spot_img
Homeຂ່າວພາຍ​ໃນHUAWEI ຊ່ວຍເຫຼືອຜູ້ປະສົບໄພໜາວ

HUAWEI ຊ່ວຍເຫຼືອຜູ້ປະສົບໄພໜາວ

Published on

ເນື່ອງຈາກທົ່ວທຸກພາກຂອງປະເທດເຮົາຍັງສືບຕໍ່ມີຄວາມກົດດັນສູງຂອງອາກາດໜາວເຍັນປົກຄຸມສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຈື່ງເຮັດໃຫ້ອຸນຫະພູມອາກາດໜາວ ແລະ ໜາວເຢັນ ມີຝົນຕົກຄ່ອຍພ້ອມທັງມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກສະພາບອາກາດໜາວເຢັນກວ່າປີທີ່ຜ່ານມາດັ່ງນັ້ນເຮົາຈື່ງພົບເຫັນວ່າຍັງມີປະຊາຊົນອີກເປັນຈຳນວນຫຼາຍທີ່ຕ້ອງທົນໜາວໂດຍຂາດແຄນເຄື່ອງນຸ່ງຫົ່ມໜາໆ. ດັ່ງນັ້ນ ໃນວັນທີ 26/01/16 ທີ່ຜ່ານມານີ້ ບໍລິສັດຫົວເຫວີຍລາວ, ບໍລິສັດ ເອມເຄອີ (ຕົວແທນຈຳໜ່າຍຫົວເຫວີຍ) ລວມເຖິງຮ້ານຕົວແທນຈຳຫນ່າຍຫົວເຫວີຍແຕ່ລະແຂວງ ແລະ ພະນັກງານ ເອງກໍ່ເບີ່ງເຫັນເຖີງຄວາມລຳບາກຂອງ ພໍ່ແມ່ພີ່ນ້ອງປະຊາຊົນ ທີ່ຕ້ອງດຳລົງຊີວິດພາຍໃຕ້ອາກາດໜາວເຢັນຈື່ງຢາກແບ່ງປັນຄວາມຫ່ວງໃຍ ແລະ ຄວາມອົບອຸ່ນມອບໃຫ້. ໂດຍພວກເຮົາໄດ້ສົມທົບທຶນ ຊື້ຜ້າຫົ່ມ ແລະ ເສື້ອກັນຫນາວໃຫ້ກັບຜູ້ທີ່ປະສົບໄພຫນາວທີ່ຢູ່ທົ່ວແຂວງຫົວພັນ ລວມມູນຄ່າຫຼາຍເຖີງ 27,000,000ລ້ານກີບ. ໂດຍພາຍໃຕ້ຫົວຂໍ້ໂຄງການ “ຫິມະຕົກແຮງ Huawei ມີຄວາມຮັກມອບໃຫ້”. ໂດຍຕ່າງໜ້າ ບໍລິສັດຫົວເຫວີຍທີ່ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ມອບໃຫ້ ທ່ານຮອງເຈົ້າແຂວງ ຫົວພັນ ທ່ານ ວັນໄຊ ແພງຊຸມມາ ທີ່ຫ້ອງວ່າການແຂວງ. ຫລັງຈາກນີ້ ທາງແຂວງຫົວພັນຈະເປັນຜູ້ແຈກຢາຍໃຫ້ປະຊາຊົນໃນແຕ່ລະເຂດ.

image002

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...