spot_img
Homeຂ່າວເຫດການປະທານປະເທດ ຕ້ອນຮັບຜູ້ຕາງໜ້າພິເສດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ປະທານປະເທດ ຕ້ອນຮັບຜູ້ຕາງໜ້າພິເສດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

Published on

ຂ່າວ
ປະທານປະເທດ ຕ້ອນຮັບຜູ້ຕາງໜ້າພິເສດເລ ຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຂປລ. ວັນທີ 22 ມັງກອນ 2016 ນີ້ ທີ່ທຳນຽບປະທານປະເທດ, ສະຫາຍ ຈູມມາລີ ໄຊຍະສອນ ອະ​ດີດ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​​ປະຊາຊົນປະຕິວັດ​ລາວ. ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າ ຢ້ຽມຄຳນັບ ຂອງ ສະຫາຍ ຮວາງ ມິ​ງ ກວາງ ກໍາມະການ​ສູນ​ກາງ​ພັກ​, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ນາມ​ຕາງໜ້າພິ​ເສດ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ພ້ອມ​​ຄະນະ​ເດີນທາງ​ມາ​ຢ້ຽມຢາມ​ ພ້ອມ​​ຊົມ​ເຊີຍ​ຜົນ​ສໍາ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະ ຊາຊົນ​ປະຕິວັດ​ລາວ.
​ໃນ​ໂອກາດ​ດັ່ງກ່າວ, ອະດີດ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​​ປະຊາຊົນປະຕິວັດ​ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມ​ເຊີຍ ແລະ ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ທີ່​ໄດ້​ສົ່ງ​​ສະຫາຍ ຮວາງ ມິ​ງ ກວາງ ​ແລະ ຄະນະ ມາ​ອວຍພອນ​ກອງ​ປະຊຸມ​ໃຫຍ່​ຜູ​້ເທ​ນທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິບັດ​ລາວ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ໃຫ້​ກໍາລັງ​ໃຈ​ແກ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ ເປັນ​ການສະ​ແດງ​ໃຫ້​ເຫັນຄວາ​ມຈິງ​ໃຈ​ຕໍ່​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລາວ-ຫວຽດ ນາມ, ສະຫາຍ ​ໄດ້​ສະ​ແດງ​ຄວາມ​ພາກພູມ​​ໃຈ ​ທີ່​ເຫັນ​ວ່າສາຍ​ພົວພັນມີີດ​ຕະພາບ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​ລາວ-ຫວຽດນາມ ​ໂດຍ​ແມ່ນ​ການ​ນໍາ​ລຸ້ນກ່ອນຂອງ​ສອງ​ປະ​ເທດ ​ປະ​ທານ ​ໄກສອນ ພົມວິຫານ, ປະທານ ສຸພາ​ນຸວົງ ​​ແລະ ປະທານ ​​ໂຮ່ຈິ​ມິ​ງ ​ເຊິ່ງ​ເປັນ​ຜູ້​ກໍ່​ຕັ້ງຂຶ້ນ ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ໄດ້​ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ຈົນ​ກາຍ​ເປັນ​ມໍລະດົກ​ອັນ​ລໍ້າ​ຄ່າຂອງ​ຊາດ, ​ເປັນ​ກົດ​ເກນ​ໃນ​ການ​ຂະຫຍາຍຕົວ ​ແລະ ການ​ຄົງ​ຕົວ​ຂອງ​ແຕ່ລະ​ປະ​ເທດ ​ພ້ອມ​ນີ້ ສະຫາຍ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ​ທີ່​ໄດ້​ໃຫ້ການການ​ສະໜັບສະໜູນ​ອູ້ມ​ຊູ່​ຊ່ວຍ​ເຫລືອໃນ​ໄລຍະການ​ຕໍ່ສູ້​ກູ້​ຊາດ ​ກໍ​ຄື​ ໄລຍະ​ແຫ່ງ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ.
ສະຫາຍ ຮວາງ ມິ​ງ ກວາງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ນໍາ​ເອົາ​ຄວາມ​ຍື້​ຢາມ​ຖາມ​ຂ່າວ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່​ພັກ​ກອ​ມມູນິດຫວຽດນາມ​, ສະຫາຍ​ປະທານ​ປະ​ເທດ​ຫວຽດ ນາມ ​​ແລະ ບັນດາ​ສະ​ຫາຍ​ການ​ນໍາ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ມາ​ຍັງ​ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ຕື່ມ​ອີກ.

ທີ່ມາ ຂປລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)