spot_img
Homeຂ່າວການສຶກສາອາກາດໜາວແຮງ ລັດຖະມົນຕີສຶກສາຯ ສັ່ງພັກຮຽນທົ່ວປະເທດ

ອາກາດໜາວແຮງ ລັດຖະມົນຕີສຶກສາຯ ສັ່ງພັກຮຽນທົ່ວປະເທດ

Published on

ເນື່ອງຈາກສະພາບອາກາດຍັງສືບຕໍ່ໜາວຈັດໃນຂອບເຂດທົ່ວປະເທດ, ມື້ວານນີ້ ວັນທີ 25 ມັງກອນ 2016 ທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາແລະກິລາ ໄດ້ອອກແຈ້ງການເຖິງບັນດາເຈົ້າແຂວງແລະເຈົ້າຄອງກຳແພງນະຄອນ ເລື່ອງການຮັກສາສຸຂະພາບເດັກນ້ອຍນັກຮຽນ-ນັກສຶກສາ.

ດຣ ພັນຄຳ ວິພາວັນ
ທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ

ໃນໃບແຈ້ງການກ່າວວ່າ ລະຫວ່າງວັນທີ 25-31 ມັງກອນ 2016 ແມ່ນເປັນໄລຍະພັກຮຽນຂອງນັກຮຽນ, ແຕ່ແນວໃດກໍຕາມ ຖ້າຮອດວັນທີ 1 ກຸມພາ 2016 ອາກາດຍັງສືບຕໍ່ໜາວຈັດໄປຕື່ມອີກ ແມ່ນແນະນຳໃຫ້ບັນດາເຈົ້າແຂວງ, ເຈົ້າຄອງນະຄອນ ສົມທົບກັບພາກສ່ວນສຶກສາທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາຕາມຄວາມເໝາະສົມວ່າ ຈະຄວນໂຈະການຮຽນ-ການສອນໄວ້ຊົ່ວຄາວກ່ອນ ຈົນກວ່າອາກາດຈະອົບອຸ່ນຂຶ້ນ ຈຶ່ງສືບຕໍ່ການຮຽນ-ການສອນ ທັງນີ້ກໍເພື່ອຮັກສາສຸຂະພາບເດັກນ້ອຍ-ນັກຮຽນ-ນັກສຶກສາ. ໃນຂະນະດຽວກັນກໍຂໍໃຫ້ກະກຽມການຮຽນ-ການສອນແທນຄືນໃນໄລຍະທີ່ໂຈະການຮຽນ ເພື່ອໃຫ້ໄດ້ຮຽນ-ໄດ້ສອນຄົບຕາມຫຼັກສູດ.

12548889_1055680781118846_1551972693817464033_n

ບົດຄວາມຫຼ້າສຸດ

ເຫດຜົນ ແລະ ຄວາມຈໍາເປັນ ຂອງການຂຶ້ນລາຄາໄຟຟ້າ

ເຫດຜົນ-ຄວາມຈໍາເປັນ ຂອງການຂຶ້ນລາຄາໄຟຟ້າ ເນື່ອງຈາກໄລຍະຜ່ານມາ ລາຄາໄຟຟ້າແມ່ນຂາຍຕໍ່າກວ່າຕົ້ນທຶນຜະລິດ ແລະ ຈໍາໜ່າຍ ພາໃຫ້ເກີດໜີ້ສະສົມ ນັບມື້ນັບຫຼາຍຂຶ້ນ. ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນາ...

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ

ທຫລ ຈະກໍານົດເພດານອັດຕາເງິນຝາກ-ເງິນກູ້ ທີ່ເປັນເງິນຕາຕ່າງປະເທດ ຍົກສູງການຖືຄອງເງິນກີບ ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນາ 2025 ນີ້, ທ່ານ...

ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ກໍ່ສ້າງໂດຍລວມສໍາເລັດແລ້ວ 98,4%

ຂົວມິດຕະພາບ ລາວ-ໄທ ເປັນສັນຍາລັກ ຮ່ວມສົ່ງເສີມການຄ້າ-ການລົງທຶນ-ການທ່ອງທ່ຽວ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນໜຶ່ງໃນໂຄງ ການທີ່ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ໃນການນໍາໃຊ້ທ່າແຮງ...

ສຽງແຫ່ງຄວາມພາກພູມໃຈສຳລັບຄວາມຫຼາກຫຼາຍທາງເພດ ແລະ ຄວາມເທົ່າທຽມໃນ ສປປ ລາວ

ທະວັດໄຊ ໄຊຍະກຸມມານ, ອາຍຸພຽງ 35 ປີ, ແຕ່ລາວໃສ່ໝວກຂອງການເຮັດຫຼາຍບົດບາດ. ລາວບໍ່ໄດ້ເປັນ ພຽງແຕ່ ພະນັກງານນຳທ່ຽວດີເດັ່ນທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຊົມຄວາມສວຍສົດງົດງາມຂອງ ສປປ ລາວ, ແຕ່ຍັງເປັນເຈົ້າຂອງທຸລະກິດນຳອີກ. ແຕ່ບົດບາດທີ່ເຮັດໃຫ້ລາວພາກພູມໃຈຫຼາຍທີ່ສຸດຄື: ການເຮັດໜ້າທີເປັນກະບອກ ສຽງໃຫ້ແກ່ກຸ່ມຄົນທີ່ມີຄວາມ...