spot_img
Homeຂ່າວພາຍ​ໃນສະຫາຍບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

ສະຫາຍບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

Published on

tue25mar7

ໃນຕອນບ່າຍຂອງ ວັນທີ 24 ມີນາ 2014, ສະຫາຍ ບຸນຍັງ  ວໍລະຈິດ,  ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງ ພັກໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງຄະ ນະຜູ້ແທນພັກກອມມູນິດຍີ່ ປຸ່ນ ນໍາໂດຍ ສະຫາຍ ຢາຊູ ໂອະໂອກາຕະ, ຮອງປະທານ ຄະນະກໍາມະການບໍລິຫານ ງານສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນ ກາງພັກກອມມູນິດຍີ່ປຸ່ນ ພ້ອມດ້ວຍຄະນະທີ່ພວມ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 23-25/03/ 2014. 

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂ່ຳນັບຊົມ ເຊີຍການມາຢ້ຽມຢາມລາວ ຂອງຄະນະຜູ້ແທນພັກກອມ ມູນິດຍີ່ປຸ່ນໃນຄັ້ງນີ້ເຊິ່ງຖືເປັນ ການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍ ພົວພັນມິດຕະພາບອັນເປັນ ມູນເຊື້ອ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ

ລາວ-ຍີ່ປຸ່ນ; ສະຫາຍ ບຸນຍັງ ວໍລະຈິດ ໄດ້ແຈ້ງສະພາບ ການພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ ຄະນະຊາບ, ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດມະ ຕິຂອງກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ ແລະ ການຈັດຕັ້ງ ປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 7; ຜົນສຳເລັດຂອງ ກອງປະຊຸມຄົບຄະນະຄັ້ງທີ 6 ແລະ 7 ສະໄໝທີ 9 ແລະ ການກຽມສະຫລອງສອງວັນ ປະຫວັດສາດ ໃນປີ 2015 ກໍ່ຄື ການກະກຽມໃຫ້ແກ່ກອງ ປະຊຸມໃຫຍ່ 3 ຂັ້ນ ເພື່ອກະ ກຽມໃສ່ກອງປະຊຸມໃຫຍ່ຄັ້ງ ທີ 10 ຂອງພັກ ປປ ລາວ ໃນຕໍ່ໜ້າ. ຜູ້ປະຈຳການຄະ ນະເລຂາທິການສູນກາງພັກ  ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 26 ຂອງ ພັກກອມມູ ນິດຍີ່ປຸ່ນທີ່ດຳເນີນໃນເດືອນ ມັງກອນ 2014 ຜ່ານມາ, ເຊິ່ງເປັນເຫດການການເມືອງ ທີ່ມີຄວາມສຳຄັນຂອງພັກ ກອມມູນິດຍີ່ປຸ່ນ; ຕີລາຄາສູງ ຕໍ່ສາຍພົວພັນລະຫວ່າງ ສອງ ພັກ ໃນໄລຍະທີ່ຜ່ານມາ.

ສະຫາຍ ຢາຊູໂອະ ໂອກາ ຕະ ໄດ້ສະແດງຄວາມຂອບ ໃຈຕໍ່ສະຫາຍ ບຸນຍັງ ວໍລະ ຈິດ ທີ່ໄດ້ສະຫຼະເວລາຕ້ອນ ຮັບຄະນະ ແລະ ໄດ້ແຈ້ງໃຫ້ ຊາບສະພາບການໃນຍີ່ປຸ່ນ, ໂດຍສະເພາະແມ່ນ ຜົນສໍາ ເລັດຂອງກອງປະຊຸມໃຫ່ຍຄັ້ງ ທີ 26 ຂອງ ພັກກອມມູນິດ ຍີ່ປຸ່ນ ໃນເດືອນມັງກອນ 2014 ທີ່ຜ່ານມາ ແລະ ໄດ້ຕີ ລາຄາສູງຕໍ່ການພົວພັນຮ່ວມ ມື ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຍີ່ປຸ່ນໃນ ໄລຍະຜ່ານມາ ກໍ່ຄື ໃນປັດ ຈຸບັນເຊິ່ງເປັນການປະກອບ ສ່ວນເຂົ້າໃນພາລະກິດສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.
ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຍັງໄດ້ ພົບປະ ແລະ ແລກປ່ຽນຄຳ ຄິດເຫັນກັບສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະ ການສູນກາງພັກ, ຮອງຫົວ ຫນ້າຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ຢ້ຽມ ຢາມພື້ນຖານເສດຖະກິດ ແລະ ວັດທະນາທໍາຈໍານວນ ໜຶ່ງ ຢູ່ນະຄອນຫຼວງວຽງຈັນ.

 

ທີ່ມາhttp://www.kongthap.gov.la/

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...