spot_img
Homeຂ່າວພາຍ​ໃນຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມັງກອນ 2016

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມັງກອນ 2016

Published on

ຂປລ.ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2016ໄດ້ໄຂຂຶ້ນ​ໃນ​ວັນ​ທີ 27​ມັງກອນ ໂດຍ​ການເປັນປະທານຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ​ແລະ ສະມາຊິກລັດ ຖະບານເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ຮັບຮອງເອົາທາງດ້ານຫລັກການ ຕໍ່ບາງບັນຫາສໍາຄັນຄື:

  1. ກອງປະຊຸມໄດ້ພິຈາລະນາແລະເຫັນດີຮັບຮອງຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ​ແລະແຜນປະຕິບັດງານການພັດທະນາຊັບພະຍາກອນມະນຸດແຫ່ງຊາດ 2016-2020.ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງຕື່ມ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານເປັນຕົ້ນ​ ​ໃຫ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ານດີແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ; ​ກວດກາ, ຄົ້ນຄວ້າແລະ ຄິດໄລ່ລະອຽດສໍາລັບບັນດາຕົວເລກຄາດໝາຍສູ້ຊົນຕ່າງໆທີ່ກຳນົດ ຕ້ອງ​ໃຫ້​ສອດຄ່ອງ​ກັບ​ຄວາມ​ສາມາດ​ຕົວ​ຈິງ, ຮັບປະກັນ​​ໃຫ້ການສ້າງຊັບພະຍາກອນມະນຸດມີຄວາມສອດຄ່ອງແລະ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄືການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ​-ສັງຄົມໃນແຕ່ລະໄລຍະ; ຈັດລຽງບູລິມະສິດໃນການພັດທະນາຊັບພະຍາກອນມະນຸດ ໃນນັ້ນໃຫ້ສຸມໃສ່ຂະແໜງການທີ່ເປັນຈຸດສຸມ; ສ້າງໃຫ້ຄົນລາວເປັນຄົນທີ່ມັກອ່ານ, ຄົ້ນຄວ້າ, ມັກຮໍ່າຮຽນໃຫ້ຫລາຍຂຶ້ນ. ອັນສຳຄັນແມ່ນ ຕ້ອງຍາດແຍ່ງການຊ່ວຍເຫລືອ ຈາກສາກົນໃຫ້ຫລາຍຂຶ້ນ, ​ເຮັດໃຫ້ທຸກຄອບຄົວແລະທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມໃນການຊຸກຍູ້, ສົ່ງເສີມແລະ ກາຍເປັນຄວາມຮັບຜິດຊອບ ໃນການພັດທະນາຊັບພະຍາກອນມະນຸດ.
  2. ກອງປະຊຸມໄດ້ພິຈາລະນາແລະເຫັນດີຮັບຮອງຍຸດທະສາດການພັດທະນາຊົນນະບົດແລະ ລຶບລ້າງຄວາງທຸກຍາກ 10 ປີ (2016-2025), ​ແຜນພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກ 5 ປີ(2016-2020) ​ແລະ ວິໄສທັດຮອດປີ 2030. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງຕື່ມເປັນຕົ້ນ ບັນຫາ​ກົກ​ແມ່ນ ​ຕ້ອງ​ມີ​ການ​ປຸກລະດົມ​ໃຫ້​ປະຊາຊົນ ​ແລະ ບັນດາ​ຄອບຄົວ​ທີ່​ທຸກ​ຍາກ ​ເປັນ​ເຈົ້າ​ການ​ ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ດ້ວຍ​ຕົວ​ເອງ ​ໂດຍ​ອີງຈຸດ​ພິ​ເສດ ​ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຄອບຄົວ ​ເພື່ອ​ບຸກໜ້າບືນ​ຕົວຫລຸດ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ຫລຸດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ; ພ້ອມ​ທັງມີ​ນະ​ໂຍບາຍ, ກົນ​ໄກທີ່​ເໝາະສົມ. ຄຽງຄູ່​ກັນ​ນັ້ນ ຕ້ອງ​ໄດ້ຕີ​ລາຄາ ​ແລະ ຄົ້ນ​ຄວ້າ​ຄືນ​ບັນດາ​ຈຸດ​ອ່ອນ​ຂໍ້ຄົງຄ້າງ​ທີ່​ຜ່ານ​ມາ​ ເພື່ອ​ຊອກ​ຫາ​ສາ​ເຫດ ​ແລະ ວິ​ທີ​ການ​ແກ້​ໄຂ​ຕົວ​ຈິງ ລວມທັງມີ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ, ​ແບ່ງຄວາມ​ຮັບ ຜິດຊອບ​ໃຫ້​ແຕ່ລະ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ​ຢ່າງ​ຈະ​ແຈ້ງ. ບັນຫາ​ສໍາຄັນ​ແມ່ນ ຕ້ອງ​ເອົາ​ໃຈ​ໃສ່​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອຈາກ​ສາກົນ ລວມ​ທັງ​ການ​ມີ​ສ່ວນ​ຮ່ວມ​ ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ​ໃຫ້​ສູງ​ຂຶ້ນ ​ເພື່ອ​ນຳ​ມາ​ພັດທະນາ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາ​ຊົນ. ນອກ​ນັ້ນ ກໍ່ຕ້ອງ​ມີ​ການຈັດ​ແບ່ງ​ງົບປະມານ​ທີ່​ເໝາະສົມ ຕາມຂອບ​ເຂດ​ຄວາມ​ຮັບຜິດຊອບ​ ທາງ​ດ້ານ​ວິຊາ​ການ​ ຂອງ​ແຕ່ລະ​ຂະ​ແໜງການ.
  3. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງບົດ​ສະຫລຸບຂາດ​ຕົວ ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2014-2015. ຕໍ່ບັນຫາ​ດັ່ງກ່າວ, ກອງ​ປະຊຸມ​ໄດ້​ເຫັນ​ວ່າ ສົກປີ 2014-2015 ເຊິ່ງເປັນປີມ້ວຍທ້າຍຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ສະພາບ​ແວດ​ລ້ອມ​ພາຍ​ໃນ ​ແລະ ສາກົນ ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ພັດທະນາ ​ເຮັດ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ໃນຫລາຍດ້ານ ​ໂດຍ​ລວມ​ແມ່ນ ປະ​ເທດ​ຊາດ​ສືບຕໍ່ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ ​ແລະ ມີ​ສະ ຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງໜັກ​ແໜ້ນ, ​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ການ​ຜະລິດ​ການ​ບໍລິການ, ການ​ລົງທຶນຍັງ​ມີ​ບັນຍາກາດ​ທີ່​ດີ, ສາມາດ​ຮັກສາ​ໄດ້​ສະຖຽນລະ​ພາບ​ ຂອງ​ເສດຖະກິດ​ມະຫາພາກ, ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ມີ​ລັກສະນະ​ຕໍ່​ເນື່ອງ.

