spot_img
Homeຂ່າວຕ່າງປະເທດຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

Published on

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ 210 ໂດ​ລາ​, ເລີ່ມ​ແຕ່​ວັນ​ທີ 1 ມັງກອນ 2026.

ທ່ານ ຮຸນ ມາເນດ ​ໄດ້​ຂຽນ​ລົງ​ໃນ​ສື່​ສັງຄົມອອນລາຍ​ວ່າ: ຊົມເຊີຍ ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ປະຈຳ​ປີ 2026 ​ໄດ້​ເພີ່ມ​ຂຶ້ນ​ຈາກ 208 ​ໂດ​ລາ ​ເປັນ 210 ​ໂດ​ລາ​ ​ໃຫ້​ແກ່​ຄົນ​ງານ​ໃນ​ຂະ​ແໜງ​ຕໍ່າແຜ່ນ, ເຄື່ອງນຸ່ງຫົ່ມ, ​ເກີບ​, ສິນຄ້າສຳລັບການເດີນທາງ ​ແລະ ກະ​ເປົາ.

ນອກ​ເໜືອ​ຈາກ​ການ​ເພີ່ມ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ແລ້ວ, ແຮງ​ງານໃນ​ກຳປູ​ເຈຍ​ຍັງ​ຈະ​ໄດ້​ຮັບ​ສະຫວັດດີການ​ປະ​ຈໍາ​ເດືອນ​ຕື່ມ​ອີກເຊັ່ນ: ເງິນ​ໂບນັດ​ 10 ​ໂດ​ລາຕໍ່ເດືອນ, ສຳລັບການມາເຮັດວຽກເປັນປົກກະຕິ, ເງິນຊ່ວຍເຫຼືອຄ່າເດີນທາງ ແລະ ຄ່າເຊົ່າບ່ອນຢູ່ອາໄສ 7 ​ໂດ​ລາ​ຕໍ່​ເດືອນ ​ແລະ ​ເງິນ​ອຸດໜູນຕາມອາຍຸການ 2-11 ​ໂດ​ລາ​ຕໍ່​ເດືອນ.

ກະຊວງ​ແຮງ​ງານ ​ແລະ ການຝຶກອົບຮົມວິຊາຊີບຂອງ​ກຳປູ​ເຈຍ ​ລະບຸວ່າ: ອຸດສາຫະກຳ​ຕັດຫຍິບ, ​ເກີບ, ​ສິນຄ້າສຳລັບການເດີນທາງ ​ມີ​ໂຮງງານທັງໝົດ 1,500 ກວ່າ​ແຫ່ງ ​ແລະ ມີ​ກຳມະກອນ​ປະມານ 900,000 ຄົນ, ຖືເປັນແຫຼ່ງລາຍ​ຮັບ​ເງິນຕາ​ຕ່າງປະ​ເທດໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ.

ກົມ​ພາສີ ​ແລະ​ ອາກອນ​ຂອງ​ກຳປູ​ເຈຍ​ໃຫ້​ຮູ້​ວ່າ: ກຳປູ​ເຈຍ​ສົ່ງ​ອອກ​ສິນຄ້າ​ໃນ​ຂະ​ແໜງ​ນີ້​ ມູນ​ຄ່າ 7.62 ຕື້ໂດລາ, ​ແຕ່​ເດືອນ​ມັງກອນ​ ຫາ​ ເດືອນ​ມິຖຸນາ​ປີ 2025, ​ເພີ່ມ​ຂຶ້ນ 22% ຈາກ 6.24 ຕື້ໂດລາ ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...