືອງ, ໃນ​ຂະ­ນະ​ທີ່​ປະ­ຈຸ​ບັນຍັງ​ລໍ­ຖ້າ​ບໍ­ລິ­ສັດ​ຜູ້​ຈະ​ມາ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ.

   ພິ­ທີ​ວາງ​ສີ​ລາ​ລືກ​ໂຄງ­ການ​ກໍ່­ສ້າງ ດັ່ງ­ກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 29 ມັງ­ກອນ 2016 ຜ່ານ​ມາ​ນີ້, ຢູ່​ທີ່​ບໍ­ລິ­ເວນ​ຕໍ່­ໜ້າ ຫ້ອງ­ການ​ປົກ­ຄອງ​ເມືອງ​ຮ່ວມ​ເປັນ​ປະ ທານ​ຂອງ ທ່ານ ນິ​ພອນ ວຽງ​ປະ­ເສີດ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ແຂວງ​ຈຳ­ປາ​ສັກ, ທ່ານ ຂັນ​ຄຳ ສຸ​ລິ​ວົງ ເຈົ້າ­ເມືອງ​ໂພນ ທອງ, ມີ​ບັນ­ດາ​ທ່ານ​ຈາກ​ແຂວງ, ເມືອງ, ບັນ­ດາ​ນັກ­ທຸ­ລະ­ກິດ​ພາຍ​ໃນ​ແຂວງ ແລະ ພໍ່​ແມ່​ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ຫໍ​ຫຼັກ​ເມືອງໆ​ໂພນ​ທອງ​ມີ​ຄວາມ ກວ້າງ 6 ແມັດ​ກວ່າ, ມີ​ລວງ​ສູງ​ຈາກ ໜ້າ­ດິນ 11 ແມັດ, ປະ­ກອບ​ມີ​ປະ­ຕູ 4 ດ້ານ​ທີ່​ຈະ​ໄດ້​ແກະ­ສະ­ຫຼັກ​ຮູບ​ພາບ​ປະເພດ​ຕ່າງໆ​ທີ່​ບົ່ງ​ບອກ​ເຖີງ​ວິ­ຖີ​ຊີ­ວິດ​ຂອງ ປະ­ຊາ­ຊົນ​ຊາວ​ເມືອງ​ໂພນ​ທອງ, ໃຈ­ກາງ ຂອງ​ຫໍ​ຫຼັກ​ເມືອງ​ແມ່ນ​ສະ­ຖິດ​ດ້ວຍ​ໄມ້​ຈັນ​ຫອມ, ໄມ້​ຂະ​ຍຸງ ຊຶ່ງ​ເປັນ​ໄມ້​ມຸງ­ຄຸນ​ທີ່​ຄົນ​ເຄົາ­ລົບ​ນັບ­ຖື, ຢູ່​ພື້ນ​ເດີ່ນ​ພະລານ​ອ້ອມ​ຫໍ​ຫຼັກ​ເມືອງ​ແມ່ນ​ຕົບ­ແຕ່ງ​ດ້ວຍ ການ​ປູກ​ຕົ້ນ­ໄມ້​ປະ­ດັບ​ອ້ອມ​ສະ­ຖານ­ທີ່, ໃນນັ້ນ​ຍັງ​ປະ­ກອບ​ມີ​ຕິບ­ເຂົ້າ​ໃຫຍ່, ແຄນ ໃຫຍ່ ຊຶ່ງ​ແມ່ນ​ສັນ­ຍາ​ລັກ​ຂອງ​ທ້ອງ­ຖິ່ນ ແລະ​ຂອງ​ຊາດ, ຫໍ​ຫຼັກ​ເມືອງ​ດັ່ງ­ກ່າວ​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 1,8 ຕື້​ກີບ, ຊຶ່ງ​ແມ່ນ​ທຶນ​ຈາກ​ຫຼາຍ​ພາກ­ສ່ວນ​ສັງ­ຄົມຕ່າງໆ, ປະ­ຈຸ​ບັນ​ຍັງ​ລໍ­ຖ້າ​ແຕ່​ບໍ­ລິ­ສັດ​ຜູ້​ທີ່ ຈະ​ມາ​ຮັບ​ເໝົາ​ກໍ່­ສ້າງ ແລະ​ຄາດ​ວ່າ​ຈະ ໃຊ້​ເວ­ລາ 2 ປີ​ໃຫ້​ສຳ­ເລັດ.

ໃນ​ພິ­ທີ​ທ່ານ ຂັນ​ຄຳ ສຸ​ລິ​ວົງ  ກ່າວ​ວ່າ: ຈຸດ­ປະ­ສົງ​ໃນ​ການ​ກໍ່­ສ້າງ​ຫໍ​ຫຼັກ​ເມືອງ ດັ່ງ­ກ່າວ ແມ່ນ​ເພື່ອ​ຢັ້ງ­ຢືນ​ແນວ­ທາງ​ນະ­ໂຍ­ບາຍ​ອັນ​ຖືກ­ຕ້ອງ​ຂອງ​ພັກ-ລັດ, ໂດຍ ສະ­ເພາະ​ແມ່ນ​ອຳ­ນາດ​ການ ປົກ­ຄອງ​ເມືອງ ໂພນ​ທອງ ໃນ​ການ​ສຶບ​ທອດ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ຊາດ​ຂອງ​ທ້ອງ­ຖິ່ນ ແລະ​ສົ່ງເສີມ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ທີ່​ມີ​ເອ­ກະ­ລັກຂອງ​ທ້ອງ­ຖິ່ນ​ຕົນ, ທັງ​ເປັນ​ສັນ­ຍາ​ລັກ​ແຫ່ງ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ເປັນ​ອັນໜຶ່ງ​ອັນ​ດຽວ​ກັນ​ຂອງ​ຊາວ​ເມືອງ ທັງ​ເປັນ​ການ​ຢັ້ງ­ຢືນ​ເຖິງ​ຄວາມ​ເຂັ້ມ­ແຂງ ຄວາມ​ອົງ­ອາດ​ກ້າ­ຫານ​ໃນ​ການ​ຕໍ່­ສູ້ ແລະ ການ​ປົກ​ປັກ​ຮັກ­ສາ​ບ້ານ​ເມືອງ, ສ້າງ​ຂຶ້ນ ເພື່ອ​ເປັນ​ບ່ອນ​ວາງ­ສະ­ແດງ​ວັດ­ຖຸ­ບູ­ຮານ ທີ່​ເກົ່າ​ແກ່​ສັກ­ສິດ, ເປັນ​ບ່ອນ​ສັກ­ກາ­ລະ​ບູຊາ, ເປັນ​ບ່ອນ​ອະ­ນຸ­ລັກ​ຮັກ­ສາ ແລະ​ສົ່ງ ເສີມ​ຄຸນ­ຄ່າ​ສິ­ລະ​ປະ​ວັດ­ທະ­ນະ­ທຳ, ເປັນ ບ່ອນ​ສຶກ​ສາ​ອົບ­ຮົມ​ມູນ­ເຊື້ອ​ອັນ​ດີ­ງາມ ຂອງ​ຊາດ​ຂອງ​ທ້ອງ­ຖິ່ນ ໃຫ້​ຄົນ​ຮຸ່ນ​ນີ້​ໄປ​ສູ້​ຮຸ່ນ​ລູກ​ຫຼານ​ສຶບ​ຕໍ່​ໄປ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...