spot_img
Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດ ໂຮມຊຸມນຸມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ!

ກະຊວງປ້ອງກັນປະເທດ ໂຮມຊຸມນຸມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ!

Published on

ຂປລ. ກອງຊວງປ້ອງກັນປະເທດ ໄດ້ຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 67 ປີ (20/1/1949-20/1/2016) ຂຶ້ນໃນວັນທີ່ 25 ມັງກອນນີ້ ຢູ່ ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດ ເຂົ້າຮ່ວມຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງ ກັນປະເທດ, ສະຫາຍພົນຕີ ກົງທອງ ພົງພິຈິດ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະ ນະນຳ ພ້ອມດ້ວຍພະນັກງານນັກຮົບກຳລັງ ປກສ ແລະ ກົມກອງ​ເຂດ​ໃຈກາງ​ ນະຄອນຫລວງ​ວຽງ​ຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດຂຶ້ນກ່າວປາ​ໃງານສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ຄົບຮອບ 67 ປີ. ສະຫາຍ ພົນໂທ ແສງນວນ ກ່າວວ່າ: ກ່ອນໜ້ານີ້ 67 ປີ ຄືວັນທີ 20 ມັງກອນ 1949 ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງ ຕ້ອງການຂອງພາລະກິດ ຕໍ່ສູ້ກູ້ຊາດຢູ່ເຂດທີ່ໝັ້ນຖໍ້າແມ່ຂອງ ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ກອງທັບ ລາວອິດສະຫລະ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ທັງເປັນ ຜູ້ນຳພາ ແລະ ບັນຊາໂດຍກົງນັ້ນ ເປັນວັນແຫ່ງການເຕົ້າໂຮມ ບັນດາກອງປະກອບອາວຸດ ທີ່ໄດ້ສ້າງຕັ້ງຂຶ້ນ ໃນບໍລິ ເວນຕ່າງໆໃນທົ່ວປະເທດ ເຂົ້າເປັນກອງທັບປະຊາຊົນລາວ ໃນປັດຈຸບັນ ແລະ ເປັນຂີດໝາຍໃໝ່ທີ່ຢັ້ງຢືນ ເຖິງການເຕີບໃຫ່ຍຂະຫຍາຍຕົວ ຂອງກຳລັງປະກອບອາວຸດ ປະຕິວັດຂອງພວກເຮົາ.

002 kongthap 2ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຍັງໄດ້ກ່າວຕື່ມອີກວ່າ: ຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງ ເປັນປະຫວັດສາດຂອງກອງທັບເຮົາ ທີ່ຍາດມາໄດ້ໃນໄລຍະ 67 ປີ ທີ່ຜ່ານນັ້ນ, ກ່ອນອື່ນ ແມ່ນໄດ້ມາຈາກການນຳ ພາອັນຖືກຕ້ອງ ສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ພັກເປັນຜູ້ສ້າງຕັ້ງນຳພາ ແລະ ສຶກສາອົບຮົມກອງທັບເຮົາຕະຫລອດມາ, ພັກໄດ້ວາງແນວທາງລວມ ແລະ ແນວທາງການທະຫານ ຢ່າງມີຫົວຄິດ ປະດິດສ້າງ ຖືກກັບເງື່ອນໄຂຂອງ ສະພາບການໃນແຕ່ລະໄລຍະ, ໄດ້ວາງຍຸດທະສາດ ການຕໍ່ສູ້ຢ່າງຖືກຕ້ອງ ແລະ ຍຸດໂທບາຍທີ່ ຄ່ອງແຄ້ວ, ມີໄຫວພິບ, ນຳໃຊ້ ແລະ ສົມທັບບັນດາຮູບການ ຕໍ່ສູ້ຢ່າງແໜ້ນແຟ້ນກັບກຳລັງແຮງ ຂອງຍຸກສະໄໝ, ຮ່ວມສຳພັນສູ້ຮົບກັບກອງທັບ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຍາດແຍ່ງເອົາການສະໜັບສະໜູນ ຈາກເພື່ອນມິດ ແລະ ບັນດາກຳລັງທີ່ກ້າວໜ້າໃນທົ່ວໂລກ. ກອງທັບເຮົາ ໄດ້ພ້ອມກັບປວງຊົນລາວຜູ້ຮັກຊາດ ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ທົນທານໜຽວແໜ້ນ ແລະ ບໍ່ຍອມຈຳ ນົນເຮັດໃຫ້ການປະຕິວັດເຮົາ ໄດ້ຮັບໄຊຊະນະອັນສະຫງ່າງາມເລື້ອຍໆມາ ສາມາດຕີເອົາຊະນະ ຈັກກະພັດຜູ້ຮຸກຮານ ແລະ ລູກແຫລ້ງຕີນມືໃຫ້ປະລາໄຊລົງ ລົບລ້າງລະບອບເກົ່າ ທີ່ຄອບງຳປະເທດເຮົາມາຫລາຍຮ້ອຍປີ ແລະ ສະຖາປະນາລະບອບໃໝ່, ລະບອບທີ່ປະຊາຊົນທຸກເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດທີ່ແທ້ຈິງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...