ອາ​ຊຽນ​ເຜີຍ​ແຜນ 10 ປີ​ຊຸກຍູ້​ການທ່ອງທ່ຽວ

0
1988

ກອງ​ປະຊຸມ​ລັດຖະມົນຕີ​ການທ່ອງທ່ຽວ​ກຸ່ມ​ອາ​ຊຽນຢູ່​ທີ່​ນະຄອນຫຼວງ​ມະນີ​ລາ ​ເປີດ​ເຜີຍ​ແຜນການ 10 ປີ​ສົ່ງ​ເສີມ​ການທ່ອງທ່ຽວ ​ເນັ້ນ​​ໃຫ້​ຕະຫຼາ​ດ​​ພາກ​ພື້ນ​ເປັນ​ຈຸດໝາຍ​ດຽວ​ກັນ.

ລັດຖະມົນຕີ​ວ່າ​ການ​ກະຊວງການທ່ອງທ່ຽວ​ຂອງ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້(ອາ​ຊຽນ)​ເປີດ​ເຜີຍ​ແຜນການ 10 ປີ ​ໃນລະຫວ່າງ​ກອງ​ປະຊຸມ​ຢູ່​ທີ່​ມະນິລາ​ໃນ​ທ້າຍ​ອາທິ​ດທີ່​ຜ່ານ​ມາ​ວ່າ ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ໃນ​ພາກ​ພື້ນ​ເປັນ​ຈຸດ​ໝາຍ​ການທ່ອງທ່ຽວ​ດຽວ​ກັນ ​ແລະ ວາງ​ເປົ້າ​ໝາຍ​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ຄອງ​ສ່ວນ​ແບ່ງ​ເສດຖະກິດ​ພາກ​ພື້ນ​ເພີ່ມ​ຂຶ້ນ​ເປັນ 15% ພາຍ​ໃນ​ປີ 2034, ຊຶ່ງ​ລັດຖະມົນຕີ​ຈາກ 10 ປະ​ເທດ​ອາ​ຊຽນຍັງ​ປະກາດ​ຈະ​ເລີ່​ມ​ແຜນ​ຂົນຂວາຍ“Visit ASEAN(at)50” ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຄົບຮອບ 50 ປີ​ການ​ກໍ່​ຕັ້ງ​ກຸ່ມ​ອາ​ຊຽນ​ໃນ​ປີໜ້າ, ຊຶ່ງ​ການທ່ອງທ່ຽວ​ຄອງ​ສ່ວນ​ແບ່ງ 12,3% ຂອງ​ຈີ​ດີ​ພີ​ລວມກັນ​ໃນ​ອາ​ຊຽນ​ໃນ​ປີ 2013 ​ໂດຍ​ມີ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​ລວມທັງ​ໝົດ 102,2 ລ້ານ​ຄົນ ​ແລະ ​ເພີ່ມ​ຂຶ້ນ 105 ລ້ານ​ຄົນ​ໃນ​ປີ 2014. ທ່ານຣາມອນ ຈິ​ເມ​ເນ​ຊ ຈູ​ເນີຍ ລັດຖະມົນ​ຕີ​ວ່າການ​ກະຊວງ​ການທ່ອງທ່ຽວ​ຟິລິບ​ປິນ​ຄາດ​ວ່າ ພາຍ​ໃນ​ປີ 2030 ອາ​ຊຽນຈະ​ຄອງ​ສ່ວນ​​ແບ່ງ 25% ຂອງ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽ​ມຢາມ​ຈຸດໝາຍ​ປາຍທາງ​ຕ່າງໆ​ທົ່ວ​ໂລກ 1,8 ຕື້ຄົນ ​ແລະ ການ​ມີ​ວີ​ຊາ​ຮ່ວມ​ກັນ​ຂອງ​ອາ​ຊຽນອາດ​ກາຍ​ເປັນ​ຈິງ​ພາຍ​ໃນ 5 ປີ​ຕໍ່ໜ້າ.

​ແຜນ​ການ​ການທ່ອງທ່ຽວ 10 ປີ ຮຽກຮ້ອງ​​ໃຫ້​ມີການ​ສົ່ງ​ເສີມ ​ແລະ ການ​ຕະຫຼາດ, ສ້າງ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ລວມທັງ​ການດຶງ​ດູດ​ການ​ລົງທຶນ​ດ້ານ​ການທ່ອງທ່ຽວ, ການ​ສົ່ງ​ເສີມ​ລະບົບ​ຮັບຮອງ​ມາດຕະຖານ​ການທ່ອງທ່ຽວ​ຂອງ​ອາ​ຊຽນ, ການ​ຂະຫຍາຍ​ການ​ເຊື່ອມ​ຕໍ່ ​ແລະ ສາທາລະ​ນູປະ​ໂພ​ກ ​ແລະ ​ເພີ່ມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ໃນ​ການທ່ອງທ່ຽວ, ຖ້າ​ຫາ​ໂຄງການ​ຕ່າງໆ​ດຳ​ເນີນ​ການ​ເຕັມ​ຮູບ​ແບບ ຄາດ​ວ່າ ສ່ວນ​ແບ່ງການທ່ອງທ່ຽວ​ຕໍ່​ການ​ຈ້າງ​ວຽກ​ເຮັດ​ທັງ​ໝົດ​ຈະ​ເພີ່ມ​ຂຶ້ນ 3,7% ​ເປັນ 7% ພາຍ​ໃນ​ປີ 2025 ​ແລະ ການ​ໃຊ້​ຈ່າຍ​ຕໍ່ຫົວ​ຄົນ​ຂອງ​ນັກ​ທ່ອງ​ທ່ຽວ​ນານາ​ຊາດ​ຈະ​ເພີ່ມ​ຈາກ 877 ​ໂດ​ລາ​ສະຫະລັດ​ເປັນ 1.500 ​ໂດ​ລາ​ຕໍ່​ນັກ​ທ່ອງ​ທ່ຽວ​ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 152 ລ້ານ​ຄົນ​ໃນ​ປີ 2025.

ທີ່ມາ:logo