Homeຂ່າວຕ່າງປະເທດເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

Published on

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ ກ່ຽວກັບການຈັດສັນຊື້ລົດຫຼູູທີ່ມີແລງຄາແພງໃຫ້ແກ່ສະມາຊິກລັດຖະສະພາທັງ 65 ຄົນ, ເຊິ່ງທາງເຈົ້າໜ້າທີ່ຕຳຫຼວດພະຍາຍາມເຂົ້າສະກັດກັ້ນຜູ້ທີ່ເຂົ້າປະທ້ວງໂດຍການ ໃຊ້ກາສນໍ້າຕາ ເພື່ອບໍ່ໃຫ້ປະຊາຊົນເຂົ້າໃຫ້ສຳນັກງານນາຍົກ ໃນຂະນະທີ່ປະຊາຊົນກໍພະຍາຍາມໂຍນສິ່ງຂອງຕ່າງໆເພື່ອຕອບໂຕ້ທາງເຈົ້າໜ້າທີ່.

ການອະນຸມັດແຜນການດັ່ງກ່າວ ເຮັດໃຫ້ເກີດຄວາມບໍ່ພໍໃຈຂອງປະຊາຊົນໃນຕີມໍ ເລສເຕ, ຕາມຂໍ້ມູນຂອງທະນາຄານໂລກລະບຸວ່າ ປະຊາກອນກວ່າ 40% ທີ່ຢູ່ໃນປະເທດນີ້ຍັງຄົງອາໄສຢູ່ດ້ວຍຄວາມລຳບາກ ແລະ ສະພາບເສດຖະກິດຍັງເຕັມໄປດ້ວຍຂໍ້ທ້າທາຍນອກນີ້ລາຍຮັບສ່ວນຫຼາຍແມ່ນອາໄສການສົ່ງອອກນໍ້າມັນພຽງຢ່າງດຽວ ໂດຍບໍ່ມີການກະຈາຍລາຍຮັບໄປສ່ວນອື່ນເລີຍ.

ພັກການເມືອງຫຼາຍພັກ ກໍບໍ່ເຫັນດີໃນແຜນການຈັດສັນຊື້ລົດຫຼູລາຄາແພງຂອງທາງລັດຖະບານ ໂດຍສົ່ງສານຂໍໃຫ້ທາງລັດຖະບານຍົກເລີກແຜ່ນການຈັດຊື້ ເນື່ອງຈາກແຜນການນີ້ບໍ່ໄດ້ສະທ້ອນເຖິງຜົນປະໂຫຍດຂອງສາທາລະນະ ແລະ ຜົນປະໂຫຍດຂອງປະຊາຊົນ, ຈາກການປະທ້ວງດັ່ງກ່າວທາງລັດຖະບານຂອງປະເທດຕີມໍ ເລສເຕ ຍັງບໍ່ໄດ້ມີການເຄື່ອນໄຫວ ແລະ ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ.

ເຊິ່ງຕອນນີ້ ແມ່ນຍັງບໍ່ການອັບເດດກ່ຽວກັບສະຖານະການປັດຈຸບັນ ໃນປະເທດຕີມໍ ເລສເຕ ແລະ ໂຊກດີທີ່ບໍ່ມີລາຍງານກ່ຽວກັບຜູ້ບາດເຈັບຫຼືເສຍຊີວິດ. 

ແຫຼ່ງຂໍ້ມູນ: dailynews, Thai PPS 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...