spot_img
Homeຂ່າວພາຍ​ໃນກັກຕົວສອງອ້າຍນ້ອງ ພ້ອມເຮໂຣອິນ 120 ຫໍ່

ກັກຕົວສອງອ້າຍນ້ອງ ພ້ອມເຮໂຣອິນ 120 ຫໍ່

Published on

ກັກຕົວສອງອ້າຍນ້ອງ ພ້ອມເຮໂຣອິນ 120 ຫໍ່

ເຈົ້າ​ໜ້າທີ່​ພະ​ແນກ​ຕ້ານ ແລະ ປາບ​ປາມ​ຢາ​ເສບ​ຕິດ ​ປກສ ແຂວງ​ບໍ່​ແກ້ວ ໄດ້​ກັກ​ຕົວ​ສອງອ້າຍນ້ອງ​ພ້ອມ​ຂອງ​ກາງ ເຮ​ໂຣ​ອິນ 120 ຫໍ່ ມີ​ມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ກີບ ທີ່​ຊຸກເຊື່ອງ​ໄວ້​ໃນ​ຖັງ​ນ້ຳມັນ ລົດ​ປຣາ​ໂດ ສີ​ປອນ​ເງິນ ໝາຍ​ເລກ​ທະບຽນ ​ກຫ 0808 ກຳແພງ​ນະຄອນ ທີ່​ກຽມ​ເຄື່ອນ​ຍ້າຍ​ຈາກ​ແຂວງ​ບໍ່​ແກ້ວ ໃນ​ວັນ​ທີ 19 ມີນາ 2014.

ເຈົ້າ​ໜ້າທີ່​ພະ​ແນກ​ຕ້ານ ແລະ ປາບ​ປາມ​ຢາ​ເສບ​ຕິດ (​ປກສ) ແຂວງ​ບໍ່​ແກ້ວ ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ລາຍ​ງານ​ວ່າ ມີ​ລົດ​ເປົ້າ​ໝາຍ​ໃນ​ການ​ຂົນສົ່ງ ແລະ ຄ້າຂາຍ​ຢາ​ເສບ​ຕິດ​ເຂົ້າ​ມາ​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ແຂວງ​ບໍ່​ແກ້ວ ຈຶ່ງ​ໄດ້​ປະສານ​ສົມທົບ​ກັບ​ພະ​ແນກ​ຕຳຫຼວດ​ຈະລາຈອນ​ແຂວງ ຕັ້ງ​ດ່ານ​ກວດ​ຕາມ​ສາຍ​ທາງ​ຫຼັກ​ພາຍ​ໃນ​ແຂວງ ຜ່ານ​ການ​ຕິດຕາມ​ກໍ່​ພົບ​ເຫັນ​ລົດ​ເປົ້າ​ໝາຍ ຈຶ່ງ​ໄດ້​ທຳ​ການ​ກັກ​ລົດ​ຄັນ​ດັ່ງກ່າວ ເພື່ອ​ກວດ​ຄົ້ນ​ຫາ​ສິ່ງ​ທີ່​ຜິດ​ກົດໝາຍ ໃນ​ຂະນະ​ນັ້ນ ຜູ້​ຖືກ​ສົງ​ໃສ 2 ຄົນ​ທີ່ຢູ່​ໃນ​ລົດ ໄດ້​ພະຍາຍາມ​ເອົາ​ຕົວ​ຫຼົບໜີ ແຕ່​ເຈົ້າ​ໜ້າທີ່​ສາມາດ​ກັກ​ຕົວ​ໄວ້​ໄດ້.

ຜ່ານ​ການ​ກວດກາ​ເອກະສານ​ທີ່​ຕິດ​ຕົວ​ຂອງ​ພວກ​ກ່ຽວ ແລະ ຜົນ​ການ​ສອບ​ສວນ​ໃນ​ເບື້ອງ​ຕົ້ນ​ຈຶ່ງ​ຮູ້​ວ່າ: ຜູ້​ຖືກ​ກ່າວ​ຫາ​ທັງ​ສອງ ຊື່​ທ້າວ ເກົ່າ​ວ່າງ ອາຍຸ 30 ປີ ອາຊີບ​ຄ້າຂາຍ ຢູ່​ເມືອງ​ຊຳ​ເໜືອ ແຂວງ​ຫົວພັນ ແລະ ທ້າວ ດົວ​ວ່າງ ອາຍຸ 37 ປີ ອາຊີບ​ຄ້າຂາຍ ຢູ່​ແຂວງ​ຊຽງ​ຂວາງ ທັງ​ສອງ​ເປັນ​ອ້າຍ​ນ້ອງ​ກັນ ເຊິ່ງ​ໃນ​ເມື່ອ​ກ່ອນ ພວກ​ກ່ຽວ​ເຄີຍ​ເປັນ​ປະຊາຊົນ​ຢູ່​ບ້ານ​ດອນ​ທາດ ເມືອງ​ຕົ້ນ​ເຜິ້ງ ແຂວງ​ບໍ່​ແກ້ວ ຜ່ານ​ການ​ສອບ​ສວນ ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ: ເຮ​ໂຣ​ອິນ​ຈຳນວນ​ດັ່ງກ່າວ ໄດ້​ຊື້​ຈາກ​ປະເທດ​ເພື່ອນ​ບ້ານ ໂດຍ​ມີ​ຄົນ​ເອົາ​ມາ​ສົ່ງ​ໃຫ້​ຢູ່​ຊາຍ​ແດນ​ທີ່​ເມືອງ​ຕົ້ນ​ເຜິ້ງ ປັດຈຸບັນ ຄະດີ​ຢາ​ເສບ​ຕິດ​ລາຍ​ນີ້ ເຈົ້າ​ໜ້າທີ່ (​ປກສ) ແຂວງ​ບໍ່​ແກ້ວ ພວມ​ເລັ່ງ​ສອບ​ສວນ​ຂະຫຍາຍ​ຜົນ ເປີດ​ກວ້າງ​ຮູບ​ການ​ຄະດີ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ.

 

ທີ່ມາ : http://www.vientianemai.net/teen/khao/1/11459

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...