spot_img
Homeຂ່າວເຫດການປະທານປະເທດ ຈູມມະລີ ໄຊຍະສອນ ສົ່ງສານອວຍພອນ ວັນຊາດອິນເດຍ ຄົບຮອບ 66 ປີ!

ປະທານປະເທດ ຈູມມະລີ ໄຊຍະສອນ ສົ່ງສານອວຍພອນ ວັນຊາດອິນເດຍ ຄົບຮອບ 66 ປີ!

Published on

ຂປລ.ທ່ານ ຈູມມາລີໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວໄດ້ສົ່ງສານ ເຖິງ ທ່ານ ປຣານາບ ມູເຄີຈີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍເນື່ອງໃນໂອກາດວັນຊາດ ຄົບຮອບ 66 ປີ.

ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ອິນເດຍ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບຮອບ 66 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນໃນທຸກລະດັບ ແລະ ໄດ້ມີການຮ່ວມມືໃນຫລາຍຂົງເຂດ. ຜົນສຳເລັດຂອງການເດີນທາງຢ້ຽມຢາມ ສປປ ລາວ ຂອງທ່ານ ຮອງປະທານາທິບໍດີ ອິນເດຍ ໃນເດືອນກັນຍາ 2015 ທີ່ຜ່ານມານີ້ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ໃຫ້ກ້າວຂຶ້ນສູ່ລະດັບໃໝ່. ປີ 2016 ນີ້, ຈະເປັນປີທີ່ມີຄວາມໝາຍສຳຄັນ ທີ່ປະຊາຊົນສອງຊາດ ຈະສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນວັນທີ 2 ກຸມພາ 2016.

ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນ ອິນເດຍ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມດຽວກັນນີ້, ຂ້າພະເຈົ້າ ກໍຫວັງເປັນຢ່າງຍິ່ງວ່າ ລັດຖະບານ ອິນເດຍ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ລວມທັງ ການເປັນປະທານອາຊຽນ ໃນປີ 2016 ໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນພາລະກິດ ແຫ່ງການສ້າງສາພັດທະນາປະເທດຊາດ ຂອງທ່ານ.

​ໃນ​ໂອກາດດຽວກັນນີ້ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານ ທ່ານ ນາເລັນດຣາ ໂມດີ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ​ແລະ ທ່ານ ທອງລຸນ ສີສຸລິດ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານນາງ ຊຸສມາ ຊະວາຣາດ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ເນື່ອງໃນໂອກາດວັນຊາດ ຄົບຮອບ 66 ປີເຊັ່ນດຽວກັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...