spot_img
Homeຂ່າວທ້ອງຖິ່ນທອງມະນີ ອ່ອນສີພັນ ນາງສາວຈຳປາສັກປີ 2016

ທອງມະນີ ອ່ອນສີພັນ ນາງສາວຈຳປາສັກປີ 2016

Published on

    ຄະ­ນະ​ຮັບ­ຜິດ­ຊອບ​ວິ­ທະ­ຍາ­ໄລ​ເຕັກ­ນິກ​ວິ­ຊາ​ຊີບ​ຈຳ­ປາ ສັກ​ຕາ​ຄົມ ສົ່ງ​ນາງ ທອງ​ມະ­ນີ ອ່ອນ​ສີ​ພັນ ເຂົ້າ​ປະ​ກວດ​ໃນເວ­ທີ​ປະ​ກວດ​ນາງ​ສາວ​ປະ­ຈຳ​ປີ 2016 ທີ່​ແຂວງ​ຈຳ­ປາ​ສັກ ສາ­ມາດ​ຍາດ​ໄດ້​ລາງ ວັນ​ທີ 1 ຮັບ​ເງິນ­ສົດ 20 ລ້ານ​ກີບ ພ້ອມ ມຸງ­ກຸດ ແລະ​ ສາຍ​ສະ­ພາບ​ໄປ​ຄອງ.

   ເວ­ທີ​ປະ​ກວດ​ນາງ​ສາວ​ງາມ​ແຂວງ ຈຳ­ປາ​ສັກ​ດັ່ງ­ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຄ່ຳ​ຄືນຂອງ​ວັນ​ທີ 28 ມັງ­ກອນ 2016 ຜ່ານ​ມານີ້, ທີ່​ໂຮງ­ແຮມ​ເອ​ລະ​ວັນ ເມືອງ​ປາກ​ເຊ ໂດຍ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ­ທານ ຂອງ ທ່ານ ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າ ແຂວງໆ​ຈຳ­ປາ​ສັກ, ນອກ​ນີ້​ຍັງ​ມີ​ບັນ­ດາ ທ່ານ​ແຂກ​ຜູ້​ໃຫຍ່​ທີ່​ກ່ຽວ­ຂ້ອງ, ບັນ­ດາ​ນັກ ທຸ­ລະ​ກິດ​ພາຍ​ໃນ​ແຂວງ ແລະ​ບັນ­ດາ​ພໍ່​ແມ່ ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ການ​ປະ​ກວດ​ຄັ້ງ​ນີ້​ມີ​ນາງ​ສາວ​ທີ່ ຜ່ານ​ເຂົ້າ​ຮອບ​ມາ​ແລ້ວ​ຈຳ­ນວນ 20 ຄົນ, ທີ່​ມາ​ຈາກ​ແຕ່​ລະ​ພາກ­ສ່ວນ​ສົ່ງ​ເຂົ້າ​ປະ ກວດ ໂດຍ​ສະ­ເພາະ​ແມ່ນ​ຂົງ­ເຂດ​ການ ສຶກ​ສາ​ຕ່າງໆ​ພາຍ​ໃນ​ແຂວງ​ຈຳ­ປາ​ສັກ ຊຶ່ງ​ຜ່ານ​ການ​ປະ​ກວດ​ປາ­ກົດ​ວ່າ​ນ້ອງ ນາງ​ສາວ ທອງ​ມະ­ນີ ອ່ອນ​ສີ​ພັນ ຈາກ​ວິ ທະ​ຍາ​ໄລ​ເຕັກ­ນິກ​ວິ­ຊາ​ຊີບ​ຈຳ­ປາ​ສັກ ສາ­ມາດ​ຍາດ​ໄດ້​ອັນ​ດັບ 1 ໃນ​ການ​ປະ ກວດ​ນາງ ສາວ​ຈຳ­ປາ​ສັກ​ປະ­ຈຳ​ປີ 2016 ໄດ້​ຮັບ​ລາ­ງວັນ​ເງິນ­ສົດ 20 ລ້ານ​ກີບ, ພ້ອມ​ມຸງ­ກຸດ ແລະ​ສາຍ​ສະ­ພາຍ​ໄປ​ຄອງ, ສ່ວນ​ລາ­ງວັນ​ທີ 2 ໄດ້­ແກ່​ນ້ອງ​ນາງ​ສາວ ສຸ­ພາ​ພອນ ແສນ​ສູນ​ທອນ ອາ­ຍຸ 20 ປີ​ຈາກ ວິ­ທະ­ຍາ­ໄລ​ຄູ​ປາກ​ເຊ ໄດ້​ຮັບ​ເງິນ­ສົດ 15 ລ້ານ​ກີບ ແລະ ທີ3 ໄດ້­ແກ່​ນ້ອງ​ນາງ​ສາວ ຄຳ​ບົນ ດວງ​ວິ­ໄລ ອາ­ຍຸ 20 ປີ​ຈາກ​ວິ​ທະ ຍາ​ໄລ​ການ​ເງິນ​ພາກ​ໃຕ້ ໄດ້​ຮັບ​ເງິນ​ລາງ ວັນ​ເງິນ­ສົດ 10 ລ້ານ​ກີບ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...