ຂົງເຂດ​ວັດທະນະທຳ​ສັງຄົມ ກໍໄດ້​ຮັບ​ການ​ປັບປຸງ​ແກ້​ໄຂ ​ແລະ ​ໄດ້​ຮັບ​ການ​ພັດທະນາ​ດ້ວຍ​ຄວາມ​ພະ ຍາຍາມ​ໃນຫລາຍດ້ານ ​ເພື່ອ​ສູ້​ຊົນ​ໃຫ້​ບັນລຸ​ເປົ້າໝາຍສະຫັດ​ສະຫວັດ​ດ້ານ​ການ​ພັດທະນາ ​ແນ​ໃສ່​ເຮັດ​​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ​ເປັນ​ກ້າວໆ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ ກອງ​ປະຊຸມ​ຍັງ​ເຫັນ​ວ່າ ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດສັງຄົມ, ​ແຜນ​ງົບປະມານ ​ແລະ ​ແຜນ​ເງິນຕາ ​ໃນ​ໄລຍະ​ຜ່ານ​ມາ ຍັງ​ມີ​ຈຸດ​ອ່ອນ, ຂໍ້ຄົງຄ້າງທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ແກ້​ໄຂ​ຢ່າງ​ຕັ້ງໜ້າ ​ເຊິ່ງປະທານ​ກອງ​ປະຊຸມ​ໄດ້​ເນັ້ນ​ເຖິງບັນດາກະຊວງ, ອົງການແລະ ທ້ອງຖິ່ນຕ່າງໆເອົາໃຈໃສ່ໃນການສ້າງແຜນລາຍຮັບຂອງຕົນໃຫ້ລະອຽດ, ຈະແຈ້ງ, ປະຕິບັດວິ​​ໄນແຜນການ, ການເງິນຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍຕ້ອງມີການຈັດກອງປະຊຸມເພື່ອປຶກສາຫາລື, ຄົ້ນຄວ້າ​​ໃນການແກ້ໄຂບັນ ຫາໜີ້ເພື່ອເຮັດໃຫ້ສະພາບຄວາມເຄັ່ງຕຶງທາງດ້ານເສດຖະກິດຫລຸດຜ່ອນລົງ.

​ໃນຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ໃນ​ກອງປະຊຸມ​ຄັ້ງ​ ນີ້ ລວມທັງ​ ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນກຸມພາ2016ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:

1).ສຸມ ​ໃສ່​ປະຕິບັດ​ວຽກງານ​ຮາກ​ຖານການ​ເມືອງ​ໃຫ້​ດີ; ​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ຕໍ່ກຳລັງ ປກສ-ປກຊ ​ໃຫ້​ເໝາະສົມ​ແທດ​ເຖິງ ພ້ອມ​ທັງ ​ບຸກລະດົມ​ທົ່ວ​ສັງຄົມ ​ເຂົ້າ​ຮ່ວມ​ວຽກງານ ປກສ-ປກຊ ຢ່າງ​ຕັ້ງໜ້າ.ຊຶ່ງໄລຍະຜ່ານມາ​ ​ໄດ້ມີຫລາຍປະກົດການຫຍໍ້ທໍ້ທີ່ເກີດຂື້ນເປັນຕົ້ນແມ່ນການເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີການນຳພັກລັດ ເຮົາດ້ວຍຮູບການຕ່າງໆນອກຈາກນັ້ນ ກໍແມ່ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ບາງແຂວງແລະ ບາງເຂດທີ່ມີຄວາມຫລໍ່ແຫລມ, ບັນຫາຢາເສບຕິດ, ການປຸ້ນຈີ້ຊິງຊັບ, ກຸ່ມແກ້ງອັນຕະພານແລະ ອື່ນໆຊຶ່ງກະຊວງກ່ຽວຂ້ອງກໍໄດ້ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າແຕ່ສະເໜີໃຫ້ສືບຕໍ່ເອົາໃຈໃສ່ຕື່ມ.

2).ໃຫ້ເອົາໃຈໃສ່ຊີ້ນຳ​​ການເກັບລາຍຮັບໃຫ້ໄດ້ຕາມແຜນແລະ ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງເສດ ຖະກິດຈຳນວນໜຶ່ງໃຫ້ມີຜົນສຳເລັດ; ນອກຈາກນັ້ນກໍໃຫ້​​ເອົາໃຈໃສ່​​ໃນການຜະລິດລະດູແລ້ງໃຫ້ໄດ້ຕາມແຜນ, ຕ້ອງກະກຽມບັນຫາແນວພັນ, ການຕ້ານແລະ ຈຳກັດສັດຕູພືດແລະ ບັນຫາອື່ນໆໄວ້ແຕ່ຫົວທີ. ບັນຫານີ້ມອບໃຫ້ກະຊວງກະສິກຳແລະ ປ່າໄມ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງເປັນເຈົ້າການຊີ້ນຳແລະ ລົງເຮັດຕົວຈິງຢູ່ທ້ອງຖິ່ນ.

3). ​ໃຫ້ກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມຕິດຕາມສະພາບດິນຟ້າອາກາດເພື່ອແຈ້ງເຕືອນໃຫ້ພໍ່ແມ່ປະຊາຊົນຮັບຊາບແລະ ກຽມພ້ອມຮັບມືຢ່າງທັນການ. 2-3ມື້ ຜ່ານມາອາກາດໜາວໄດ້​​ເຮັດໃຫ້ຜົນລະປູກແລະ ສັດລ້ຽງຂອງປະຊາຊົນຢູ່ບາງທ້ອງຖິ່ນເສັຽຫາຍຈຳນວນບໍ່ໜ້ອຍ, ຈຶ່ງສະເໜີໃຫ້ພາກ ສ່ວນກ່ຽວຂ້ອງຄົ້ນຄວ້າ​ ​ແລະ ມີມາດຕະການແກ້ໄຂຊ່ວຍຄອບຄົວຜູ້ທີ່ຖືກຜົນກະທົບໃນຄັ້ງນີ້. ພ້ອມກັນນັ້ນ ກໍໃຫ້ກະຊວງສາທາລະນະສຸກເອົາ​​ໃຈໃສ່ຕິດຕາມເຝົ້າລະວັງພະຍາດໂປລີໂອແລະ ພະຍາດລະບາດອື່ນໆຊຶ່ງອາດຈະເກີດຂື້ນໃນລະດູນີ້, ​ໃຫ້ກະຊວງສຶກສາທິການແລະ ກິລາ ສືບຕໍ່ນຳພາການເປີດພາກຮຽນທີ 2ຂອງສົກປີຮຽນຕາມແຜນການ.

4). ​​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ກະກຽມການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ ແຫ່ງ​ຊາດ, ສະພາ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ​ຫາ​, ​ເລືອກ​ເຟັ້ນບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ ສົມ​ຄູ່​ກັບ​ການ​ເຮັດໜ້າທີ່​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ.

5). ​ໃນກາງເດືອນກຸມພານີ້ ຈະມີກອງປະຊຸມສຸດຍອດອາຊຽນອາເມລິກາ ຢູ່ລັດຄາລິຟໍເນັຍສະຫະລັດອາເມລິກາ ຈຶ່ງສະເໜີໃຫ້ກະຊວງການຕ່າງປະເທດເອົາໃຈໃສ່ກະກຽມເນື້ອໃນໃຫ້ດີ, ມີຄວາມຮັດກຸມ, ຄົບຖ້ວນຍ້ອນວ່າປີ 2016ນີ້ ສປປລາວໄດ້ເປັນປະທານອາຊຽນ. ນອກຈາກນັ້ນ ກໍໃຫ້ເອົາໃຈໃສ່ກະກຽມຕອບຕ້ານແລະແກ້ໄຂບັນຫາຕ່າງໆຂອງກຸ່ມຄົນບໍ່ດີຊຶ່ງອາດຈະກໍ່ຂຶ້ນໃນເວລາດຳເນີນກອງປະຊຸມດັ່ງກ່າວ. ຮ່ວມກັບຂະແໜງການກ່ຽວຂ້ອງສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆເພື່ອດຳເນີນກອງປະຊຸມເຈົ້າໜ້າທີ່ອາວູໂສ, ກອງປະ ຊຸມລັດຖະມົນຕີອາຊຽນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ໄດ້ຮັບຜົນດີ.

6).ໃຫ້ເອົາໃຈໃສ່ກະກຽມສະເຫລີມສະຫລອງວັນບຸນປີໃໝ່ຂອງອ້າຍນ້ອງເຊື້ອສາຍຫວຽດນາມແລະ ຈີນທີ່ຈະມາເຖິງນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ຮັບປະກັນ​​ໃຫ້ມີຄວາມສະຫງົບປອດໄພແລະມີຄວາມເປັນລະບຽບຮຽບຮ້ອຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...